ທ່ານຮອງນາຍົກ ເຄື່ອນໄຫວຊຸກຍູ້ວຽກກະກຽມກອງປະຊຸມ 3 ຂັ້ນ ພ້ອມຕິດຕາມສະພາບນໍ້າຖ້ວມຢູ່ແຂວງຄຳມ່ວນ

35

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ພ້ອມຄະນະໄດ້ເດີນທາງຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ ໃນວັນທີ 6 ກັນຍາ 2019 ໂດຍມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ພ້ອມການນຳຂອງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຮັບຟັງການໂອ້ລົມຂອງທ່ານຮອງນາຍົກລັດຖະມົນຕີ ທີ່ເຮືອນຮັບແຂກ ເບີ 1 ໂດຍມີການນຳຂັ້ນແຂວງ, ບັນດາພະແນກການອ້ອມຂ້າງ ແລະ ຄະນະນຳຂັ້ນເມືອງໃນ 10 ຕົວເມືອງເຂົ້າຮ່ວມ.

ທ່ານ ໂອໄດ ສຸດາພອນ ໄດ້ລາຍງານສະພາບຈຸດພິເສດ, ແຜນພັດທະນາເສດຖະກິດ – ສັງຄົມ, ການຫ້າງຫາກະກຽມເພື່ອດຳເນີນກອງປະຊຸມໃຫຍ່ຂອງແຂວງ ແລະ ສະພາບການເກີດໄພພິບັດນໍ້າຖ້ວມໃນປັດຈຸບັນໃຫ້ແກ່ຄະນະທ່ານຮອງນາຍົກໄດ້ຮັບຊາບ. ຈາກນັ້ນ, ທ່ານຮອງນາຍົກກໍໄດ້ເນັ້ນໃຫ້ການນຳຂອງແຂວງ, ຂອງເມືອງຈົ່ງສືບຕໍ່ຢ່າງແຂງແຮງກວ່າເກົ່າຕໍ່ວຽກງານປ້ອງກັນຊາດ – ປ້ອງກັນ ຄວາມສະຫງົບ, ປັບປຸງທາງດ້ານກຳລັງໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈຳປີ 2019 ຍູ້ແຮງທຸກຂົງເຂດວຽກງານທີ່ຈຳເປັນ ທາງດ້ານກະສິກຳ, ອຸດສາຫະກຳ – ການຄ້າ, ການລົງທຶນ, ການພັດທະນາກໍ່ສ້າງພື້ນຖານໂຄງລ່າງ, ຖະໜົນຫົນທາງ, ຊົນລະປະທານ ແລະ ອື່ນໆ ແນໃສ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໄດ້ບັນລຸຕາມແຜນທີ່ວາງໄວ້ ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການລຶບລ້າງຄວາມທຸກຍາກຂອງປະຊາຊົນ.

ສືບຕໍ່ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງໂດຍເລັ່ງໃສ່ 3 ວຽກງານໃຫຍ່ ຄື: ວຽກງານສ້າງຂະບວນການ ເພີ່ມທະວີຍູ້ແຮງຂະບວນການທີ່ປິ່ນອ້ອມຢ່າງເລິກເຊິ່ງ ແລະ ມີຈຸດສຸມ, ສູ້ຊົນປະຕິບັດບັນດາຄາດໝາຍທີ່ກອງປະຊຸມຄັ້ງກ່ອນໄດ້ວາງອອກ, ວຽກງານກະກຽມດ້ານເນື້ອໃນ ຕີລາຄາການຈັດຕັ້ງປະຕິບັດບັນດາຄາດໝາຍໃນໄລຍະຜ່ານມາ ພ້ອມທັງກຳນົດທິດທາງໃນຕໍ່ໜ້າ ໂດຍອີງໃສ່ສະພາບຕົວຈິງໃນແຕ່ລະຂົງເຂດ ແລະ ຄວາມສາມາດໃນແຕ່ລະທ້ອງຖິ່ນ, ວຽກງານການກະກຽມບຸກຄະລາກອນໂຄງປະກອບການເລືອກເຟັ້ນພະນັກງານແມ່ນມີທັງວົງແຄບ ແລະ ວົງກວ້າງ ໂດຍອີງໃສ່ມາດຖານເງື່ອນທີ່ໄດ້ກຳນົດໄວ້ ບົນຈິດໃຈຫັນເປັນໜຸ່ມ ແລະ ຮັກສາໄດ້ 3 ຮຸ່ນ ຄື: ອາວຸໂສ, ກາງ ແລະ ໜຸ່ມ ໂດຍແມ່ນ ຄວາມຮັບຜິດຊອບຂອງຄະນະປະຈຳ ແລະ ອະນຸກຳມະການບຸກຄະລາກອນ ພ້ອມກັນສືບຕໍ່ຊ່ວຍເຫຼືອ ແລະ ແກ້ໄຂປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນໍ້າຖ້ວມ ລວມເຖິງການຟື້ນຟູພາຍຫຼັງທີ່ນໍ້າບົກແຫ້ງ.

ໂອກາດນີ້ທ່ານຮອງນາຍົກ ຍັງໄດ້ມອບເງິນເພື່ອຊ່ວຍເຫຼືອໄພພິບັດນໍ້າຖ້ວມ ພ້ອມທັງລົງຕິດຕາມສະພາບນໍ້າຢູ່ໃນບາງຈຸດຂອງເມືອງໜອງບົກຕື່ມອີກ.

( ຂ່າວ: ກອງຄຳ )