ເວທີທໍາອິດຂອງສາວໄຊຍະບູລີ ນິ່ງ ປາວິນາ ໃນການປະກວດ Miss Universe 2019

62

ສາວຈາກແຂວງໄຊຍະບູລີ ໜຶ່ງໃນຜູ້ເຂົ້າຮອບ 30 ຄົນ ໃນການປະກວດ ມິສຢູນິເວີສ 2019 (Miss Universe Laos) 2019 ນິ່ງ ວາວິນາ ຍົງວົງສິດທິ ໝາຍເລກ ML 14 ໃນໄວ 20 ປີ, ສູງ168 ຊັງຕີແມັດ, ນໍ້າຫນັກ 50, ສັດສ່ວນ 36,26,35.

ນິ່ງ ບອກວ່າ: ນ້ອງມັກໃນການປະກວດ ແລະ ຢາກຮູ້ເລື່ອງລາວການວາງຕົວ ກິລິຍາມາລະຍາດທຸກໆຢ່າງໃນວົງການບັນເທິງ ແລະການກ້າວມາຢືນຢູ່ຈຸດນີ້ເປັນຄວາມພາກພູມໃຈ, ເປັນຄວາມສຸກເລັກໆນ້ອຍໆເຖິງຄວາມສຸກອັນຍິ່ງໃຫຍ່ໃນໂຕນ້ອງເອງ.

ສໍາລັບເວທີນີ້ ແນ່ນອນຢູ່ແລ້ວທຸກຄົນທີ່ໄດ້ເຂົ້າມາປະກວດກໍມີຄວາມຫວັງ ທັງນັ້ນ ແຕ່ສຳລັບໂຕນ້ອງ ນ້ອງເວົ້າກັບໂຕເອງສະເໝີວ່າ ຖ້າເຮົາຄາດຫວັງກັບສິ່ງໃດສິ່ງນັ້ນໄວ້ແລ້ວ ກໍຕ້ອງທຸ່ມເທ ຝືກຝົນພະຍາຍາມ ແລະ ເຮັດໃຫ້ດີທີ່ສຸດ ສຸດທ້າຍຜົນອອກມາຈະເປັນແນວໃດກໍຕາມ ເຮົາກໍຕ້ອງຍອມຮັບມັນ ເພາະສິ່ງທີ່ເຮົາເຮັດໄປນັ້ນດີທີ່ສຸດແລ້ວ.

ສິ່ງໜຶ່ງທີ່ໄດ້ຈາກທຸກສິ່ງທີ່ເຮັດນັ້ນຄືປະສົບການ, ສິ່ງທີ່ເຮົາໄດ້ຜ່ານພົ້ນມາແລ້ວຈະເຮັດໃຫ້ເຮົາຮູ້ວ່າຄວນຈະເຮັດຫຍັງຕໍ່ໄປ ແຕ່ເປັນພື້ນຖານຄວາມຫມັ້ນໃຈໃຫ້ເຮົາກ້າລົງມືເຮັດສິ່ງນັ້ນໃຫ້ດີຂຶ້ນ ແລະເລີ່ມຕົ້ນສິ່ງໃໝ່ໆໃນວັນຂ້າງໜ້າ.

ສຸດທ້າຍສາວນິ່ງໄດ້ຝາກຂອບໃຈທຸກໆຄົນ ທີ່ຊ່ວຍເຊຍແລະເປັນກຳລັງໃຈເພາະເວທີນີ້ກໍເປັນເວທີທຳອິດທີ່ພາ ນິ່ງກ້າວຂຶ້ນສູ່ການແຂ່ງຂັນ ນ້ອງຈະເຮັດ ໃຫ້ດີທີ່ສຸດ.