ເມືອງໄຊ ທຳລາຍໝູຕິດເຊື້ອພະຍາດອະຫິວາໝູອາຟຣິກາ

45

ວັນທີ 2 ສິງຫາ 2019 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊ ໂດຍສົມທົບກັບການນຳເມືອງ, ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ແລະ ອົງການປົກຄອງບ້ານ ລົງຄວບຄຸມ ແລະ ທຳລາຍໝູທີ່ຕິດເຊື້ອພະຍາດອະຫິວາໝູອາຟຣິກາ ຢູ່ທີ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ.

ອີງຕາມການລາຍງານຂອງ ທ່ານ ສີວິໄສ ບຸນສະຫວັດ ຫົວໜ້າຫ້ອງການກະສິກຳແລະ ປ່າໄມ້ ເມືອງໄຊ ໃຫ້ຮູ້ວ່າ: ມີໝູຕິດເຊື້ອພະຍາດອະຫິວາໝູອາຟຣິກາ ຢູ່ 2 ຄອບຄົວ ທີ່ບ້ານດອນໄຊ ເມືອງໄຊ ແຂວງ ອຸດົມໄຊ ຈໍານວນ 27 ໂຕ. ໃນນັ້ນ, ໝູທີ່ຕິດເຊື້ອພະຍາດ ແລະ ໄດ້ຕາຍກ່ອນແລ້ວໃນທ້າຍອາທິດຜ່ານມາ ຈຳນວນ 13 ໂຕ ເຊິ່ງເຈົ້າຂອງໝູໄດ້ນຳໄປທຳລາຍແລ້ວ ແລະ ທີມງານຈາກຫ້ອງການກະສິກຳເມືອງໄຊ ລົງກຳຈັດ ແລະ ທຳລາຍໃນວັນດັ່ງກ່າວຕື່ມອີກ ຈຳນວນ 14 ໂຕ ລວມມູນຄ່າຄວາມເສຍຫາຍຫຼາຍລ້ານກີບ.

ສ່ວນວິທີການ ແລະ ຂັ້ນຕອນຕ່າງໆໃນການທຳລາຍແມ່ນຂ້າ, ຫໍ່ດ້ວຍແຜ່ນຢາງ, ຂ້າເຊື້ອ ແລະ ນຳໄປຝັງບ່ອນທີ່ເໝາະສົມ ພ້ອມທັງສີດຢາຂ້າເຊື້ອບໍລິເວນອ້ອມແອ້ມຄອກໝູຕື່ມອີກ.

ໃນໄລຍະກາງເດືອນຜ່ານມານີ້ທົ່ວແຂວງອຸດົມໄຊ ເຄີຍພົບເຊື້ອພະຍາດອະຫິວາໝູອາຟຣິກາ ພຽງຈຸດດຽວຄືຢູ່ບ້ານໂຮມສຸກ ເມືອງໄຊ ແລະ ຄະນະຮັບຜິດຊອບຂັ້ນແຂວງ ແລະ ເມືອງ ໄດ້ມີການລົງກວດກາ, ຄວບຄຸມ ແລະ ກະກຽມບັນດາເອກະສານໃນການຂໍທຳລາຍ ເຊິ່ງປັດຈຸບັນພົບເຊື້ອພະຍາດອະຫິວາໝູອາຟຣິກາແລ້ວໃນຈຳນວນ 2 ເມືອງຂອງແຂວງອຸດົມໄຊ ຄື: ຢູ່ໃນເມືອງໄຊ ແລະ ເມືອງງາ.

ໂອກາດດັ່ງກ່າວ ທ່ານ ສີວິໄສ ບຸນສະຫວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊ ແຂວງອຸດົມໄຊ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການນໍາກັນໃນການຄວບຄຸມ, ປ້ອງກັນ ແລະ ການກຳຈັດ, ທຳລາຍ ໝູທີ່ຕິດເຊື້ອພະຍາດດັ່ງກ່າວ ໂດຍສະເພາະແມ່ນປະຊາຊົນ, ຜູ້ປະກອບການໃນການລ້ຽງໝູ, ຫ້າມບໍ່ໃຫ້ມີການຂ້າ, ເຄື່ອນຍ້າຍໝູຢ່າງເດັດຂາດ. ນອກນັ້ນ, ຫາກພົບເຫັນໝູຂອງຕົນມີອາການຜິດປົກກະຕິແມ່ນໃຫ້ ລາຍງານຕໍ່ພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນອົງການປົກຄອງບ້ານ, ຫ້ອງການກະສິກຳເມືອງ, ແຂວງ ເພື່ອຈະໄດ້ພ້ອມກັນສະກັດກັ້ນພະຍາດດັ່ງກ່າວໃຫ້ທັນກັບສະພາບການ ແລະ ບໍ່ໃຫ້ແຜ່ລາມເປັນບໍລິເວນກວ້າງ.