ເບິ່ງສະແດງກາຍສິນກໍ່ແມ່ນນ້ຳໃຈຊ່ວຍຜູ້ປະສົບໄພ

48

ທ່ານທີ່ມີນ້ຳໃຈໃສສັດທາຢາກຊ່ວຍພີ່ນ້ອງຮ່ວມຊາດຜູ້ປະສົບໄພພິບັດ ຫາກຍັງບໍ່ທັນໄດ້ຈົກເມັດເງິນນ້ອຍໆຂອງທ່ານ ຫຼື ໄດ້ຊ່ວຍແລ້ວແຕ່ຢາກເບິ່ງກາຍຍະສິນແນ່ເຊີນທາງນີ້ເລີຍ ຊື້ປີ້ຖືກໆພຽງແຕ່ 30.000 ກີບເທົ່ານັ້ນ.


ກອງກາຍຍະສິນແຫ່ງຊາດ ຈະໄດ້ຈັດການສະແດງຮອບພິເສດ ເພື່ອນໍາລາຍໄດ້ທັງໝົດ ໄປສົມທົບຊ່ວຍເຫລືອໃຫ້ແກ່ ພໍ່ແມ່ພີ່ນ້ອງ ຜູ້ປະສົບໄພນໍ້າຖ້ວມທາງພາກກາງ ແລະພາກໃຕ້.

ເຊິ່ງການສະແດງຮອບພິເສດນີ້ ທ່ານຈະໃດ້ພົບກັບລາຍການສະແດງ ທີ່ຕື່ນເຕັ້ນ ແລະ ຫວາດສຽວ ລວມທັງຕະລົກ, ລາຍການໝານ້ອຍທີ່ແສນຮູ້, ງູໂຕໃຫຍ່ໆ ແລະ ລີງນ້ອຍທີ່ຫນ້າຮັກ.

ພິເສດ ທ່ານຈະໃດ້ພົບກັບ ລາຍການສະແດງ ທີ່ກຳລັງກະກຽມໄປແຂ່ງຂັນກາຍຍະສິນ ນາໆຊາດ ທີ່ ປະເທດຫຽວດນາມ ໃນກາງ ເດືອນ ຕຸລາ 2019 ນີ້ພ້ອມ …

ການສະແດງຈະໃດ້ຈັດຂື້ນ ໃນວັນທີ 18 ກັນຍາ 2019 ເວລາ 19: 30 ໂມງ, ທີ່ ໂຮງກາຍຍະສິນແຫ່ງຊາດ ບ້ານສະຫວ່າງ, ເມຶອງຈັນທະບຸລີ, ນະຄອນຫລວງວຽງຈັນ.

ສໍາລັບໃຜທີ່ຢາກຮ່ວມຊົມການສະແດງ ແລະ ສົມທົບທຶນຮ່ວມກັບ ກອງກາຍຍະສິນແຫ່ງຊາດ ກໍສາມາດເຂົ້າຮ່ວມໄດ້ເລີຍ ບັດເຂົ້າຊົມລາຄາ: 30.000 ກີບ/ທ່ານ ສົນໃຈໂທຈອງປິ້ຫລຶຊອບຖາມໄດ້ທີເບີ 020 9714 5505, 020 5542 7837

*