ສາເຫດ, ອາການ ແລະ ວິທີປ້ອງກັນ ພະຍາດອະຫິວາ (ຕາຍຫ່າ) ຂອງສັດປີກ

341

ໂລກອະຫິວາ (ຕາຍຫ່າ) ເປັນໂລກ ທີ່ລະບາດຢູ່ໃນເກືອບທຸກປະເທດໃນທົ່ວໂລກ ມີອັດຕາການເຈັບເປັນ ແລະ ອັດຕາການຕາຍສູງຂອງສັດປີກ ປະເພດເປັດໄກ່ ເຊິ່ງຫຼາຍຄົນຈະເອີ້ນວ່າ: ໂລກຫ່າ ຫຼື ຕາຍຫ່າ ເພາະວ່າເຮັດໃຫ້ເປັດ, ໄກ່ຕາຍຢ່າງວ່ອງໄວ ແລະ ເປັນຈຳນວນຫຼາຍ, ໂລກດັ່ງກ່າວນີ້ ເປັນໂລກຕິດຕໍ່ຮ້າຍແຮງຂອງສັດປີກທຸກຊະນິດ, ເຊິ່ງໃນຊ່ວງລະດູຮ້ອນຈະມີການລະບາດຮຸນແຮງຫຼາຍທີ່ສຸດ ຫຼື ຊ່ວງປ່ຽນລະດູການ ຈາກໜາວເຂົ້າສູ່ຮ້ອນ.

 

 

ສາເຫດ: ເກີດຈາກເຊື້ອແບັກທີເລຍ Pasteurella multocida ໃນປະເທດພົບ ຊີໂຣໄທ A:1, A:3, A:4

ການຕິດຕໍ່: ໂດຍການກິນອາຫານ ຫຼື ນໍ້າທີ່ມີເຊື້ອໂລກເຂົ້າໄປ;  ການຫາຍໃຈຕິດຕໍ່ໄປຍັງໄກ່ທີ່ຢູ່ໃກ້ກັນ; ເຊື້ອໂລກຕິດຕໍ່ໄປຍັງອຸປະກອນການລ້ຽງ, ເຊິ່ງຄົນ, ໜາ, ແມວ, ນົກ, ໜູ, ແມງວັນ ທີ່ເປັນໂຕນໍາໂລກ; ເຊື້ອປົນເປື້ອນໃນດິນ; ເປັດໄກ່ທີ່ລ້ຽງໃກ້ແມ່ນໍ້າ ເມື່ອມີຊາກເປັດ, ຊາກໄກ່ ທີ່ຕາຍດ້ວຍໂລກນີ້ ແລະ ສິ່ງຂັບຖ່າຍ, ສິ່ງປູນອນ ທີ່ຕົກລົງໃນນໍ້າເຮັດໃຫ້ເຊື້ອໂລກແຜ່ກະຈາຍໄປຕາມກະແສນໍ້າໄດ້. ການຄົວເປັດ, ໄກ່ ທີ່ຕາຍດ້ວຍໂຣກນີ້ ບັນດາເສດຊີ້ນ, ເສດກະດູກ, ເລືອດ ແລະ ນໍ້າລ້າງ ເວລາຕົກລົງພື້ນດິນ ຫຼື ມີສັດໂຕອື່ນມາກິນກໍ່ຈະເຮັດໃຫ້ເຊື້ອໂຣກແຜ່ລະບາດໄດ້ ແລະ ການເຄື່ອນຍ້າຍເປັດໄກ່ທີ່ເປັນໂຣກໄປສະຖານທີ່ອີກແຫ່ງໜຶ່ງເຊັ່ນ: ຕະຫຼາດ ແລະ ອື່ນໆ.

 

 

ອາການ: ຊະນິດຮ້າຍແຮງ: ເປັດໄກ່ຕາຍກະທັນຫັນ ໂດຍບໍ່ສະແດງອາການໃຫ້ເຫັນ ຫຼື ອາດພົບໄຂ້ສູງ, ມີນໍ້າມູກ, ນໍ້າລາຍໄຫຼເປັນເມືອກ, ໜ້າ ແລະ ຫອນສີມ່ວງຄໍ້າ ຫາຍໃຈລໍາບາກ ແລະ ຖີ່, ບໍ່ກິນອາຫານ, ຂົນຫຼົ່ນ ຕາຍພາຍໃນ 2-3 ມື້.

ຊະນິດຊໍ້າເຮື້ອ: ເກີດຈາກພວກທີ່ເປັນແລ້ວບໍ່ຕາຍ ບາງເທື່ອຈະເປັນດົນ ເກືອບຮອດເດືອນ ມີອາການເຫງົາຫງອຍ, ຊືມ, ພົບລັກສະນະບວມທີ່ໜຽງ, ໂພ້ງດັງ, ຂໍ້ຂາ, ຂໍ້ປີກ, ບໍລິເວນແກ້ມ ແລະ ຫາຍໃຈສຽງດັງຫອບ.

 

 

ຮ່ອງຮອຍໂລກ ຫຼື ອາການ (lesions) ຊະນິດຮ້າຍແຮງ: ພົບບ່ອນເລືອດອອກທີ່ກ້າມເນື້ອຫົວໃຈ, ກະເພາະອາຫານແທ້, ກະເພາະບົດ, ເຍື່ອບຸຊ່ອງທ້ອງ, ລໍາໄສ້ນ້ອຍອັກເສບມີເມືອກ ແລະ ຈຸດເລືອດອອກແມ່ນຕັບຂະຫຍາຍໃຫຍ່ ແລະ ມີຈຸດເນື້ອຕາຍສີເທົານ້ອຍໆກະຈາຍທົ່ວໄປ, ໃນໄກ່ທີ່ຢູ່ໃນໄລຍະໄຂ່ອາດພົບໄຂ່ແຕກໃນທ້ອງ.

 ຊະນິດຊໍ້າເຮື້ອ: ພົບເຍື່ອຕາຂາວອັກເສບ, ໜຽງບວມ, ຂໍ້ຕໍ່ບວມ ແລະ ມີໜອງຢູ່ພາຍໃນ.

 

 

ວິທີການປ້ອງກັນ: ເຮັດຄວາມສະອາດພາຍໃນເລົ້າ ຫຼື ຄອກ ໄກ່ເປັນປະຈໍາ; ພາຍໃນໂຮງເຮືອນຕ້ອງປອດໂປ່ງ, ອາກາດຖ່າຍເທສະດວກ, ເຢັນສະບາຍບໍ່ອົບເອົ້າ; ບໍ່ຄວນລ້ຽງເປັດ, ໄກ່, ໝາ ແໜ້ນຈົນເກີນໄປ; ມີຕາໜ່າງ ຫຼື ວັດຖຸປ້ອງກັນໂຕນໍາໂລກເຊັ່ນ: ນົກກະຈອກເທດ, ໜູ, ໝາ, ແມວ; ກໍາຈັດແມງໄມ້ທີ່ເປັນໂຕນໍາໂລກເຊັ່ນ: ແມງວັນ, ແມງສາບ, ແມງມີ່; ກໍລະນີລ້ຽງສັດໃກ້ແມ່ນໍ້າ ຕ້ອງລະວັງຊາກເປັດໄກ່ ທີ່ຕາຍລອຍນໍ້າມາ ແລະ ງົດເອົານໍານໍ້າມາໃຊ້ ຖ້າຈໍາເປັນຕ້ອງໃຊ້ ກໍ່ຄວນຂ້າເຊື້ອດ້ວຍການຕົ້ມນໍ້າ ຫຼື ໃສ່ຢາຂ້າເຊື້ອ;  ມີມາດຕະການປ້ອງກັນ ແລະ ຄວບຄຸມການເຂົ້າອອກ ແລະ ກໍລະນີເປັດໄກ່ຕາຍ ຄວນນໍາເອົາຊາກສົ່ງກວດ 3-5 ໂຕ ຊາກທີ່ເຫຼືອນໍາໄປເຜົາທໍາລາຍ ຫຼື ຝັງດິນ.

 

 

ຂໍ້ມູນຈາກ: kraseth.com