ທ່ານນາຍົກ ຢ້ຽມຢາມເມືອງຕຸ້ມລານເນັ້ນພິເສດການປ້ອງກັນພະຍາດ

70

ໃນວັນທີ 13 ເດືອນສິງຫາ ປີ 2019 ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສຳເລັດການມາຢ້ຽມຢ້າມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍເປັນກຽດຕ້ອນຮັບຂອງທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ, ພ້ອມດ້ວຍຄະນະ.

 

 

ໃນໂອກາດທີ່ທ່ານນາຍົກ ລົງມາຢ້ຽມຢາມເຮັດວຽກຄັ້ງນີ້ກໍ່ໄດ້ເດີນທາງໄປເບິ່ງຂະບວນການຜະລິດປູກພືດສາລີ, ມັນຕົ້ນ ແລະ ມັນແກວຂອງພໍ່ແມ່ປະຊາຊົນຢູ່ບ້ານແສນວັງໃຫຍ່ ເມືອງສະລະວັນ ແລະ ບ້ານພໍ່ນວນ, ບ້ານເຕເມສັງທອງ ເມືອງ ເລົ່າງາມ ແຂວງ ສາລະວັນ. ຈາກນັ້ນ, ກໍ່ໄປໄດ້ເດີນທາງໄປຢ້ຽມຢາມພໍ່ແມ່ປະຊາຊົນຢູ່ບ້ານຕຸກລຸກ ເມືອງ ຕຸ້ມລານ ໂດຍເປັນຕ້ອນຮັບຂອງທ່ານ ຈັນສະໜອນ ພົມມະແສງ ເຈົ້າເມືອງໆຕຸ້ມລ້ານ, ພ້ອມດ້ວຍຄະນະນຳຂອງເມືອງຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນບ້ານຕຸກລຸກ.

 

 

ທ່ານ ເຈົ້າເມືອງ ຕຸ້ມລານກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຂອງເມືອງ, ເມືອງຕຸ້ມລານກໍ່ແມ່ນໜຶ່ງໃນ 8 ເມືອງຂອງແຂວງສາລະວັນ, ມີຊາຍແດນຕິດຈອດກັບ 3 ເມືອງ ແລະ ເປັນເມືອງທີ່ນອນໃນ 47 ເມືອງທຸກຍາກຂອງທົ່ວປະເທດ, ເມືອງຕຸ້ມລ້ານປະກອບມີ 37 ບ້ານ, ມີພົນລະເມືອງ 28 ພັນກວ່າຄົນ, ຍິງ 14 ພັນກວ່າຄົນ, ມີ 3 ພັນກວ່າຫຼັງຄາເຮືອນ, ມີ 5 ພັນກວ່າຄອບຄົວ, ປະກອບມີ 3 ຊົນເຜົ່າ, ເຜົ່າກະຕ່າງ 87%, ເຜົ່າຕະໂອ້ຍ 7% ແລະເຜົ່າລາວລຸ່ມ 5%.

 

 

ປະຊາຊົນສ່ວນໃຫຍ່ແມ່ນເຮັດນາປູກເຂົ້າ, ລ້ຽງສັດ ແລະ ຕໍ່າແຜ່ນແຜ່ເປັນອາຊີບສຳຮອງ ເຊິ່ງມາໃນວັນທີ 5 ເດຶອນ ມິຖຸນາ ປີ 2019 ໄດ້ຮັບຂໍ້ມູນລາຍງານຈາກບ້ານ ສະມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ຫ້ວຍຫວ້າ, ນາຮ່ອງໃຫຍ່ ແລະ ບ້ານນາລະຈາງ ວ່າມີໜູຕາຍເປັນຈຳນວນຫຼວງຫຼາຍໃນ 7 ບ້ານນີ້, ມີພົນລະເມືອງ 1 ພັນກວ່າຄົນ ແລະ ມີ 272 ຄອບຄົວ, ມີໝູທັງໝົດ 2.000 ກວ່າໂຕ, ໃນນັ້ນໜູນ້ອຍ 1000 ກວ່າໂຕ, ໜູກາງ 400 ກວ່າໂຕ ແລະ ໜູໃຫຍ່ 500 ກວ່າໂຕ.  ໂດຍສັງລວມແລ້ວການຂ້າ ແລະ ທຳລາຍໜູທີ່ຕິດເຊື້ອພະຍາດອະຫິວາໜູ ອາຟຣິກາ, ມີໜູທີ່ຕາຍເອງ 1.183 ໂຕ ແລະ ໜູທີ່ຂ້າທຳລາຍມີ 1.472 ໂຕ.

ມາຮອດວັນທີ 12 ເດືອນມິຖຸນາໄດ້ກວດເພີ່ມອີກ 5 ບ້ານຄື: ບ້ານວັງໂກ, ບ້ານຕຸລຸກ, ບ້ານຕຸ້ມລານ, ບ້ານກົກມ່ວງ ແລະ ບ້ານດອນບຸງ, ນອກຈາກພະຍາດລະບາດໝູແລ້ວທາງເມືອງກໍ່ຍັງໄດ້ເອົາໃຈໃສ່ຕ້ານພະຍາດໄຂ້ຍຸງລາຍ ແລະ ສັກຢາກັນພະຍາດໄອໄກ່ຕື່ມອີກ. ມາຮອດປະຈຸບັນນີ້ຂະບວນການສັກຢາປ້ອງກັນພະຍາດປະຕິບັດໄດ້ 58 %.

 

 

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພີ່ນ້ອງປະຊາຊົນທີ່ໄດ້ມີຄວາມຕັດສິນໃຈໃສູງທຳລາຍໝູຂອງຕົນເອງເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວແຜ່ລາມອອກໄປເຂດອື່ນ ພ້ອມນັ້ນ, ກໍ່ໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ໃນການຕ້ານ ແລະ ສະກັດກັນພະຍາດໄຂ້ຍຸງລາຍ, ດ້ວຍການປະຕິບັດ 5 ປ, ເຮັດເປັນປະຈໍາ ພ້ອມທັງເອົາໃຈໃສ່ໃນການສັກຢາປ້ອງກັນພະຍາດຕ່າງໆໂດຍສະເພາະກໍ່ແມ່ນພະຍາດໄອໄກ່ ເຊິ່ງປະຈຸບັນນີ້ຢູ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ ທີ່ຕິດຈອດກັບເມືອງຕຸ້ມລານກໍາລັງເກີດພະຍາດດັ່ງກ່າວ. ສະນັ້ນ, ທຸກພາກສ່ວນພ້ອມດ້ວຍພໍ່ແມ່ປະຊາຊົນຈົ່ງພ້ອມກັນເປັນເຈົ້າການນຳກັນໃນການປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ມັນເກີດຂຶ້ນ ໂດຍສົມທົບກັບຂະແໜງສາທາລະນະສຸກ.