ທົ່ວທຸກພາກ ຈະມີຝົນຕົກຈົນຮອດທ້າຍເດືອນຕຸລາ 2019

76

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດນັບແຕ່ເດືອນ ສິງຫາ ເດືອນຕຸລາ 2019ວ່າ: ໃນໄລຍະອາທິດທີໜຶ່ງຂອງເດືອນ ສິງຫາ 2019 ຮ່ອງຄວາມກົດດັນອາກາດຕໍ່າຈະພັດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ປ່ອງເຂົ້າໃສ່ພາຍຸໝຸນເຂດຮ້ອນທີ່ກໍ່ຕົວຢູ່ທະເລຈີຕອນໃຕ້ ເຊິ່ງພາຍຸຫົວນີ້ຈະເຄື່ອນທີ່ພັດຜ່ານພາກເໜືອຂອງປະເທດຫວຽດນາມ ແລະ ເຄື່ອນທີ່ພັດຜ່ານພາກ   ເໜືອຂອງ ສປປ ລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ຫຼາຍທ້ອງຖິ່ນ.

 

ในภาพอาจจะมี รถยนต์ และสถานที่กลางแจ้ง

 

ຈາກນັ້ນ, ໄລຍະອາທິດທີສອງ ຫາ ທີສີ່ຂອງເດືອນ ສິງຫາ 2019 ຮ່ອງຄວາມກົດດັນອາກາດຕໍ່າຈະສືບຕໍ່ພັດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ. ພ້ອມດຽວກັນນີ້, ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາປານກາງໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ຈົນຮອດໄລຍະທ້າຍເດືອນ ສິງຫາ 2019. ຈາກນັ້ນ, ກະແສລົມມໍລະສຸມຈະພັດປົກຄຸມດ້ວຍກຳລັງອ່ອນ ຫາປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນສ່ວນໃຫຍ່ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ.

 

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

 

ສ່ວນໃນໄລຍະຕົ້ນ ຫາເດືອນກາງເດືອນກັນຍາ 2019 ຮ່ອງມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເຄື່ອນທີ່ພັດຜ່ານເຂດພາກກາງ ແລະ ພາກໃຕ້ ປ່ອງເຂົ້າໃສ່, ຍ່ອມຄວາມກົດດັນອາກາດຕໍ່າທີ່ກໍ່ຕົວຢູ່ທະເລຈີນຕອນໃຕ້ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາປານກາງຢູ່ທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກາາງ ແລະ ພາກໃຕ້. ຈາກນັ້ນ, ໄລຍະທ້າຍເດືອນກັນຍາ 2019 ຮ່ອງມໍລະສຸມຕາເວັນຕົກສ່ຽງໃຕ້ຈະເຄື່ອນທີ່ພັດຜ່ານພາກເໜືອ ແລະ ພາກກາງ ເຊິ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນສ່ວນຫຼາຍ ແລະ ຕົກປານກາງໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

 

ในภาพอาจจะมี สถานที่กลางแจ้ง

 

ໃນໄລຍະຕົ້ນເດືອນ ຕຸລາ 2019 ຮ່ອງຄວາມກົດດັນອາກາດຕໍ່າ ຈະສືບຕໍ່ພັດຜ່ານພາກເໜືອ ແລະ ພາກກາງ ປ່ອງເຂົ້າໃສ່ພາຍຸໝຸນເຂດຮ້ອນທີ່ຈະກໍ່ຕົວຂຶ້ນຢູ່ທະເລຈີນຕອນໃຕ້, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາເຂດພາກກາງ ແລະ ພາກໃຕ້. ຈາກນັ້ນ, ໄລຍະກາງເດືອນ ຕຸລາ 2019 ຮ່ອງຄວາມກົດດັນອາກາດສູງ ຈາກປະເທດຈີນ ຈະແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວ.     ພ້ອມດຽວກັນ, ກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງອ່ອນ ເຊິ່ງຈະເຮັດໃຫ້ມີຝົນຕົກຫຼຸດລົງໃນແຕ່ລະພາກ ເຊິ່ງສ່ວນໃຫຍ່ຈະຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຈົນຮອດທ້າຍເດືອນຕຸລາ 2019. ມວນອາກາດເຢັນຈາກປະເທດຈີນ ຈະມີກໍາລັງແຮງເພີ່ມຂຶ້ນ ປົກຄຸມຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດເຢັນລົງໃນແຕ່ລະພາກ ແລະ ມີຝົນຕົກໃນບະດັບຄ່ອຍຢູ່ບາງທ້ອງຖິ່ນພຽງເລັກນ້ອຍ.

 

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ຄຳເຕືອນ: ໃນໄລຍະເດືອນສິງຫາ ຫາ ກາງເດືອນ ຕຸລາ 2019 ສະພາບຝົນຈະຕົກຕິດຕໍ່ກັນຫຼາຍວັນ ແລະ ສົມທົບກັບຈະມີພາຍຸໝຸນເຂດຮ້ອນພັດຜ່ານ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງ ເຮັດໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງຢູ່ບາງທ້ອງຖິ່ນແຂວງພາກເໜືອ ພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຄວນມີສະຕິລະມັດລະວັງຕໍ່ສະພາບລົມພັດແຮງ, ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມຍື່ງ ພ້ອມທັງມີການວາງແຜນຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວທີ່ອາດຈະເກີດຂຶ້ນໃນໄຍລະນີ້. ສຳລັບຜູ້ທີ່ຈະເດີນທາງ ຂໍໃຫ້ກວດສອບສະພາບອາກາດທຸກຄັ້ງກ່ອນອອກເດີນທາງ.

ສະເພາະປະລິມານນໍ້າຝົນລວມ 3 ເດືອນ (ສິງຫາ ຫາເດືອນ ຕຸລ 2019 ) ຄາດຄະເນດັ່ງນີ້: ແຕ່ເຂດພາກເໜືອລົງຫາພາກກາງ ຈະມີຝົນຕົກໃນເກນປົກກະຕິ ຫຼື ຫຼຸດເກນເລັກນ້ອຍ ຍົກເວັ້ນເຂດໂພນໂຮງ ຈະມີຝົນລື່ນເກນປົກກະຕິ ສ່ວນເຂດພາກໃຕ້ ຈະມີຝົນຕົກຢູ່ໃນເກນປົກກະຕິ ຫຼື ລື່ນເກນປົກກະຕິເລັກນ້ອຍ.