ມອບ – ຮັບອາຄານປະສູດແມ່ – ເດັກໂຮງໝໍນ້ອຍເຂດພູແຊ

39

ໂຄງການກໍ່ສ້າງອາຄານປະສູດ ແມ່ – ເດັກໂຮງໝໍນ້ອຍເຂດພູແຊ ເມືອງຮຸນ ແຂວງອຸດົມໄຊ ເຊິ່ງໄດ້ຮັບການສະໜັບສະໜູນໂດຍ ອົງການແພລນສາກົນ ປະຈຳລາວ ໄດ້ເລີ່ມກໍ່ສ້າງມາແຕ່ເດືອນມັງກອນ ມາຮອດເດືອນກໍລະກົດຜ່ານມາ ການກໍ່ສ້າງແມ່ນສຳເລັດ 100% ລວມມູນຄ່າການກໍ່ສ້າງ ເກືອບ 300 ລ້ານກີບ ໂດຍແມ່ນ ບໍລິສັດ ສົມປະສົງກໍ່ສ້າງເຄຫາສະຖານ ແລະ ຊົນລະປະທານ ແຂວງອຸດົມໄຊ ເປັນຜູ້ຮັບເໝົາກໍ່ສ້າງ.

ລັກສະນະຂອງອາຄານດັ່ງກ່າວ ເປັນອາຄານຊັ້ນດຽວ ມີລວງຍາວທັງໝົດ 11,6 ແມັດ ແລະ ກວ້າງ 8 ແມັດ ປະກອບມີ 4 ຫ້ອງບໍລິການ ຄື: ຫ້ອງກ່ອນເກີດ, ຫ້ອງເກີດ, ຫ້ອງຫຼັງເກີດ ແລະ ຫ້ອງກວດທ້ອງແມ່ມານ, ມີຫ້ອງນ້ຳ ພ້ອມທັງໄດ້ຕິດຕັ້ງລະບົບໄຟຟ້າຄົບຊຸດ ແລະ ເຄື່ອງເຟີນີເຈີຕ່າງໆ ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ເປີດນຳໃຊ້ບໍລິການພໍ່ແມ່ປະຊາຊົນ ໃນວັນທີ 14 ສິງຫາ 2019.

ພິທີມອບ – ຮັບອາຄານຫຼັງດັ່ງກ່າວໂດຍມີຜູ້ຕາງໜ້າຈາກອົງການແພລນສາກົນ ປະຈຳ ສປປ ລາວ ມອບໃຫ້ແກ່ພະແນກສາທາລະນະສຸກ ແຂວງອຸດົມໄຊ. ຈາກນັ້ນ, ກໍໄດ້ມອບຕໍ່ໃຫ້ຫ້ອງການສາທາລະນະສຸກເມືອງຮຸນ ແລ້ວມອບຕໍ່ໃຫ້ແກ່ອົງການປົກຄອງບ້ານ, ປະຊາຊົນ ກໍຄືໂຮງໝໍນ້ອຍເຂດດັ່ງກ່າວເປັນຜູ້ປົກປັກຮັກສາ, ຄຸ້ມຄອງນຳໃຊ້ເພື່ອອຳນວຍ ຄວາມສະດວກເຂົ້າໃນການບໍລິການວຽກງານແມ່ – ເດັກ ໂດຍສະເພາະແມ່ນແນໃສ່ຫຼີກລຽງອັດຕາການຕາຍຂອງແມ່ ແລະ ເດັກຫຼຸດລົງເທື່ອລະກ້າວ ແລະ ຕອບສະໜອງການບໍລິການສຸຂະພາບຕາມຄວາມຕ້ອງການຂອງພໍ່ແມ່ປະຊາຊົນໃຫ້ນັບມື້ດີຂຶ້ນ ໂດຍມີການນຳພັກ – ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງແຕ່ລະຂັ້ນ ພ້ອມດ້ວຍຄະນະພັກເຂດ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ສົມພອນ ຊາວມົງວື ຮອງຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທ່ານ ຄຳຟອງ ພັດທາມະວົງ ຮອງເລຂາພັກເມືອງຮຸນ ໄດ້ເນັ້ນໃຫ້ຄະນະພັກເຂດ, ອົງການປົກຄອງແຕ່ລະບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນຈົ່ງພ້ອມກັນເອົາໃຈໃສ່ປົກປັກຮັກສາ ແລະ ນຳໃຊ້ອາຄານໃຫ້ມີປະສິດທິພາບ ແລະ ຍາວນານ ເພື່ອສ້າງໃຫ້ສະຖານທີ່ດັ່ງກ່າວກາຍເປັນບ່ອນບໍລິການໃຫ້ແກ່ພໍ່ແມ່ປະຊາຊົນມີສຸຂະພາບແຂງແຮງ.

( ຂ່າວ: ໄມພອນ )