ມອບລົດໄຖນາໃຫ້ 10 ບ້ານເປົ້າໝາຍ ນໍາໃຊ້ເຂົ້າໃນການກະສິກຳ

144

ເພື່ອປະຕິບັດໂຄງການ ສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນ ເປັນເຈົ້າການໃນການພັດທະນາ ເມືອງນາແລ ແຂວງຫຼວງນ້ຳທາ, ໄດ້ຈັດພິທີມອບ-ຮັບລົດໄຖນາເດີນຕາມໃຫ້ປະຊາຊົນ 10 ບ້ານເປົ້າ   ໝາຍ ທີ່ຂາດແຄນພາຫະນະ, ເຄື່ອງມືທີ່ຮັບໃຊ້ເຂົ້າໃນການຜະລິດກະສິກຳ ເພື່ອສະໜອງສິນຄ້າອອກຈຳໜ່າຍ ສ້າງລາຍຮັບສູ່ຄອບຄົວ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 

ເປັນພຽງພາບປະກອບຂ່າວ

 

ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 9 ກັນຍາ 2019 ຜ່ານມາ, ທີ່ສະໂມສອນຂອງເມືອງນາແລ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທຳມະວົງ ບຸນ ຮອງເຈົ້າເມືອງໆນາແລ ຜູ້ຊີ້ນຳຂົງເຂດເສດຖະກິດ ມີຄະນະຊີ້ນຳໂຄງການ, ຂະແໜງການທີ່ກ່ຽວຂ້ອງ, ນາຍບ້ານ ແລະ ຕາງໜ້າຈາກ 10 ບ້ານເປົ້າໝາຍເຂົ້າຮ່ວມ

ຈຸດປະສົງໃນການມອບລົດໃນຄັ້ງນີ້ກໍ່ເພື່ອ ສ້າງເປັນກອງທຶນຂັ້ນບ້ານ, ສົ່ງເສີມຄອບຄົວທີ່ເຮັດອາຊີບການຜະລິດກະສິກຳເປັນສ່ວນໃຫຍ່ ແຕ່ຍັງຂາດອຸປະກອນ ແລະ ເຄື່ອງມືທຳການຜະລິດເພື່ອ ນຳໃຊ້ເຂົ້າໃນການຜະລິດ, ການບໍລິການຂອງກຸ່ມຊາວນາ ໃນການສະໜອງອາຫານທ່ຽງໃຫ້ເດັກນັກຮຽນໃນໂຮງຮຽນ ແລະ ຈໍາໜ່າຍອອກສູ່ທ້ອງຕະຫຼາດ ເພື່ອສ້າງລາຍຮັບໃຫ້ກັບຊາວກະສິກອນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເປັນລຳດັບ.

ເປັນພຽງພາບປະກອບຂ່າວ

 

ລົດທີ່ນຳມາມອບໃນຄັ້ງນີ້ແມ່ນລົດໄຖນາເດີນຕາມ ຍີ່ຫໍ້ຄູໂບຕ້າ ຈໍານວນ 10 ຄັນ ລວມມູນຄ່າທັງໝົດ 277 ລ້ານ 9 ແສນກີບ, ສ່ວນ 8 ຄັນ ມອບໃຫ້ບ້ານສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນ ເປັນເຈົ້າການໃນການພັດທະນາ ແລະ 2 ຄັນແມ່ນມອບໃຫ້ ບ້ານເປົ້າໝາຍຂອງໂຄງການອາຫານໂລກ ຄື: ບ້ານ ຫາດນາແລ້ງ, ບ້ານພູປາດ, ບ້ານພູລວງ, ບ້ານ ໜອງປາແຊດ, ບ້ານສະໂຫຼຍ, ບ້ານພູຈະແລ, ບ້ານພູຕາງ, ບ້ານແວນ, ບ້ານເລົາ ແລະ ບ້ານອ້ອມ ເຊິ່ງແມ່ນ ອົງການອາຫານໂລກ ປະຈຳ ສປປລາວ ເປັນຜູ້ໃຫ້ທຶນ, ໂດຍອົງການລູເທີເຮັນ ປະຈໍາ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກິດຈະກໍາ.

ເປັນພຽງພາບປະກອບຂ່າວ

 

ຈາກນັ້ນ, ໄດ້ຝຶກອົບຮົມເນາະນຳເຕັກນິກວິທີການນຳໃຊ້ ສ້າງຄວາມອາດສາມາດໃຫ້ແກ່ຄະນະຄຸ້ມຄອງກອງທຶນ ເພື່ອຄຸ້ມຄອງບໍລິຫານ ແລະ ບຳລຸງຮັກສານຳໃຊ້ເຂົ້າໃນການຜະລິດ, ການບໍລິການຂອງກຸ່ມຊາວນາ ແລະ ໄດ້ເຊັນບົດບັນທຶກ ມອບ-ຮັບ ລົດໄຖນາເດີນຕາມໃນໂຄງການ ສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນເປັນເຈົ້າການໃນການພັດທະນາຢ່າງເປັນທາງການ.

 

ທີ່ມາ: ຂ່າວສານຫຼວງນໍ້າທາ