ການກໍ່ສ້າງສະໜາມບິນໜອງຄ້າງ ຄືບໜ້າເກືອບ 70%

66

ການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ໄລຍະສອງ ໄດ້ເລີ່ມລົງມືກໍ່ສ້າງທ້າຍເດືອນກັນຍາ 2019 ຜ່ານມາ ຮອດປັດຈຸບັນຄືບໜ້າເກືອບ 70% ຄາດຈະໃຫ້ສຳເລັດທ້າຍປີ 2019 ນີ້.

ທ່ານ ພູທອງ ອິນທະແສງ ຫົວໜ້າໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເຜີຍຕໍ່ນັກຂ່າວທ້ອງຖິ່ນໃນອາທິດຜ່ານມາ ວ່າ: ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນຕຸລາ 2013, ຮອດຕົ້ນເດືອນຕຸລາ 2015 ໂຄງການດັ່ງກ່າວໄດ້ສິ້ນສຸດ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດຄືນໃໝ່ໄລຍະທີສອງແຕ່ວັນທີ 21 ມິຖຸນາ 2019 ຄາດວ່າຮອດທ້າຍເດືອນທັນວາ 2019 ແມ່ນຈະໃຫ້ສໍາເລັດ 100%. ໂຄງການນີ້ມີມູນຄ່າທັງໝົດ 74 ລ້ານກວ່າໂດລາສະຫະລັດ ໂດຍແມ່ນທຶນກູ້ຢືມຈາກ ບໍລິສັດ ຮຸ້ນສ່ວນ ຮວ່າງແອັງ ຢາລາຍ ( HAGL ), ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ, ບໍລິສັດ ADCC ສສ ຫວຽດນາມ ເປັນທີ່ປຶກສາ ແລະ ຜູ້ຮັບເໝົາກໍ່ສ້າງໂດຍ ບໍລິສັດ ພັດທະນາກະສິກໍາ ຮວ່າງແອັງ ອັດຕະປື ຈໍາກັດ.

ມາຮອດປັດຈຸບັນໂຄງການດັ່ງກ່າວມີ ຄວາມຄືບໜ້າແລ້ວ 66,38% ຂອງໜ້າວຽກທັງໝົດ. ໃນນີ້, ວຽກກໍ່ສ້າງອາຄານຄືບໜ້າ 80%, ທາງແລ່ນຂຶ້ນ – ລົງຂອງຍົນປູດ້ວຍຢາງຂົ້ວໜາ 15 ຊັງຕີແມັດ ມີຄວາມຍາວທັງໝົດ 2.400 ແມັດ, ກວ້າງ 30 ແມັດ ປູຢາງຂົ້ວສຳເລັດແລ້ວ 1.500 ແມັດ.

ສ່ວນໜ້າວຽກທີ່ພວມສືບຕໍ່ຈັດຕັ້ງປະຕິບັດແມ່ນສືບຕໍ່ວຽກຂົນສົ່ງວັດສະດຸ ແລະ ອຸປະກອນຕ່າງໆ ມາຮັບໃຊ້ໂຄງການເປັນປົກກະຕິ, ຕັດດິນຢູ່ເຂດພື້ນທີ່ແລວລົງເດີ່ນຂອງທາງແລ່ນຂຶ້ນ – ລົງສົ້ນເບື້ອງທິດເໜືອ, ສືບຕໍ່ກໍ່ສ້າງທາງແລ່ນຂຶ້ນ – ລົງ ເຊັ່ນ: ຖົມຊັ້ນຫີນປູຢາງຂົ້ວທາງແລ່ນຂຶ້ນ – ລົງ, ຕິດຕັ້ງບານແກ້ວໃສ່ອາຄານຜູ້ໂດຍສານ, ສືບຕໍ່ກໍ່ສ້າງຮົ້ວອ້ອມສະໜາມບິນ, ກັນເຈື່ອນ ແລະ ກໍ່ສ້າງລະບົບລະບາຍນໍ້າເຂດປະຕິບັດການບິນ.

ນອກຈາກວຽກກໍ່ສ້າງຢູ່ພາກສະໜາມແລ້ວ ບໍລິສັດຜູ້ຮັບເໝົາກໍ່ສ້າງ ກໍໄດ້ສຸມໃສ່ວຽກຈັດຊື້ອຸປະກອນມາຕິດຕັ້ງໃສ່ສະໜາມບິນໃຫ້ສໍາເລັດຕາມແຜນການ ເຊັ່ນ: ອຸປະກອນຊ່ວຍການບິນ, ເຄື່ອງຈັກປັ່ນໄຟຟ້າສໍາຮອງ, ເຄື່ອງວັດແທກສະພາບອາກາດ, ເຄື່ອງເອັກສະເລ ( X – RAY ) ແລະ ອຸປະກອນອື່ນໆຕາມການອອກແບບ.

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແມ່ນກໍ່ສ້າງໃຫ້ໄດ້ຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະເຮືອນ ແລະ ມາດຕະຖານສາກົນ ເຊິ່ງສາມາດຮອງຮັບຍົນຂະໜາດ 70 – 100 ບ່ອນນັ່ງ ເຊັ່ນ: ຍົນ ATR72 ແລະ ຍົນອື່ນໆ ພາຍຫຼັງກໍ່ສ້າງສຳເລັດແລ້ວ ບໍລິສັດຜູ້ຮັບເໝົາກໍຈະໄດ້ມອບຕໍ່ໃຫ້ກົມການບິນພົນລະເຮືອນເປັນຜູ້ບໍລິຫານຈັດການຕໍ່ໄປ.

( ຂ່າວ: ງຸດ ວິໄລຄຳ )