ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມີກໍາໄລເພີ່ມຂຶ້ນ 30 ເປີເຊັນ

330

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ເປີດເຜີຍຜົນການດຳເນີນທຸລະກິດໃນໄລຍະ 6 ເດືອນຕົ້ນປີ 2019 ຜ່ານລະບົບເປີດເຜີຍຂໍ້ມູນຂອງຕະຫຼາດຫຼັກຊັບລາວ ໂດຍບໍລິສັດມີຜົນກຳໄລສຸດທິ 4 ຕື້ 300 ລ້ານກີບ ເພີ່ມຂຶ້ນ 30% ເມື່ອທຽບກັບໄລຍະດຽວກັນຂອງ 2018.

ທ່ານ ມານົບ ຕຣີລິດວິໄລ ຜູ້ອຳນວຍການໃຫຍ່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2019 ບໍລິສັດມີຜົນປະກອບການລວມທັງໝົດ 11 ຕື້ 673 ລ້ານກີບ. ໃນນີ້, ກຳໄລສຸດທິ ຈໍານວນ 4 ຕື້ 300 ລ້ານກີບ ເພີ່ມຂຶ້ນ 996 ລ້ານກີບ ຫຼື 30 ສ່ວນຮ້ອຍ ເມື່ອທຽບກັບໄລຍະດຽວກັນຂອງປີ 2018 ທີ່ມີກໍາໄລສຸດທິພຽງແຕ່ 3 ຕື້ 304 ລ້ານກີບ. ລາຍຮັບໄດ້ທີ່ເພີ່ມຂຶ້ນນັ້ນ ສ່ວນໜຶ່ງມາຈາກລາຍໄດ້ດອກເບ້ຍຈາກການຂະຫຍາຍສາຂາທີ່ແຂວງສະຫວັນນະເຂດ ຖືວ່າເປັນການຕອບສະໜອງທີ່ດີຈາກຮ້ານຂາຍລົດຈັກ ແລະ ລູກຄ້າພາຍໃນແຂວງໃຊ້ບໍລິການເພີ່ມຂຶ້ນ ຈຶ່ງເຮັດໃຫ້ບໍລິສັດມີອັດຕາການເຕີບໂຕໃນລະດັບທີ່ໜ້າພໍໃຈ.

ທ່ານກ່າວຕື່ມວ່າ: ເມື່ອບໍ່ດົນມານີ້, ທາງບໍລິສັດ ມະຫະທຶນ ຍັງໄດ້ຮັບອະນຸມັດຈາກສະພາບໍລິຫານໃຫ້ເປີດບໍລິການສິນເຊື່ອ ( Refinance ) ສຳລັບລົດໃຫຍ່ມືສອງເປັນອີກຜະລິດຕະພັນໜຶ່ງ ເນື່ອງຈາກເຫັນວ່າລູກຄ້າມີຄວາມຕ້ອງການສິນເຊື່ອເພື່ອເພີ່ມສະພາບຄ່ອງທາງການເງິນ ເຊິ່ງໃນເບື້ອງຕົ້ນຈະເລີ່ມໃຫ້ບໍລິການສິນເຊື່ອ Refinance ສຳລັບລົດໃຫຍ່ມືສອງໃຫ້ກັບລູກຄ້າໃນເຂດນະຄອນຫຼວງວຽງຈັນກ່ອນ. ຈາກນັ້ນ, ຈຶ່ງຂະຫຍາຍການບໍລິການສູ່ແຂວງສະຫວັນນະເຂດ ແລະ ແຂວງອື່ນໆຕໍ່ໄປ.

ນອກຈາກນີ້, ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ກໍຈະເລີ່ມການເປີດໃຫ້ບໍລິການສິນເຊື່ອລົດໄຖນາສຳລັບຊາວກະສິກອນ ທີ່ຕ້ອງການລົດໄຖນາ ( ປະເພດເດີນຕາມ ) ເພື່ອໃຊ້ງານໃນໄລຍະລະດູເກັບກ່ຽວຜົນຜະລິດທີ່ຈະມາເຖິງນີ້ ໂດຍເນັ້ນໃຫ້ບໍລິການຊາວກະສິກອນໃນນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ເປັນຫຼັກ, ທ່ານ ມານົບ ຕຣີລິດວິໄລ ກ່າວ.

ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ເປັນບໍລິສັດທີ 8 ທີ່ເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບລາວ ເຊິ່ງໄດ້ເປີດການຊື້ – ຂາຍຫຸ້ນຢ່າງເປັນທາງການໃນທ້າຍປີ 2018 ສໍາລັບຜົນປະກອບການດ້ານທຸລະກິດເຊົ່າສິນເຊື່ອຂອງບໍລິສັດໃນປີຜ່ານມາເຫັນວ່າມີການຂະຫຍາຍຕົວຕໍ່ເນື່ອງ, ເມື່ອວັນທີ 24 ພຶດສະພາ 2019 ຜ່ານມາ ບໍລິສັດໄດ້ຈ່າຍເງິນປັນຜົນປີ 2018 ໃຫ້ແກ່ຜູ້ຖືຫຸ້ນໃນອັດຕາ 147 ກີບຕໍ່ຫຸ້ນ.

[ ຂ່າວ: ສົມສະຫວິນ, ຮູບ: ສຸກສະຫວັນ ]