ພາກກາງ-ພາກໃຕ້ ຈະມີຝົນຕົກໜັກ ສ່ວນລະດັບນໍ້າເຊບັ້ງໄຟຢູ່ເຂດເຕືອນໄພແລ້ວ

83

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດເວລາ 7:00 ໂມງຂອງວັນທີ 21 ສິງຫາ 2019ວ່າ: ຮ່ອງຄວາມກົດດັນອາກາດຕ່ຳຍັງພາດຜ່ານຢູ່ພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງຍັງພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ในภาพอาจจะมี ต้นไม้, ท้องฟ้า, ต้นพืช, เมฆ, สถานที่กลางแจ้ง, ธรรมชาติ และน้ำ

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ, ຊຽງຂວາງ)  ຈະມີຝົນຕົກ: ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນຕື່ມອີກ.

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງ ສິງ, ວຽງພູູຄາ, ຫຼວງພະບາງ, ໄຊຍະບູລີ) ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 21-33 ອົງສາ.

ในภาพอาจจะมี ท้องฟ้า, รถยนต์, ต้นไม้, เมฆ, ต้นพืช และสถานที่กลางแจ้ง

ພາກກາງ (ນະຄອນຫຼວງວຽງຈັນ, ໄຊສົມບູນ, ໂພນໂຮງ, ປາກຊັນ, ຫຼັກ 20, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ, ເຊໂນ) ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາປານກາງຢູ່ທົ່ວໄປ ແລະ ຕົກໜັກພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ.

ສະເພາະນະຄອນຫຼວງວຽງຈັນ:  ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ, ອຸນຫະພູມໃນລະຫວ່າງ 23-31 ອົງສາ. ສ່ວນແຂວງ ໄຊສົມບູນ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และน้ำ

ພາກໃຕ້ (ປາກເຊ, ປາກຊ່ອງ, ນິຄົມ 34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ, ອັດຕະປື)  ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາຕົກໜັກຢູ່ບາງທ້ອງຖິ່່ນແຂວງ ຈຳປາສັກ, ສາລະວັນ ແລະ ອັດຕະປື. ສະເພາະພູພຽງບໍລິເວນ  ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ.

ในภาพอาจจะมี รถยนต์, สถานที่กลางแจ้ง และธรรมชาติ

ສ່ວນສຳລັບລະດັບນໍ້າຢູ່ເຂດຂົວເຊບັ້ງໄຟ ແຂວງ ຄຳມ່ວນ, ໃນເວລາ 7 ໂມງ ຂອງວັນທີ 21 ສິງຫາ 2019 ແທກໄດ້ 17,52 ຊັງຕີແມັດ ຍັງຢູ່ໃນເຂດລະວັງໄພ (ເຂດລະວັງໄພ: 17,50 ແມັດ) ແລະ ທ່າອ່ຽງລະດັບນໍ້າເຊບັ້ງໄຟຍັງຈະສືບຕໍ່ຂຶ້ນສູງຕື່ມອີກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທີ່ອາໄສຢູ່ລຽບຕາມ ນໍ້າເຊບັ້ງໄຟ ແລະ ເຂດນໍ້າເຊຈຳພອນ ໃຫ້ມີສະຕິເຝົ້າລະວັງສະພາບລະດັບນໍ້າ ແລະ ໃຫ້ເກັບມ້ຽນວັດຖຸສິ່ງຂອງພ້ອມສັດລ້ຽງໄປໄວ້ບ່ອນທີ່ປອດໄພ.