ເຮືອຊ່ວງ 31 ລໍາ ຮ່ວມຊີງໄຊ ບຸນຊ່ວງເຮືອຫຼວງພະບາງ

204

ບຸນຫໍ່ເຂົ້າປະດັບດິນ ຫຼື ບຸນເດືອນເກົ້າ ທີ່ຈະມາເຖິງໃນອາທິດນີ້ ນະຄອນຫຼວງພະບາງ ໄດ້ຈັດການແຂ່ງຂັນຊ່ວງເຮືອປະຈໍາປີ 2019 ຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ ເຊິ່ງປີນີ້ມີເຮືອຊ່ວງເຂົ້າຮ່ວມຊີງໄຊທັງໝົດ 31 ລໍາ, ດ້ານອະນຸກຳມະການຈັດງານເຜີຍ: ລະດັບນໍ້າຄານຍັງຢູ່ໃນເກນປົກກະຕິສາມາດແຂ່ງຂັນໄດ້, ແຕ່ຫາກທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າຫຼຸດລົງເລັກໜ້ອຍ, ຂະນະທີ່ການຈັດງານແມ່ນພ້ອມໝົດທຸກດ້ານ.

ໃນທ້າຍເດືອນກໍລະກົດ 2019 ຜ່ານມາ ເຈົ້າຄອງນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ໄດ້ອອກແຈ້ງການກ່ຽວກັບການກະກຽມຈັດງານບຸນຫໍ່ເຂົ້າປະດັບດິນ ( ຊ່ວງເຮືອເດືອນເກົ້າ ) ປະຈຳປີ 2019 ເຊິ່ງໄດ້ຈັດໃຫ້ມີການແຂ່ງຂັນນັບແຕ່ວັນທີ 23 ສິງຫາຜ່ານມາ ທີ່ບ້ານຫາດຮ່ຽນ ແລະ ໃນວັນອັງຄານທີ 27/08/2019 ກົງກັບແຮມ 12 ຄ່ຳ ເດືອນ 9 ປີ 2562 ແມ່ນການຊ່ວງເຮືອທີ່ບ້ານສັງຄະໂລກ, ສ່ວນວັນພຸດ ທີ 28/08/2019 ແຮມ 13 ຄ່ຳ ເດືອນ 9 ປີ 2562 ເລີ່ມເວລາ 07:00 – 12:00 ໂມງ ແມ່ນມີພິທີໂລະລາດ ( ຕະຫຼາດນັດມວນຊົນ ) ຕາມເສັ້ນທາງສີສະຫວ່າງວົງ ເລີ່ມແຕ່ສາມແຍກບ້ານຈຸມຄ້ອງ ( ຫໍພະບາງ ) ຫາ ສາມແຍກພະແນກ ຍທຂ ແຂວງ, ສໍາລັບວັນພະຫັດ ວັນທີ 29/08/2019 ແຮມ 14 ຄ່ຳ ເດືອນ 9 ປີ 2562 ເປັນມື້ບຸນເຂົ້າປະດັບດິນ ເຊິ່ງຕອນເຊົ້າຈະມີການໃສ່ບາດ. ຫຼັງຈາກນັ້ນ, ກໍຊົມການແຂ່ງຂັນຊ່ວງເຮືອງຫຼວງພະບາງທີ່ນ້ຳຄານ ນັບແຕ່ເວລາ 09:00 ໂມງເປັນຕົ້ນໄປ ຄູ່ເປີດສາກການແຂ່ງຂັນຢ່າງເປັນທາງການ ໂດຍເລີ່ມຈາກເຮືອນາງດຳ – ນາງດ່ອນ ( ຈາກບ້ານຊຽງແມນ ຫຼື ວັດຊຽງຍືນ ) ຊ່ວງລົງມາເປັນຄູ່ເປີດໜ້ານ້ຳ. ຈາກນັ້ນ, ຈຶ່ງດໍາເນີນການແຂ່ງຂັນຕາມຕາຕະລາງທີ່ອະນຸກຳມະການໄດ້ຈັດລຳດັບຈົນຮອດຮອບຊີງຊະນະເລີດ ແລະ ປະກາດຜົນມອບລາງວັນ.

ທ່ານ ບຸນຄົງ ສຸກສະຫວັດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ທັງເປັນອະນຸກໍາມະການຈັດການແຂ່ງຂັນຊ່ວງເຮືອປະຈໍາປີ 2019 ໃຫ້ສໍາພາດວ່າ: ມາຮອດປັດຈຸບັນການກະກຽມຈັດການແຂ່ງຂັນຖືວ່າພ້ອມໃນທຸກໆດ້ານ, ສາມາດອໍານວຍຄວາມສະດວກໃຫ້ແກ່ມວນຊົນທັງພາຍໃນ ຫຼື ຕ່າງປະເທດເຂົ້າມາທ່ຽວໃນໄລຍະອາທິດນີ້ຢ່າງເຕັມທີ່ ລວມທັງການຮັກສາຄວາມສະຫງົບປອດໄພຮ້ອຍສ່ວນຮ້ອຍ, ຕາມການສັງເກດເຫັນວ່າປີນີ້ນໍ້າຄານຫຼຸດລົງເລັກໜ້ອຍຫາກທຽບໃສ່ກັບປີ 2018 ຜ່ານມາ, ແຕ່ກໍຖືວ່າສາມາດຈັດການແຂ່ງຂັນໄດ້ປົກກະຕິ ເຊິ່ງມີເຮືອຊ່ວງເຂົ້າຮ່ວມຊີງໄຊທັງໝົດ 31 ລຳ ແບ່ງອອກເປັນ 2 ສາຍ ຄື:

  • ສາຍ ກ: ເຮືອຊ່ວງພະແນກ ຖວທ ບ້ານພັນຫຼວງ, ເຮືອຊ່ວງຮ້ານຂາຍລົດ ບ້ານດອນແຊັມ, ເຮືອຊ່ວງພະແນກສາທາລະນະສຸກ ບ້ານອາໂພ, ເຮືອຊ່ວງບ້ານດອນຫົງຟ້າ, ເຮືອຊ່ວງລາວແກ໊ສ ບ້ານສັງຄະໂລກ 2, ເຮືອຊ່ວງບ້ານປາກເຊືອງ, ເຮືອຊ່ວງບ້ານປາກຫຼວງ ຮ້ານໂລອອນອິນເຕີເນັດ, ເຮືອຊ່ວງວັດໃໝ່ສຸວັນນະພູມມາຣາມ ບ້ານປ່າຂາມ, ເຮືອຊ່ວງສະໜາມບິນສາກົນຫຼວງພະບາງ ບ້ານຫາດຮ່ຽນ, ເຮືອຊ່ວງບ້ານສາມສ້າງເມືອງຂາຍ ຮ້ານເກດປ້າຍ ( ບ້ານນາວຽງຄຳ ), ເຮືອຊ່ວງບ້ານຄົກມັນ, ເຮືອຊ່ວງເມືອງປາກອູ ບ້ານຊ່າງໄຫ, ເຮືອຊ່ວງຮ່ວມມື ລາວ – ຈີນ ບ້ານຊຽງລ້ອມ, ເຮືອຊ່ວງຊາວໜຸ່ມກຸ່ມຊຽງທອງ, ເຮືອຊ່ວງເມືອງໂພນໄຊ.

  • ສາຍ ຂ: ເຮືອຊ່ວງແຂວງໄຊຍະບູລີ, ເຮືອຊ່ວງນາວາປາກຕານ ບ້ານໂພນສະອາດ, ເຮືອຊ່ວງນະຄອນຫຼວງວຽງຈັນ ຣີສອດປາກນໍ້າຄານ, ເຮືອຊ່ວງວັດຊຽງທອງ 1, ເຮືອຊ່ວງພະແນກສຶກສາທິການ ແລະ ກີລາ ບ້ານນູນສະຫວາດ, ເຮືອຊ່ວງບ້ານຖິ່ນຊົມ, ເຮືອຊ່ວງເມືອງນໍ້າບາກ, ເຮືອຊ່ວງ ບໍລິສັດ ຮຸ່ງວິໄລ ບ້ານຫາດຮ່ຽນ, ເຮືອຊ່ວງສະຖາບັນການເງິນຈໍາປາລາວ ບ້ານຄອຍ, ເຮືອຊ່ວງລາວແກ໊ສ ບ້ານສັງຄະໂລກ 1, ເຮືອຊ່ວງວັດຊຽງທອງ 2, ເຮືອຊ່ວງເມືອງຊຽງເງິນ, ເຮືອຊ່ວງບ້ານສະເລື່ອນ, ເຮືອຊ່ວງຊາວໜຸ່ມຈານເໜືອ ( ເມືອງຈອມເພັດ ), ເຮືອຊ່ວງກຸ່ມທຸລະກິດຊ້າງເພັດ, ເຮືອຊ່ວງທະນາຄານ ( ນາວາຜານາກ ).

[ ຂ່າວ: ສົມສະຫວິນ, ຮູບ: ສະມາຄົມຄົນເມືອຫຼວງພະບາງ ]