ມະຫະກຳສີມືຫັດຖະກຳລາວປີນີ້ ຈະມີຂຶ້ນທ້າຍເດືອນຕຸລາ

43

 

ອີກ 2 ເດືອນກວ່າ ຈະເປີດມະຫະກຳສີມືຫັດຖະກຳລາວ ປະຈຳປີ 2019 ຄະນະຈັດງານກຽມຫ້ອງວາງສະແດງສຳລັບສິນຄ້າຫັດຖະກຳ ຫຼາຍກວ່າ 200 ຮ້ານ ແລະ ຈະມີກິດຈະກໍາພາຍໃນງານຫຼາຍຢ່າງໃຫ້ທ່ຽວຊົມ.

ໃນວັນທີ 15 ສິງຫາ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວການຈັດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 18 ໂດຍການເປັນປະທານຮ່ວມຂອງ ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ ( ສຫລ ), ມີຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

ທ່ານ ຫານຊະນະ ສີສານ ກ່າວວ່າ: ການຈັດງານມະຫະກຳສີມືຫັດຖະກຳລາວ ປະຈຳປີ 2019 ນີ້ ຖືວ່າເປັນບຸນປະເພນີຂອງຊາວຊ່າງຫັດຖະກຳລາວທີ່ຈັດຂຶ້ນທຸກໆປີ ເຊິ່ງໃນປີນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 26 ຕຸລາ ຫາ 3 ພະຈິກ 2019 ທີ່ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ແລະ ຈຸດປະສົງໃນການຈັດງານຄັ້ງນີ້ ກໍແມ່ນເພື່ອເປັນການສົ່ງເສີມການຕະຫຼາດໃຫ້ແກ່ສິນຄ້າຫັດຖະກຳ. ພ້ອມນີ້, ກໍເປັນການເຕົ້າໂຮມຄວາມສາມັກຄີໃນໝູ່ຊາວຊ່າງຫັດຖະກຳທຸກຊົນເຜົ່າຢູ່ທຸກໆທ້ອງຖິ່ນໃນທົ່ວປະເທດ ເພື່ອພ້ອມກັນອະນຸຮັກສີໄມ້ລາຍມືທາງດ້ານຫັດຖະກຳ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳໃຫ້ມີຄວາມຫຼາກຫຼາຍ, ມີຄວາມສວຍງາມປານີດ, ເປັນເອກະລັກຂອງຊົນເຜົ່າບາງທ້ອງຖິ່ນ. ນອກຈາກນີ້, ຍັງເປັນການສ້າງໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ມາພົບປະລູກຄ້າປະຈຳ ແລະ ຫາຄູ່ຄ້າລາຍໃໝ່ ທີ່ສຳຄັນຍັງເປັນການສະໜັບສະໜູນການທ່ອງທ່ຽວລາວໃຫ້ຟົດຟື້ນ, ສົ່ງເສີມຜະລິດຕະພັນຫັດຖະກຳຕິດພັນກັບການທ່ອງທ່ຽວ ແລະ ສ້າງຜະລິດຕະພັນໃຫ້ຫຼາກຫຼາຍຂຶ້ນຕື່ມ ເຊິ່ງການຈັດງານໃນປີນີ້ທາງສະມາຄົມຫັດຖະກຳລາວຈະໄດ້ຈັດຫ້ອງວາງສະແດງສຳລັບສິນຄ້າຫັດຖະກຳຫຼາຍກວ່າ 200 ຮ້ານ ຄາດວ່າປະເພດສິນຄ້າຈະເຂົ້າຮ່ວມງານມີ: ຜະລິດຕະພັນແຜ່ນແພ, ຜ້າໄໝ, ຜ້າຝ້າຍ, ແພພື້ນເມືອງ; ຜະລິດຕະພັນຈາກເຄື່ອງປ່າຂອງດົງ ເຊັ່ນ: ຫວາຍ, ໄມ້ໄຜ່ ແລະ ໄຍພືດຕ່າງໆ; ຜະລິດຕະພັນຈາກໄມ້ເສດ ເຊັ່ນ: ໄມ້ແກະສະຫຼັກ; ຜະລິດຕະພັນວັດທະນະທຳ ເຊັ່ນ: ປັ້ນ, ຫຼໍ່; ຜະລິດຕະພັນເຄື່ອງປັ້ນດິນເຜົ່າ; ຜະລິດຕະພັນກະສິກຳ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າເຄື່ອງອຸປະໂພກ – ບໍລິໂພກທົ່ວໄປ.

ພາຍໃນງານຈະປະກອບມີ 5 ກິດຈະກຳຄື:

1 ກິດຈະກຳວາງສະແດງ – ຂາຍສິນຄ້າຫັດຖະກຳລາວ.

2 ການປະກວດແຂ່ງຂັນຫົວໜ່ວຍຫັດຖະກຳສ້າງສັນຕິດພັນກັບການທ່ອງທ່ຽວ.

3 ການສາທິດຂັ້ນຕອນການຜະລິດສິນຄ້າຫັດຖະກຳ.

4 ສຳມະນາ.

5 ກິດຈະກຳສິດສອນວິຊາຊີບຫັດຖະກຳ.

ເລີ່ມແຕ່ວັນທີ 29 ຕຸລາ ຫາ 3 ພະຈິກ 2019 ເວລາ 18:00 – 21:00 ໂມງ ຈະມີກິດຈະກຳຍ່ອຍຫຼາຍລາຍການ ເຊັ່ນ: ກິດຈະກຳສະແດງເຮັດບຸນປະເພນີວິຖີຊີວິດຂອງຊົນເຜົ່າຕ່າງໆໃນລາວ ເຊັ່ນ: ໄທດຳ – ໄທແດງ, ສະແດງຟ້ອນລາຍງ້າວ, ການຂັບງື່ມກ້ຽວສາວ, ກາຍະສິນ, ການເດີນແບບຜ້າແພທີ່ເປັນເອກະລັກຂອງລາວທີ່ສື່ໃຫ້ເຫັນການສົ່ງເສີມຜະລິດຕະພັນຫັດຖະກຳລາວ ຕິດພັນກັບການທ່ອງທ່ຽວ, ການສະແດງລະຄອນເວທີ, ການສະແດງສິລະປະຂອງນ້ອງນ້ອຍນັກຮຽນຈາກໂຮງຮຽນຕ່າງໆ ຂໍຮຽນເຊີນຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມວາງສະແດງສິນຄ້າໄດ້ ໂດຍສາມາດປະສານມາທາງສະມາຄົມຫັດຖະກຳລາວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າຂອງເມືອງທ່ານໄດ້.

ງານມະຫະກຳສີມືຫັດຖະກຳລາວ ແມ່ນໄດ້ຈັດຂຶ້ນແຕ່ປີ 2002 ແລະ ໃນປີນີ້ແມ່ນເປັນປີທີ 18 ເຊິ່ງໄດ້ມີການຈັດຕໍ່ເນື່ອງກັນມາ ຈົນເປັນບຸນປະເພນີຂອງຊາວຊ່າງຫັດຖະກຳລາວໄປແລ້ວ.

[ ຂ່າວ: ສັນຕິ; ຮູບ: ສຸກສະຫວັນ ]