ສົມຊື່ “ຊາພັນປີ” ຜົ້ງສາລີໄດ້ລາງວັນຊະນະເລີດ ຊາສາກົນທີ່ຮົງກົງ

302

ດັ່ງທີ່ຫຼາຍຄົນຮູ້ຈັກກັນດີແລ້ວວ່າ ຜົ້ງສາລີ ເປັນແຂວງທີ່ຂຶ້ນຊື່ເລື່ອງຊາມາຍາວນານ,  ຊາເປັນສິນຄ້າປາຍແຫຼມຂອງແຂວງທີ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດຍັງມີຄວາມຕ້ອງການສູງ ຫຼ້າສຸດ, ຊາແຂວງຜົ້ງສາລີ ສາມາດໄປຄວ້າລາງວັນຊະນະເລີດຈາກການປະກວດຊາສາກົນຢູ່ຮົງກົງໃນປີ 2019 ນີ້.

 

 

ຜົນງານຊະນະເລີດຄັ້ງນີ້ ເປັນລາງວັນໃນສາຍ “ຊາຜູເອີ໋” ໃນນີ້ຊາທີ່ນຳເຂົ້າປະກວດເປັນຊາຈາກໂຮງງານຊາແສງຄຳ ແຂວງຜົ້ງສາລີ. ທັງນີ້ ຊາຜູເອີ໋ ແມ່ນມີຕົ້ນກຳເນີດ ແລະ ນິຍົມປູກກັນໃນບໍລິເວນພາກໃຕ້ຂອງແຂວງຢູນນານ ປະເທດຈີນ ທີ່ເມືອງຜູເອີ໋ ນັບວ່າເປັນຊາທີ່ມີຊື່ສຽງ ແລະ ໂດ່ງດັງໃນປັດຈຸບັນ. ຊາຊະນິດນີ້ຜູ້ໃດໄດ້ດື່ມເປັນຄັ້ງທຳອິດຈະຮູ້ສຶກວ່າມີກິ່ນແຮງ ແລະ ລົດຊາດເຂັ້ມຂຸ້ນຫຼາຍ ແຕ່ເມື່ອດື່ມຄັ້ງຕໍ່ໆໄປຈະຮູ້ສຶກຕິດໃຈ.

 

 

ການເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້ ແມ່ນຢູ່ພາຍໃຕ້ການສະໜັບສະໜຸນ ຈາກກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ໂຄງການໄບໂອເທຣດ ເພື່ອໂຄສະນາຊາລາວໃຫ້ເປັນທີ່ຮັບຮູ້ໃນຕະຫຼາດສາກົນ.