ສາລະວັນ ອາດໃຊ້ງົບປະມານແກ້ໄຂສຸກເສີນຫຼາຍກວ່າແຂວງອື່ນ

54

ພາຍຸສອງຫົວພັດຜ່ານເຂົ້າພາກກາງ – ໃຕ້ ໃນລະຫວ່າງເດືອນສິງຫາ – ກັນຍາ 2019 ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ຕາມການປະເມີນເບື້ອງຕົ້ນຂະແໜງໂຍທາທິການ ແລະ ຂົນສົ່ງ ໜັກທີ່ສຸດໃນຮອບ 40 ປີ ດ້ານຕົວເລກການແກ້ໄຂສຸກເສີນ ແຂວງສາລະວັນ ຫຼາຍກວ່າແຂວງອື່ນ ຈຳນວນ 160 ກວ່າຕື້ກີບ.

ທ່ານ ບົວແພງເພັດ ໂພໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ ກ່າວວ່າ: ສາລະວັນ ໄດ້ຮັບຄວາມເສຍຫາຍໜັກໜ່ວງເສັ້ນທາງທີ່ໄດ້ຮັບຄວາມເສຍຫາຍຫຼັງນ້ຳບົກແຫ້ງທັງໝົດຈຳນວນ 135 ເສັ້ນ ຍາວເກືອບ 1.500 ກິໂລແມັດ, ຂົວຫັກ ແລະ ເປ່ເພ 60 ແຫ່ງ ຍາວ 1.713 ກິໂລແມັດ, ນ້ຳປະປາ 8 ເມືອງ ແລະ ຕາຝັ່ງເຈື່ອນຊຸດລົງ 9 ຈຸດ ລວມຄວາມເສຍຫາຍທີ່ປະເມີນ 500 ກວ່າຕື້ກີບ ສະເພາະງົບປະມານທີ່ຕ້ອງການໃຊ້ເຂົ້າໃນການແກ້ໄຂສຸກເສີນຕົວຈິງປະມານ 166 ຕື້ກວ່າກີບ ເພື່ອມາສ້ອມແປງເສັ້ນທາງທີ່ຈຳເປັນ ປັດຈຸບັນໄດ້ຮ່ວມກັບອຳນາດການປົກຄອງທຸກຂະແໜງການສາມາດແກ້ໄຂບາງຈຸດໃຫ້ພໍໄປ – ມາໄດ້ຊົ່ວຄາວ ຈົນກວ່າລະດູຝົນຈະໝົດຈຶ່ງຈະໄດ້ລົງມືສ້ອມແປງໃຫ້ສາມາດໃຊ້ໄດ້ປົກກະຕິ.

ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດ ລາຍງານວ່າ: ປັດຈຸບັນສະເພາະເສັ້ນທາງຍຸດທະສາດທີ່ເປັນສາຍຫຼັກອອກສູ່ຫວຽດນາມ ແລະ ເສັ້ນທາງເລກທີ 13 ຂຶ້ນເໜືອລົງຫາໃຕ້ ຜ່ານແຂວງສະຫວັນນະເຂດ ສາມາດໃຊ້ປົກກະຕິແລ້ວແຕ່ກໍຍັງບໍ່ທັນສົມບູນສະເພາະຄວາມເສຍຫາຍທັງໝົດຂະແໜງ ຍທຂ ຈະຕົກຢູ່ລະຫວ່າງ 68 ຕື້ກີບ ງົບປະມານທີ່ຕ້ອງການແກ້ໄຂດ່ວນ ເພື່ອມາປົວແປງແກ້ໄຂເສັ້ນທາງໃນເທສະບານແຂວງ, ເມືອງຕ່າງໆທີ່ຈຳເປັນລວມປະມານ 35 ຕື້ກວ່າກີບ.

ແຂວງເຊກອງ ກຳລັງເລັ່ງສ້ອມແປງພື້ນຖານໂຄງລ່າງເສັ້ນທາງ, ໄຟຟ້າ ແລະ ນ້ຳປະປາ ໃນ 4 ຕົວເມືອງ, ເສັ້ນທາງ 16B ເທສະບານແຂວງອອກສູ່ຊາຍແດນຫວຽດນາມ ກັບມາໃຊ້ເປັນປົກກະຕິແລ້ວ. ຈາກນັ້ນ, ກໍມີເສັ້ນທາງຈາກເມືອງດາກຈຶງ – ໝູ່ບ້ານເຂດຈຸດສຸມ ແລະ ເສັ້ນທາງຈາກເມືອງດາກຈຶງເກົ່າ – ດາກຈຶງໃໝ່ ທີ່ມີຂົວເປ່ເພ ແລະ ທາງຂາດ ເຊິ່ງທາງ ຍທຂ ແຂວງໄດ້ຮ່ວມກັບອຳນາດການປົກຄອງເມືອງ ແລະ ບ້ານປັດຈຸບັນລະຫວ່າງບ້ານຕໍ່ບ້ານສາມາດທຽວໄປ – ມາຫາກັນໄດ້ແລ້ວ ຄາດວ່າຄວາມເສຍຫາຍຕົວຈິງຈະຢູ່ລະຫວ່າງ 10 – 20 ຕື້ກວ່າກີບ.

ສ່ວນແຂວງທີ່ຄາດວ່າຈະໄດ້ຮັບຄວາມເສຍຫາຍພໍສົມຄວນຄືແຂວງຈຳປາສັກ ຕາມການລາຍງານເບື້ອງຕົ້ນມີເສັ້ນທາງຫຼວງທີ່ໄດ້ຮັບຜົນກະທົບປະມານ 100 ກວ່າເສັ້ນບໍ່ລວມຂົວທີ່ໄດ້ຮັບການເປ່ເພ ແຕ່ຕົວເລກມູນຄ່າ ຄວາມເສຍຫາຍຕົວຈິງ ຍທຂ ແຂວງຍັງບໍ່ທັນມີການເປີດເຜີຍຢ່າງຊັດເຈນເທື່ອ ເຊັ່ນດຽວກັບແຂວງອັດຕະປື ແລະ ແຂວງຄຳມ່ວນ ທີ່ເຫັນວ່າຜົນກະທົບດ້ານພື້ນຖານໂຄງລ່າງຍັງມີມູນຄ່າບໍ່ສູງຫາກທຽບກັບແຂວງໃກ້ຄຽງທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພດຽວກັນນີ້.

ຕາມການສອບຖາມຫຼາຍແຂວງໃນເບື້ອງຕົ້ນ ສິ່ງທີ່ຕ້ອງການທີ່ສຸດຄືງົບປະມານໃນການແກ້ໄຂສຸກເສີນ ເພື່ອນຳມາສ້ອມແປງເສັ້ນທາງ ແລະ ຂົວຕ່າງໆໃຫ້ພໍ່ແມ່ປະຊາຊົນລະຫວ່າງເທສະບານແຂວງ – ເມືອງ – ບ້ານ ແລະ ບ້ານຕໍ່ບ້ານໃຫ້ພໍສາມາດທຽວໄປ – ມາຫາສູ່ກັນໄດ້ຊົ່ວຄາວ ກ່ອນທີ່ງົບປະມານສະເພາະທາງຫຼວງຈະມາເຖິງຫຼັງລະດູຝົນ ຈຶ່ງຈະມີການປະມູນເພື່ອຫາບໍລິສັດທີ່ເໝາະສົມມາສ້ອມແປງຖືກຕ້ອງຕາມຫຼັກການ.

ຫົວໜ້າພະແນກ ຍທຂ ທ່ານໜຶ່ງກ່າວໃຫ້ຮູ້ວ່າ: ງົບປະມານແກ້ໄຂສຸກເສີນແມ່ນງົບປະມານມີຄວາມຈຳເປັນທີ່ຕ້ອງໃຊ້ໃນເວລາມີເຫດສຸກເສີນ ເຊັ່ນ: ຂົວຫັກ ຫຼື ເປ່ເພ, ທາງຂາດ ຫຼື ເຊາະເຈື່ອນຈະຕ້ອງໄດ້ໃຊ້ງົບປະມານດັ່ງກ່າວນີ້ອອກມາໃຊ້, ສ່ວນງົບປະມານສ້ອມແປງຄວາມເສຍຫາຍທັງໝົດຕົວຈິງຈະອະນຸມັດພາຍຫຼັງ ເຊິ່ງງົບປະມານດັ່ງກ່າວນີ້ຈະອອກເປັນ 3 ງວດ ກໍຄືໜຶ່ງປີຈະໄດ້ຮັບງົບປະມານ 1 ຄັ້ງ ຈຳນວນປະມານ 30% ຂອງມູນຄ່າຢ່າງເປັນເອກະພາບໃນທົ່ວປະເທດ.

ເຫດການນ້ຳຖ້ວມເຂດພາກກາງ – ພາກໃຕ້ ລະຫວ່າງວັນທີ 2 – 15 ກັນຍາ ແມ່ນຄວາມເສຍຫາຍຄັ້ງໃຫຍ່ໃນຮອບ 40 ປີ ທີ່ເຫັນວ່າໄດ້ຮັບຄວາມເສຍຫາຍຫຼາຍສຸດທີ່ສູນເສຍທັງວັດຖຸ, ສິ່ງຂອງ, ສັດລ້ຽງ ລວມທັງຊີວິດ ແລະ ຊັບສິນຂອງປະຊາຊົນ ຄວາມເສຍຫາຍທີ່ເກີດຈາກພາຍຸໝູນເຂດຮ້ອນທີ່ພັດມາຈາກພາກເໜືອຂອງຈີນ ເຄື່ອນເຂົ້າສູ່ຫວຽດນາມ, ໄທ ແລະ ລາວ. ສະນັ້ນ, ຄວາມເສຍຫາຍດັ່ງກ່າວຈະບໍ່ແມ່ນຢູ່ບ້ານເຮົາພຽງແຫ່ງດຽວ.

( ຂ່າວ: ສຸລິນ )