ປກສ ນະຄອນຫຼວງເປີດກວ້າງຮັບກຳລັງໃໝ່ປະຈຳປີ 2019

178

ເພື່ອເຮັດໃຫ້ການຮັບກຳລັງໃໝ່ ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ປະຈຳປີ 2019 ໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບຫຼັກການ, ມີປະສິດທິພາບ ແລະ ສາມາດບັນລຸໄດ້ຕາມຈຸດປະສົງ ຄາດໝາຍທີ່ກຳນົດໄວ້ກໍ່ຄືໄດ້ຄົນທີ່ມີຄວາມຮູ້, ຄວາມສາມາດໄປຢູ່ໃນກຳລັງປ້ອງກັນຄວາມສະຫງົບ ເຮັດວຽກຮັບໃຊ້ປະຊາຊົນ.

 

ເປັນພຽງພາບປະກອບຂ່າວ

 

ດັ່ງນັ້ນ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການ ສະບັບເລກທີ 1330/ປກສ. ນວ ລົງວັນທີ 16 ກັນຍາ 2019 ເຖິງ ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ຊາວນະຄອນຫຼວງວຽງຈັນ ທີ່ມີຈຸດປະສົງຕ້ອງການຢື່ນເອກະສານຂອງລູກ, ຫຼານ ສະໝັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ໂດຍອີງຕາມ ຂໍ້ຕົກລົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສະບັບເລກທີ 010/ປກສ ລົງວັນທີ 3 ມັງກອນ 2014; ອີງຕາມການແຈ້ງການ ຫົວໜ້າກົມໃຫຍ່ການເມືອງ ເລື່ອງ ການຮັບກຳລັງໃໝ່ເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 2940/ກມປສ ລົງວັນທີ 11 ກັນຍາ 2019 ແລະ ອີງຕາມການຄົ້ນຄວ້າເຫັນດີຂອງຄະນະພັກ-ຄະນະກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຄັ້ງວັນທີ 12 ກັນຍາ 2019.

 

ເປັນພຽງພາບປະກອບຂ່າວ

 

ເຊິ່ງເນື້ອໃນແຈ້ງການລະບຸວ່າ: ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແຈ້ງມາຍັງພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນຊາບວ່າ: ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປີດຮັບສະໝັກເອກະສານຂໍເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນປະຈຳປີ 2019 ໂດຍມີມາດຕະຖານເງື່ອນໄຂດັ່ງນີ້:

ຜູ້ທີ່ຮຽນຈົບມັດທະຍົມມໍປາຍ (ມ7) ທີ່ມີອາຍຸ 18-22 ປີ ແລະ ຮຽນຈົບວິຊາສະເພາະ, ເພດຍິງອາຍຸບໍ່ເກີນ 28 ປີ ແລະ ເພດຊາຍອາຍຸບໍ່ເກີນ 30 ປີ. ໃຫ້ປະກອບເອກະສານແບບຟອມທົ່ວໄປ (ຂັ້ນພື້ນຖານ) ທີ່ປະກອບດ້ວຍ: ຊີວະປະຫວັດ ຈົບຊັ້ນ ມ7; ໃບປະກາດ ພ້ອມໃບຄະແນນຈົບຊັ້ນ ມ7 ແລະ ຈົບວິຊາສະເພາະ (ກ໋ອບປີ້) ຢ່າງລະ  ສະບັບ; ໃບຢັ້ງຢືນທີ່ຢູ່ (ບໍ່ເກີນ  3 ເດືອນ); ໃບແຈ້ງໂທດ (ບໍ່ເກີນ 3 ເດືອນ); ໃບຢັ້ງຢືນກວດສຸຂະພາບ (ບໍ່ເກີນ 3 ເດືອນ) ໃບຢັ້ງຢືນຄໍ້າປະກັນຂອງພໍ່, ແມ່, ຜູ້ປົກຄອງ ຫຼື ຜູ້ຝາກ; ຄຳຮ້ອງຂໍເຂົ້າຕຳຫຼວດ  (ຂຽນດ້ວຍຕົນເອງ) ແລະ ຕ້ອງແມ່ນຜູ້ທີ່ໄດ້ຂຶ້ນທະບຽນສຳມະໂນຄົວ ແລະ ມີບັດປະຈຳຕົວ ຢູ່ນະຄອນຫຼວງວຽງຈັນ.

ເປັນພຽງພາບປະກອບຂ່າວ

 

ສຳລັບຜູ້ທີ່ຮຽນຈົບວິຊາສະເພາະຂະແໜງທີ່ຕ້ອງການມີຄື: ຂະແໜງແພດ ລະດັບການສຶກສາຈົບຊັ້ນກາງຂຶ້ນໄປ ມີຈຳນວນ 21 ຕົວເລກ; ຂະແໜງກົດໝາຍ ລະດັບການສຶກສາຈົບປະລິນຍາຕີຂຶ້ນໄປ ມີຈຳນວນ 3 ຕົວເລກ; ຂະແໜງໄຟຟ້າ ລະດັບການສຶກສາຈົບຊັ້ນປະລິນຍາຕີຂຶ້ນໄປ ມີຈໍານວນ 2 ຕົວເລກ; ຂະແໜງໄອທີ ລະດັບການສຶກສາຈົບປະລິນຍາຕີຂຶ້ນໄປ ມີຈຳນວນ 2 ຕົວເລກ; ຂັບລົດ ຕ້ອງມີໃບອະນຸຍາດຂັບຂີ່ລົດໃຫຍ່ ແລະ ມີປະສົບການມາກ່ອນ ມີຈຳນວນ 3 ຕົວເລກ.

ເປັນພຽງພາບປະກອບຂ່າວ

 

ສຳລັບວັນເວລາ ແລະ ສະຖານທີ່ຢື່ນ-ຮັບເອກະສານ, ເຂົ້າສຳພາດ ແລະ ກວດສຸຂະພາບ ມີດັ່ງນີ້: ຢື່ນ-ຮັບເອກະສານ ແມ່ນວັນທີ 16-19 ກັນຍາ 2019; ເຂົ້າສໍາພາດ ແລະ ກວດກາສຸຂະພາບແມ່ນ ວັນທີ 24-25 ກັນຍາ 2019 ແລະ ໄດ້ເສຍຄ່າອຸປະກອນກວດສຸຂະພາບຜູ້ຊາຍ 80.000 ກີບ ແລະ ຜູ້ຍິງ 100.000 ກີບ, ສະຖານທີ່ຢູ່ ຫ້ອງການເມືອງ (ຊັ້ນ4) ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ  (ຕຶກສຳນັກງານຢູ່ບ້ານໂພນທັນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ).

ສຳລັບຜູ້ທີ່ຜ່ານການກວດກາຄົບຕາມມາດຖານເງື່ອນໄຂ ຈະໄດ້ປະກອບເອກະສານ ຕາມແບບຟອມ ເຊິ່ງມູນຄ່າຊອງລະ 35.000 ກີບ ແລະ ໄດ້ເສຍຄ່າອຸປະກອນກວດສຸຂະພາບຄັ້ງທີ 2 ຕື່ມອີກ.