ຍັງແກ້ບໍ່ຕົກ! ບັນຫານ້ຳຖ້ວມຂັງໃນນະຄອນຫຼວງເວລາຝົນຕົກ

101

ສະພາບນ້ຳອັ່ງຕາມເສັ້ນທາງຕ່າງໆຂອງນະຄອນຫຼວງວຽງຈັນ ໃນເວລາຝົນຕົກລິນຕິດຕໍ່ກັນ ຍ້ອນປະລິມານນ້ຳໄຫຼລົງທໍ່ລະບາຍບໍ່ທັນ. ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງກໍໄດ້ແກ້ໄຂມາຢ່າງຕໍ່ເນື່ອງແຕ່ກໍຍັງບໍ່ໄດ້ຮັບຜົນເທົ່າທີ່ຄວນ.

ໃນລະຫວ່າງວັນທີ 1 – 5 ສິງຫາ, ກາງຄືນຂອງວັນທີ 17 ສິງຫາ ແລະ ຫຼ້າສຸດໃນວັນທີ 21 ສິງຫາ 2019 ທີ່ມີຝົນຕົກລິນລົງມາຕິດຕໍ່ກັນສົ່ງຜົນໃຫ້ເກີດມີນ້ຳຖ້ວມຂັງຕາມເສັ້ນທາງຕ່າງໆໂດຍສະເພາະແມ່ນຖະໜົນເຕ 4 ຈາກໄຟແດງໂພນທັນ – ໄຟແດງທາດຫຼວງ – ຖະໜົນໄກສອນ – ໄຟແດງດົງໂດກ ແລະ ຖະໜົນຫຼວງພະບາງ ແລະ ອີກຫຼາຍໆເສັ້ນເຮັດໃຫ້ການສັນຈອນໄປ – ມາພົບກັບຄວາມຫຍຸ້ງຍາກ ບັນຫາດັ່ງກ່າວສັງຄົມຕັ້ງຄຳຖາມວ່າດົນປານໃດ? ນະຄອນຫຼວງວຽງຈັນ ຈະໃຫ້ຄວາມສຳຄັນ ແລະ ແກ້ໄຂບັນຫານີ້ຢ່າງຈິງຈັງ ເພາະນະຄອນຫຼວງວຽງຈັນ ແມ່ນສູນລວມທາງດ້ານເສດຖະກິດ ແລະ ອຸດສາຫະກຳຕ່າງໆ ທັງເປັນໃບໜ້າຂອງປະເທດທີ່ມີກຸ່ມນັກທ່ອງທ່ຽວ, ນັກທຸລະກິດທີ່ເດີນທາງເຂົ້າມາແຕ່ລະວັນບໍ່ຂາດສາຍ.

ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊເສດຖາ ໃຫ້ສຳພາດກ່ອນໜ້ານັ້ນວ່າ: ບັນຫານ້ຳອັ່ງອໍໃນຕົວເມືອງ ໂດຍສະເພາະເຂດທີ່ຢູ່ຕ່ຳ ເຊັ່ນ: ຖະໜົນເຕ 4 ເວລາຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງຈະເຮັດໃຫ້ນ້ຳທີ່ໄຫຼລົງມາຈາກເຂດສູງທາດຫຼວງ, ນາໄຊ, ໂພນສີນວນ ແລະ ໂພນທັນ ທີ່ລະບາຍລົງທໍ່ບໍ່ທັນກໍຈະໄຫຼມາຕາມເສັ້ນທາງ ຜ່ານມາຈະເຫັນວ່າບ່ອນທີ່ມີນ້ຳອັ່ງຫຼາຍກວ່າໝູ່ແມ່ນໄຟແດງທາດຫຼວງ, ໄຟແດງໂພນທັນເປັນຕົ້ນ ເມື່ອນ້ຳມາຫຼາຍເກີນໄປໃນເວລາດຽວກັນຈະເຮັດໃຫ້ນ້ຳໄຫຼລົງທໍ່ລະບາຍນ້ຳບໍ່ທັນຈຶ່ງມັກພົບເຫັນຢູ່ເຂດໄຟແດງທາດຫຼວງເປັນປະຈຳ.

ບັນຫາດັ່ງກ່າວນະຄອນຫຼວງວຽງຈັນ ບໍ່ໄດ້ນິ້ງນອນໃຈທີ່ຈະແກ້ໄຂແຕ່ດ້ວຍງົບປະມານທີ່ມີຢ່າງຈຳກັດ ເມືອງໄຊເສດຖາ ຈຶ່ງໄດ້ສ້າງຈຸດລະບາຍນ້ຳຢູ່ເຂດທາດຫຼວງ ເພື່ອໃຫ້ນ້ຳໄຫຼລົງທໍ່ລະບາຍນ້ຳໄດ້ທັນ ສ່ວນຕາມເສັ້ນທາງແມ່ນໄດ້ມີການອະນາໄມທໍ່ເປັນປະຈຳ ລວມທັງໃຫ້ພໍ່ແມ່ນປະຊາຊົນເອົາໃຈໃສ່ຮັກສາບໍ່ໃຫ້ຖົງຢາງໄຫຼລົງໄປອັດຕັນຝາທໍ່ທີ່ເປັນອີກສາເຫດໜຶ່ງທີ່ເຮັດໃຫ້ເກີດມີນ້ຳອັ່ງໃນເວລາຝົນຕົກລິນ ການແກ້ໄຂບັນຫາດັ່ງກ່າວໃນໄລຍະຜ່ານມາເຫັນວ່າຍັງບໍ່ໄດ້ຮັບຜົນດີເທົ່າທີ່ຄວນ ເພາະຖ້າຫາກຕ້ອງການແກ້ໄຂໃຫ້ເດັດຂາດຕ້ອງໄດ້ໃຊ້ງົບປະມານມະຫາສານເພາະວ່າໃນນະຄອນຫຼວງກໍມີສະພາບແບບນີ້ຢູ່ຫຼາຍຈຸດ ເຊິ່ງ ຈະຕ້ອງຂະຫຍາຍທໍ່ລະບາຍນ້ຳໃຫ້ກວ້າງຕື່ມເພື່ອໃຫ້ນ້ຳໄຫຼລົງສູ່ບຶງທາດຫຼວງໄດ້ສະດວກກວ່າເກົ່າ ການຂະຫຍາຍທໍ່ແນ່ນອນກໍຕ້ອງເວົ້າເລື່ອງສິ່ງກີດຂວາງຕ່າງໆທີ່ເປັນລາຍຈ່າຍທັງໝົດ.

ເຊັ່ນດຽວກັບເຂດບ້ານນາທົ່ມ ເມືອງໄຊທານີ ຫຼັງມະຫາວິທະຍາໄລແຫ່ງຊາດ ທີ່ເສັ້ນທາງກາຍເປັນຂຸມຮັງໄກ່ໃນຍາມລະດູຝົນ ຫ້ອງການ ຍທຂ ເມືອງໄຊທານີ ອະທິບາຍ ວ່າ: ມີຄວາມລຳບາກໃຈພໍສົມຄວນທີ່ຈະແກ້ໄຂບັນຫາຢູ່ເຂດດັ່ງກ່າວນີ້ ເພາະເປັນເຂດຊຸມຊົນທີ່ມີປະຊາຊົນທຽວຫຼາຍ ຜ່ານມາທາງ ຍທຂ ເມືອງກໍໄດ້ສົມທົບທຶນກັບປະຊາຊົນເຂດນີ້ໃນການສ້ອມແປງ ແຕ່ຮອດຍາມລະດູຝົນກັບຄືນສູ່ສະພາບເດີມ.

ໃນປີ 2018 ຍທຂ ນະຄອນຫຼວງວຽງຈັນ ໄດ້ໃຊ້ງົບປະມານ 5 – 6 ຕື້ກີບ ເຂົ້າໃນການແກ້ໄຂເສັ້ນທາງໃນລະດູຝົນ ເຊິ່ງເຫັນວ່າຕົວເລກດັ່ງກ່າວຍັງມີໜ້ອຍຫາກທຽບກັບຄວາມເປັນຈິງທີ່ຕ້ອງການ. ທັງນີ້, ຫາກຈະແກ້ໄຂບັນຫານ້ຳອັ່ງອໍໃນນະຄອນຫຼວງຢ່າງຖາວອນນະຄອນຫຼວງ ຕ້ອງໄດ້ໃຊ້ງົບປະມານຢ່າງມະຫາສານ ເຊັ່ນ: ການຂະຫຍາຍທໍ່ລະບາຍນ້ຳໃຫ້ກວ້າງອອກ, ເພີ່ມແລວທໍ່ລະບາຍນ້ຳລົງສູ່ບຶງທາດຫຼວງ ແລະ ອື່ນໆ. ສະນັ້ນ, ໃນເວລານີ້ກໍຕ້ອງໄດ້ອົດທົນນຳກັນ ລໍຖ້າຈົນກວ່ານະຄອນຫຼວງ ຈະຍົກບັນຫານີ້ຂຶ້ນມາແກ້ໄຂຢ່າງຈິງຈັງ.