ຮ່ວມບໍລິຈາກໃຫ້ຜູ້ປະສົບໄພ ກັບ ໂຄງການ ນາງສາວລາວ ຮ່ວມກັບ ສູນກາງຊາວໜຸ່ມ

87

*

*

ໂຄງການ ນາງສາວລາວ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຂໍເປັນອີກໜຶ່ງແຮງໃຈ ລະດົມທຶນສົມທົບ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທາງ ພາກໃຕ້

*

*

ທ່ານສາມາດຮ່ວມສົມທົບບໍລິຈາກ ອຸປະກອນ, ເຄື່ອງໃຊ້ ທີ່ຈຳເປັນ ເພື່ອຊ່ວຍເຫຼືອຜູ້ທີ່ກຳລັງປະສົບໄພດັ່ງກ່າວ ບໍ່ວ່າຈະເປັນ : ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ, ຢາສາມັນປະຈຳບ້ານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຕ່າງໆ ແລະ ອື່ນໆ

*

*

ໂດຍມີ ມີມີ່ ສຸດທິດາ ອະນຸສິນ, ນາງສາວລາວ 2018  ຢູ່ຈຸດຮັບເຄື່ອງ ທຸກໆວັນ ຫຼື ສາມາດບໍລິຈາກເປັນເງິນ ໂດຍການໂອນເຂົ້າບັນຊີ ນາງ ສຸດທິດາ ອະນຸສິນ ນາງສາວລາວ 2018  ເລກບັນຊີ : 160 12 000 1011023 001 ທະນາຄານການຄ້າ…

*

*

ເງິນທຸກກີບທີ່ໂອນເຂົ້າ ຈະຖືກອັບເດດທຸກໆມື້ ແລະ ລາຍງານການໃຊ້ຈ່າຍ ຊື້ເຄື່ອງຂອງຕ່າງໆຢ່າງຊັດເຈນ, ຜ່ານເພຈ Miss Laos ນາງສາວລາວ

*

*

ທີມຊ່ວຍເຫຼືອຜູ້ປະສົບໄພພິບັດ ປະຈຳສູນກາງຊາວໜຸ່ມ ຈະເດີນທາງໄປຊ່ວຍເຫຼືອ ໃນວັນທີ 09 ກັນຍາ 2019 ນີ້

*

*

ທ່ານສາມາດນຳເຄື່ອງຂອງມາບໍລິຈາກໄດ້ທຸກໆມື້ ຈົນຮອດວັນເດີນທາງ ສະຖານທີ່ : ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ຫຼັງຕະຫຼາດຫຼັກຊັບ) ໂທສອບຖາມ : 020 77325999

*

*