ສຳມະນາກອນ 20 ຄົນ ຈາກ 3 ກະຊວງຂອງ ສປປ ລາວ ເຂົ້າຮ່ວມຝຶກອົບຮົມການສຶກສາແບບນຳໃຊ້ເຕັກໂນໂລຊີດີຈີຕອລ ທີ່ ສ.ປ ຈີນ

129

ຄະນະສຳມະນາກອນ 20 ຄົນ ຈາກ 3 ກະຊວງຂອງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້ “ການສຶກສາແບບນຳໃຊ້ເຕັນໂນໂລຊີ ດີຈີຕອລ ຢູ່ລາວ 2019” ເຊິ່ງຈັດຂຶ້ນໃນລະຫວ່າງ ວັນທີ 8-28 ສິງຫາ 2019 ທີ່ນະຄອນຊ່າງຊາ ແຂວງຫູໜານ ສປ.ຈີນ ໂດຍການສະໜັບສະໜູນຂອງກະຊວງການຄ້າແຫ່ງ ສປ ຈີນ.

ຄະນະນັກຝຶກອົບຮົມຊຸດດັ່ງກ່າວ ທີ່ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ, ກະຊວງແຜນການ ແລະ ການລົງທຶນ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຈະໄດ້ຮຽນຮູ້ກ່ຽວກັບຫຼັກສູດ ແລະ ທິດສະດີຕົ້ນຕໍ ໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ສະພາບຄວາມຮູ້ພື້ນຖານກ່ຽວກັບປະເທດຈີນ, ການກະຕຸ້ນເຄື່ອງມືເຕັກໂນໂລຊີໃໝ່ຂອງການພັດທະນາໂຮງຮຽນໃນຍຸກສະໄໝໃໝ່, ການຈັດຕັ້ງ ແລະ ດຳເນີນງານຂອງຂໍ້ມູນທາງດ້ານການສຶກສາ; ການອອກແບບ ແລະ ປະຕິບັດການຮ່ຳຮຽນ ແບບປະສົມປະສານ, ວິໄຈການຮຽນແບບປະສົມປະສານ, ການສຶກສາເພື່ອກ້າວໄປສູ່ການສ້າງຄວາມສາມາດໃນການວິໄຈ, ການພັດທະນາ ແລະ ທ່າອ່ຽງຂອງໜຶ່ງແລວໜຶ່ງເສັ້ນທາງ, ແຜນການແກ້ໄຂບັນຫາດ້ວຍລະບົບປັນຍາບັນດິດ, ກົນລະຍຸດການພັດທະນາລະບົບຂໍ້ມູນຂ່າວສານ ດ້ານການສຶກສາ, ການຈັດຕັ້ງ ແລະ ດຳເນີນງານຂອງຂໍ້ມູນຂ່າວສານທາງດ້ານການສຶກສາ, ການອອກແບບ ແລະ ສ້າງສະພາບແວດລ້ອມການສິດສອນ ໃນການນຳໃຊ້ລະບົບໄອຊີທີ, ແລະ ການປະຕິຮູບ ແລະ ນະວັດຕະກຳໃໝ່ ໃນການນຳໃຊ້ ລະບົບຂໍ້ມູນຂ່າວສານ ຂອງຫຼັກສູດການຮຽນການສອນ.

ນອກຈາກນີ້, ໃນໄລຍະຝຶກອົບຮົມ ບັນດານັກຝຶກອົບຮົມ ຍັງຈະໄດ້ໄປທັດສະນະສຶກສາຕາມສະຖານທີ່ໆກ່ຽວຂ້ອງຕ່າງໆ ເຊັ່ນ: ພະແນກສຶກສາຂອງບໍລິສັດພິມຈຳໜ່າຍທຽນເຫວິນ ຈຳກັດ, ສຳນັກພິມສຶກສາ ເຢ້ລູ້ຫູໜານ, ທັດສະນະສຶກສາກ່ຽວກັບ ການນຳໃຊ້ເຕັກໂນໂລຊີດີຈີຕອລ ຢູ່ເມືອງເຊີນຕູ່ ແຂວງເສສວນ, ຢ້ຽມຊົມສະຖາບັນຄົ້ນຄວ້າ ຂອງບໍລິສັດຫົວເຫວີຍ ທີ່ເມືອງເສິນຕູ່, ທັດສະນະຊົມການສະແດງພາກສະໜາມ ເຄື່ອງອຸປະກອນອອກແບບ ນຳໃຊ້ເຕັກໂນໂລຊີດີຈີຕອລ ແລະ ແລກປ່ຽນກັບບັນດາຜູ້ຊ່ຽວຊານ ຈາກສະຖາບັນຄົ້ນຄວ້າຂອງບໍລິສັດຫົວເຫວີຍ ເມືອງເຊີນຕູ່.

ນອກນັ້ນຍັງຈະໄປທັດສະນະວັດທະນະທຳ ເຂດຖານໝີແພນດາ ເມືອງເຊີນຕູ່, ຢ້ຽມຊົມເຂື່ອນຊົນລະປະທານຕູ່ຂ່ຽງອ້ຽນ ເມືອງເຊິນຕູ່, ທັດສະນະວັດທະນະທຳເຂດປະດິດສ້າງໃໝ່ເມືອງເຊິນຕູ່, ທັດສະນະສຶກສາ ທີ່ວິທະຍາເຂດແບບນຳໃຊ້ເຕັກໂນໂລຊີດີຈີຕອລ ມະຫາວິທະຍາໄລສົງຊິ້ງ, ຢ້ຽມຊົມຫໍວາງສະແດງດ້ານສຶກສາຄົມມະນາຄົມ ແບບນຳໃຊ້ລະບົບດີຈີຕອລເມືອງສົງຊິ້ງ, ຢ້ຽມຊົມ ແລະ ທັດສະນະສຶກສາ ບໍລິສັດຈຳກັດສື່ມວນຊົນດີຈີຕອລທຽນເຫວິນ.

ຕະຫລອດຮອດການເດີນທາງໄປຢ້ຽມຊົມ ແລະ ທັດສະນະສຶກສາ ຂົງເຂດການສຶກສາ ແລະ ວັດທະນະທຳ ລວມທັງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ຢູ່ເມືອງຈ່າງເເຂ່ຍເຈ ແຂວງຫູໜານ.