ກໍາປູເຈຍເປີດນໍາໃຊ້ເວັບຊື້ຂາຍອອນລາຍຊຸກຍູ້ທຸລະກິດສູ່ຕະຫຼາດໂລກ

69

ໜັງສືພິມກໍາປູເຈຍລາຍາງານ:ເວັບໄຊ ທິນ ທິນ ອີຄອມເມິດ ເປີດໃຫ້ບໍລິການແລ້ວໂດຍເວັບໄຊນີ້ເປັນການຮ່ວມທຶນລະຫວ່າງບໍລິສັດ ກໍາປູເຈຍ ໂພດອີ ໂຊລູຊັນ ທຸລະກິດຮ່ວມທຶນໄປຊະນີກໍາປູເຈຍ,ບໍລິສັດແຊດວີເອສ ອິນເວດເມັນຂອງຈີນ ແລະ ແພັກຊາ ໂມບາຍ ໂຊລູຊັນ ບໍລິສັດເທັກໂນໂລຢີທ້ອງຖິ່ນ.

ເວັບໄຊດັ່ງກ່າວໃຫ້ບໍລິການອອນລາຍທີ່ຄວບຄຸມ ແລະ ຄົບວົງຈອນເຮັດໜ້າທີ່ຄ້າຍຄືໜ່ວຍງານໂທລະຄົມມະນາຄົມ ແລະ ສື່ກາງຕະຫຼອດຮອດມີບົດບາດອື່ນໆ.

ທ່ານ ອອກ ໂບຣາ ຜູ້ອໍານວຍການໃຫຍ່ໄປຊະນີກໍາປູເຈຍກ່າວວ່າ:ເວັບໄຊນີ້ສ້າງຕັ້ງຂຶ້ນດ້ວຍເງິນ1,5ລ້ານໂດລາສະຫະລັດໂດຍໄປຊະນີກໍາປູເຈຍເຊິ່ງເປັນບໍລິສັດມະຫາຊົນຕັ້ງແຕ່ປີ2011ຖືຮຸ້ນຢູ່10%ສ່ວນແຊດວີເອສຖືຮຸ້ນ50%ທີ່ເຫຼືອອີກ40%ເປັນຂອງແພັກຊາ ໂມບາຍ ໂຊລູຊັນ.

ດ້ານທ່ານ ນາງ ມຽດ ໂສເພຍຣີ ຜູ້ອໍານວຍການບໍລິສັດ ກໍາປູເຈຍ ໂພດອີ ໂຊລູຊັນ ກ່າວວ່າ:ເວັບໄຊ ທິນ ທິນ ອີຄອມເມິດເປັນຕະຫຼາດອອນລາຍທີ່ໄດ້ຮັບການຮັບຮອງພຽງແຫ່ງດຽວຂອງກໍາປູເຈຍ ແລະ ເປັນເວັບໄຊຊື້ຂາຍອອນລາຍຂະໜາດໃຫຍ່ທີ່ສຸດດ້ວຍຈໍານວນຜະລິດຕະພັນຄຸນນະພາບຫຼາຍສິບພັບສິນຄ້າ.

ຂໍ້ມູນຈາກສໍານັກງານໂທລະຄົມມະນາຄົມກໍາປູເຈຍໃຫ້ຮູ້ວ່າ:ຈໍານວນຜູ້ໃຊ້ອິນເຕີເນັດໃນປະເທດທັງອິນເຕີເນັດມືຖື ແລະ ອິນເຕີເນັດບ້ານເພີ່ມຂຶ້ນ31,6%ໃນໄລຍະ6ເດືອນທໍາອິດຂອງປີນີ້ ແລະ ຂະນະນີ້ຢູ່ທີ່15,8ລ້ານຄົນຫຼືທຽບເທົ່າກັບ98,5%ຂອງປະຊາກອນທັງໝົດ.