ກຳລັງໃຈຍັງລົງຕໍ່ເນື່ອງ, ຄອບຄົວການນຳຂັ້ນສູງລົງຢ້ຽມຢາມຜູ້ປະສົບໄພ

114

ເຖິງແມ່ນສະຖານະການທາງທ້ອງຖິ່ນຈະຄ່ອຍໆດີຂຶ້ນຕາມລຳດັບ ແຕ່ຄວາມຕ້ອງການການຊ່ວຍເຫຼືອ ແລະ ກຳລັງໃຈຈາກການນຳທີ່ເປັນດັ່ງພໍ່ແມ່ຜູ້ປົກຄອງ ຖ້າໄປຢ້ຽມຢາມ ແລະ ຢູ່ໃກ້ຊິດປະຊາຊົນກໍ່ຈະເຮັດໃຫ້ເຂົາເຈົ້າເຂັ້ມແຂງພ້ອມຫັນສູ່ການປັບປຸງປົວແປງຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ในภาพอาจจะมี 9 คน, คนที่ยิ้ม, สถานที่กลางแจ้ง

 

ในภาพอาจจะมี 4 คน, ผู้คนกำลังยืน

ເພື່ອເປັນຂັວນ ແລະ ກຳລັງໃຈໃຫ້ພີ່ນ້ອງຊາວລາວຜູ້ປະສົບໄພພິບັດນ້ຳຖ້ວມ ໂດຍສະເພາະແຂວງສາລະວັນ ໃນວັນທີ 22 ກັນຍາ ຜ່ານມາຄອບຄົວການນຳຂັ້ນສູງ ທີ່ນຳໂດຍທ່ານນາງ ນາລີ ສີສຸລິດ ພັນລະຍາທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກທີ່ຈໍາເປັນປະກອບມີເຂົ້າສານ, ອາຫາແຫ້ງ, ເຄື່ອງນຸ່ງຫົມ, ນໍ້າດື່ມ ແລະ ເຄື່ອງໃຊ້ໃນຄົວເຮືອນຈໍານວນໜຶ່ງ ມາມອບໃຫ້ປະຊາຊົນບ້ານຫ້ວຍເຊົາ, ບ້ານຫນອງແຕ໋ງ, ບ້ານໜອງຫີນ ເມືອງຄົງເຊໂດນ ແຂວງສາລະວັນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຕົ້ນເດືອນກັນຍານີ້.

ในภาพอาจจะมี 2 คน, ฝูงชน และสถานที่กลางแจ้ง

 

ในภาพอาจจะมี 2 คน, ผู้คนกำลังยืน และสถานที่กลางแจ้ง

ເຊິ່ງພິທີມອບ-ຮັບການຊ່ວຍເຫຼືອໄດ້ຈັດຂື້ນ ຢູ່ວັດບ້ານຫ້ວຍເຊົາ ເມືອງຄົງເຊໂດນ ແຂວງສາລະວັນ ໂດຍມີທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ, ທ່ານ ບຸນປອນ ອາສາພິພັກ ເຈົ້າເມືອງ ຄົງເຊໂດນ ພ້ອມດ້ວຍປະຊາຊົນ ພາຍໃນເມືອງ ໃຫ້ການຕ້ອນຮັບ.

ในภาพอาจจะมี 4 คน, สถานที่กลางแจ้ง