ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ສິງຫາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ສິງຫາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມລັດຖະບານ ຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາ 10 ເອກະສານສໍາຄັນ ຄື:
1. ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກພາກລັດ.
2. ຮ່າງກົດໝາຍ ວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ).
3. ຮ່າງກົດໝາຍ ວ່າດ້ວຍຮູບເງົາ (ສະບັບປັບປຸງ).
4. ຮ່າງກົດໝາຍ ວ່າດ້ວຍຫຼັກຊັບ.
5. ຮ່າງກົດໝາຍ ວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ.
6. ບົດລາຍງານກ່ຽວກັບ ການກະກຽມທິດທາງແຜນງົບປະມານປີ 2020.
7. ບົດລາຍງານກ່ຽວກັບ ການປັບປຸງແຜນພັດທະນາແບບກວມລວມເຂດພູພຽງບໍລິເວນ.
8. ບົດລາຍງານກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການຍົກຍ້າຍຈັດສັນເທດສະບານເມື່ອງພູວົງໃໝ່ ແຂວງອັດຕະປື.
9. ຮ່າງດຳລັດ ວ່າດ້ວຍການປິດບໍ່ແຮ່.
10. ຮ່າງດຳລັດ ວ່າດ້ວຍທຸລະກິດຍານພາຫະນະທາງບົກ.
ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນ ຄື: ວັນທີ 20-22 ສິງຫາ 2019.