ທ່ານນາຍົກ ລົງຕິດຕາມຊຸກຍູ້ການກໍ່ສ້າງສະຖານີລົດໄຟເມືອງວັງວຽງ

58

ໃນຕອນເຊົ້າວັນທີ 8 ສິງຫາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດວ້ຍ ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ແລະ ເຈົ້າແຂວງໆວຽງຈັນ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການພັດທະນາເມືອງວັງວຽງ ແຂວງວຽງຈັນໂດຍມີທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ, ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງຈຸດກໍ່ສ້າງສະຖານີລົດໄຟວັງວຽງ ເຫັນວ່າ: ເສັ້ນທາງລົດໄຟ ລາວ-ຈີນ ຜ່ານແຂວງວຽງຈັນ ມີຄວາມຍາວທັງໝົດ 145 ກິໂລແມັດ, ຜ່ານ 4 ເມືອງ, 60 ບ້ານ, ມີຜູ້ໄດ້ຮັບຜົນກະທົບ 1.589 ຄອບຄົວ, ມາຮອດປະຈຸບັນ ໄດ້ໄກ່ເກ່ຍທີ່ດິນ ແລະ ສິ່ງກີດຂວາງການກໍ່ສ້າງທາງລົດໄຟສໍາເລັດ 99% ແລະ ສືບຕໍ່ດຳເນີນການຊົດເຊີຍໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ.

ສຳລັບສະຖານີລົດໄຟວັງວຽງ ແມ່ນຕັ້ງຢູ່ບ້ານຫ້ວຍສະເຫງົ້າ-ພູດິນແດງ, ຫ່າງຈາກເທດສະບານເມືອງວັງວຽງປະມານ 2 ກິໂລແມັດ, ຫ່າງຈາກເສັ້ນທາງເລກທີ 13 ເໜືອ 300 ແມັດ, ມີເນື້ອທີ່ທັງໝົດ 144 ກວ່າເຮັກຕາ, ສະເພາະເນື້ອທີ່ອາຄານສະຖານີ ມີ 5.000 ຕາແມັດ ແລະ ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ.

ປະຈຸບັນ ໄດ້ສຳເລັດການອອກແບບ, ສຳເລັດການບຸກເບີກພື້ນທີ່ ແລະ ກະກຽມເພື່ອດຳເນີນການກໍ່ສ້າງ ຊຶ່ງຄາດວ່າຈະສໍາເລັດການກໍ່ສ້າງ ພາຍໃນປີ 2021. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຜູ້ພັດທະນາໂຄງການເອົາໃຈໃສ່ປະຕິບັດວຽກງານສຳເລັດຕາມແຜນການທີ່ວາງໄວ້ ແລະ ໃຫ້ມີຄຸນນະພາບ, ການກໍ່ສ້າງ ໃຫ້ເປັນໄປຕາມການອອກແບບ ທີ່ໄດ້ຮັບຮອງ, ສິ່ງສຳຄັນ ໂຄງສ້າງຕ່າງໆ ຕ້ອງໃຫ້ກົມກືນກັບທຳມະຊາດ ກໍ່ຄືແຫຼ່ງທ່ອງທ່ຽວ ຂອງເມືອງວັງວຽງ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສູນບໍລິການເຕັກນິກກະສິກຳ ແລະ ໄດ້ຊີ້ນຳໃຫ້ສູນດັ່ງກ່າວ ເອົາໃຈໃສ່ການປູກພຶດປອດສານພິດ, ພືດລົ້ມລຸກ ໂດຍໃຫ້ຕິດພັນກັບການສົ່ງເສີມການທ່ອງທ່ຽວ. ພ້ອມນີ້, ໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທຳມະຊາດ ຖໍ້ານາງຟ້າ ແລະ ຖໍ້ານອນ ໂດຍໄດ້ເນັ້ນໃຫ້ຜູ້ພັດທະນາ ເອົາໃຈໃສ່ການອະນຸລັກທຳມະຊາດ ແລະ ຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ.

ແຫລ່ງທີ່ມາ: ກົມປະຊາສຳພັນ