ໃຜແນ່ຈະຜ່ານເຂົ້າຮອບ 20 ຄົນສຸດທ້າຍ 20 ສິງຫານີ້ ຮູ້ກັນ

48

ອີກໜຶ່ງເວທີອັນຊົງກຽດທີ່ໄດ້ເປີດຮັບສະໝັກໄປໃນຕົ້ນເດືອນສິງຫານີ້ ຄື ເວທີປະກວດ ມິສເວີລາວ 2019 Miss World 2019.

ຮ່ວມລຸ້ນນໍາກັນວ່າໃຜຈະໄດ້ເປັນ 20 ນາງສາວສຸດທ້າຍໃນຮອບຄັດເລືອກວັນທີ 20 ສິງຫານີ້ ທີ່ໂຮງແຮມແລນມາກ ຕັ້ງແຕ່ເວລາ 08:00 ເປັນຕົ້ນໄປ ເພາະກິດຈະກຳເຮົາແມ່ນຫຼາຍໆຫມົດມື້ເຂັ້ມຂຸ້ນແນ່ນອນ

ພ້ອມເປິດຕົວມົງກຸດ Miss World Laos 2019 “ງາມຢ່າງມີຄຸນຄ່າ ສູ່ສາຍຕາທີ່ສຳຜັດໄດ້” ມົງກຸດ Miss World Laos 2019 ນີ້ ໄດ້ຮັບແຮງບັນດານໃຈມາຈາກນົກຍູງ ເພາະນົກຍູງເປັນສັດທີ່ມີຄວາມສະຫງ່າງາມທັງພາຍນອກ ແຕ່ ພາຍໃນແຂງແກ່ງ ດັ່ງສາວງາມ Miss World Laos ບໍ່ເປັນອັນຕະລາຍຕໍ່ຜູ້ໃດ ພອຍສີຟ້າ ສາມາດເສີມຄວາມຄິດໃນດ້ານບວກ ໃຫ້ແກ່ຜູ້ທີ່ໄດ້ຄອບຄອງ ແລະ ມີຄຸນນະສົມບັດພ້ອມທັງກາຍໃຈ ແລະ ມີຈິດອັນເປັນກຸສົນຕໍ່ສັງຄົມ ດັ່ງເມັດພອຍສີຟ້າ ທີ່ປະດັບເທີງຍອດມົງກຸດ ປຽບສະເໜືອນຄວາມງາມທີ່ບໍ່ມີມື້ສີ້ນສຸດ ເພື່ອເຮັດໜ້າທີ່ຕົວແທນປະເທດລາວ ສົ່ງຕໍ່ຄວາມງາມຢ່າງມີຄຸນຄ່າ ສູ່ສາຍຕາຊາວໂລກ.

ໂດຍ 20 ນາງສາວທີ່ຜ່ານເຂົ້າຮອບ ຈະຮຽນຮູ້ຕະຫຼອດການເກັບໂຕທີ່ວັງວຽງ ໃນເດືອນກັນຍາ, ເກັບຕົວອີກຄັ້ງທີ່ວຽງຈັນ ເພື່ອພັດທະນາຄວາມສາມາດ ບຸກຄະລິກ ແລະ ຮຽນຮູ້ການຢູ່ໃກ້ຊິດຮ່ວມກັນຂອງແມ່ຍິງລາວ ພັດທະນາການເຂົ້າສັງຄົມ ເຟັ້ນຫາ ແລະ ເຝິກຝົນຜູ້ເໝາະສົມ ສຳລັບເວທີອັນຊົງກຽດ Miss World Laos ນີ້ ເພືອເປັນຕົວແທນຂອງປະເທດປະກວດ Miss World 2019 ທີ່ນະຄອນຫຼວງລອນດອນ ປະເທດອັງກິດ ໃນເດືອນທັນວານີ້.

ມິສເວີລາວ 2018 ແມ່ນ ນາງສາວ ກະດຸມເພັດ ໄຊຍະວົງ ອາຍຸ21 ປີ ສູງ 166 ຊັງຕີແມັດ ເປັນຄົນເມືອງໄຊ ແຂວງອຸດົມໄຊ ຮຽນຈົບຈາກ Shafston international college ປະເທດອົດສະຕາລີ.