ຍົກລະດັບສິລະປະການເວົ້າໃນຊຸມຊົນ

63

ວັນທີ 11 ສິງຫາ 2019 ສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ ຮ່ວມກັບ Laos SME Center ຈັດພິທີປິດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ “ ສິລະປະການເວົ້າໃນຊຸມຊົນ ” ( The Art of Public Speaking ) ຄັ້ງທີ 4 ພ້ອມມອບ – ຮັບໃບຢັ້ງຢືນ ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຕິ່ນ ປາງປະເສີດ ອະດີດຜູ້ອຳນວຍການສູນພັດທະນາຜູ້ປະກອບກິດຈະການ ລາວ – ອິນເດຍ; ມີ ທ່ານ ນາງ ມະລິວັນ     ວໍລະເດດ ຜູ້ອຳນວຍການສູນ Laos SME Center; ວິທະຍາກອນ ແລະ ສໍາມະນາກອນເຂົ້າຮ່ວມ.

ຈຸດປະສົງໃນການຈັດຝຶກອົບຮົມທັກສະການເວົ້ານີ້ ແມ່ນເພື່ອເປັນການຮຽນຮູ້ໃນຫຼັກສູດສິລະປະການເວົ້າໃນຊຸມຊົນ ເພາະການເວົ້າເປັນທັງສິນ ແລະ ເປັນທັງສາດ, ການເວົ້າໄດ້ກັບການເວົ້າເປັນຈຶ່ງບໍ່ຄືກັນ ເຊິ່ງຫຼັກສູດນີ້ຈຶ່ງເປັນການສອນໃຫ້ທ່ານເວົ້າໄດ້, ເວົ້າເປັນ ຄື: ໃຫ້ທ່ານສາມາດທີ່ຈະຂຶ້ນເວົ້າເທິງເວທີໄດ້ ແລະ ຮູ້ຈັກການຮຽບຮຽງເນື້ອໃນເພື່ອໃຫ້ທ່ານເວົ້າເປັນ, ເປັນສິ່ງທີ່ຊ່ວຍໃຫ້ທ່ານສາມາດປາກົດຕົວໃນການເວົ້າດ້ວຍຄວາມໝັ້ນໃຈ ແລະ ເປັນການສ້າງໂອກາດຕ່າງໆທີ່ດີໃນຊີວິດທີ່ການເວົ້າສາມາດຊ່ວຍໃຫ້ທ່ານມີຄວາມສາມາດທີ່ໂດດເດັ່ນ ເມື່ອຕ້ອງຮັບໜ້າທີ່ໃນການເວົ້າຕໍ່ໜ້າຄົນຈຳນວນຫຼາຍ ເຊິ່ງໄດ້ມີບຸກຄະລາກອນຈາກທັງພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ 26 ທ່ານ ໂດຍມີວິທະຍາກອນພິເສດຈາກໂທລະພາບແຫ່ງຊາດ ແລະ ຈາກຈັງຫວັດຂອນແກ່ນ ປະເທດໄທ ຮ່ວມໃຫ້ຄວາມຮູ້.

ທ່ານ ນາງ ວິໄລວັນ ວໍລະເດດ ກ່າວວ່າ: ເນື້ອໃນການຝຶກອົບຮົມຄັ້ງນີ້ເນັ້ນ 1). ການກຳຈັດຄວາມຕື່ນເຕັ້ນ ແລະ ການສ້າງຄວາມໝັ້ນໃຈໃນຕົວເອງ; 2). ການສ້າງໂຄງເລື່ອງ ແລະ ການຈັດການລຳດັບເນື້ອໃນການເວົ້າ; 3). ຝຶກການຂຽນໂຄງເລື່ອງ ແລະ ລຳດັບເລື່ອງໃນການເວົ້າ; 4). ການກຽມຕົວໃນການເວົ້າ; 5). ການພັດທະນາບຸກຄະລິກກະພາບໃນການເວົ້າ; 6). ເຕັກນິກການຂຶ້ນຕົ້ນໃຫ້ໜ້າສົນໃຈ ແລະ ຊວນຕິດຕາມ; 7). ເຕັກນິກການເລົ່າເລື່ອງໃຫ້ໜ້າສົນໃຈ; 8). ການໃຊ້ນ້ຳສຽງ ແລະ ການໃຊ້ພາສາໃນການເວົ້າ ແລະ 8). ການຂຶ້ນເວົ້າເທິງເວທີ ເຊິ່ງຜ່ານການຝຶກອົບຮົມຕະຫຼອດ 2 ວັນຄື ວັນທີ 10 ແລະ 11 ສິງຫາ ຜ່ານມານັ້ນ ຖືວ່າໄດ້ເຫັນການປ່ຽນແປງຢ່າງຊັດເຈນຂອງສໍາມະນາກອນ ຈາກວັນທໍາອິດທີ່ບໍ່ກ້າເວົ້າໃສ່ໄມ, ຄຳເວົ້າຕິດໆ, ຂັດໆ ແລະ ກ້າວເຂົ້າວັນທີ 2 ທຸກຄົນກໍມີການພັດທະນາຂຶ້ນ ແລະ ຄາດວ່າບົດຮຽນທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ຈະສາມາດໄປໜູນໃຊ້ເຂົ້າໃນໜ້າວຽກ, ຊ່ວຍພັດທະນາອົງກອນ ແລະ ພັດທະນາຕົວຂອງບຸກຄະລາກອນເອງໃຫ້ມີຄວາມເປັນມືອາຊີບຍິ່ງໆຂຶ້ນ.

( ຂ່າວ: ສັນຕິ )