ອັບເດດພາບນໍ້າຖ້ວມເທດສະບານ ແຂວງສາລະວັນ ຢ່າງຫນັກຫນວງ(ເຊົ້າວັນທີ 4 ກັນຍາ) ນໍ້າຍັງສືບຕໍ່ເພີ່ມຂຶ້ນ

101

4 ກັນຍາ 2019,  ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນພາຍຸໜູນເຂດຮ້ອນ ຄາຈິກີ ຫົວທີ14 ທີ່ກຳລັງເຄື່ອນທີ່ຢູ່ທະເລຈີນໃຕ້ ໃກ້ກັບປະເທດຫວຽດນາມ ພວມເຄື່ອນທີ່ໄປທາງທິດຕາເວັນອອກ-ຕາເວັນອອກສ່ຽງເໜືອ ໄປສູ່ເກາະໄຮນາມ ເຊິ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາາປານກາງຢູ່ເຂດພາກເໜືອ ແລະຕົກເປັນບໍລິເວນກວ້າງ ຫາຕົກໜັກຫຼາຍນັບແຕ່ແຂວງຄຳມ່ວນລົງຫາພາກໃຕ້. ພ້ອມດຽວກັນນັ້ນລະດັບນໍ້າຂອງຢູ່ແຂວງຈຳປາສັກ ຍັງຈະສືບຕໍ່ເພີ່ມຂຶ້ນອີກ.


ຂະນະທີ່ສະພາບການນໍ້າຖ້ວມທີ່ເທດສະບານແຂວງສາລະວັນ ມາຮອດຕອນເຊົ້າວັນທີ4 ກັນຍາ 2019 ນໍ້າໄດ້ສືບຕໍ່ເພີ່ມຂຶ້ນສູງແລະ ຖ້ວມຫຼາຍພື້ນທີ່ດັ່ງພາບລຸ່ມນີ້