ການພັດທະນາແຫຼ່ງຜະລິດໄຟຟ້າ ແຂວງໄຊຍະບູລີ ມີຫຼາຍໂຄງການຄືບໜ້າ

129

ອີງຕາມຂໍ້ມູນຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການພັດທະນາແຫຼ່ງຜະລິດໄຟຟ້າ ແລະ ກໍ່ສ້າງໂຄງການທີ່ຂັ້ນສູນກາງ ແລະ ແຂວງ ຄຸ້ມຄອງມີທັງໝົດ 4 ໂຄງການ ເຊັ່ນ: ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ມີກຳລັງຕິດຕັ້ງ 1.878 MW, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ມີກຳລັງຕິດຕັ້ງ 1.288 MW ມາຮອດປັດຈຸບັນແມ່ນສຳເລັດແລ້ວ 98,90% ແລະ ພວມດຳເນີນທົດລອງການເດີນເຄື່ອງຢູ່ຈຳນວນ 3 ໜ່ວຍ. ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ມີກຳລັງຕິດຕັ້ງ 15 MW ມາຮອດປັດຈຸບັນມີ ຄວາມຄືບໜ້າແລ້ວ 56,16%, ໂຄງການກໍ່ສ້າງເຂື່ອນພະລັງນໍ້າຂະໜາດນ້ອຍນໍ້າຕວງ 30 KW ບ້ານນໍ້າງີມ ເມືອງພຽງ ສຳເລັດແລ້ວ 100% ປັດຈຸບັນພວມທົດລອງການເດີນເຄື່ອງ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງ ແລະ ສະຖານີໄຟຟ້າໄດ້ມີການຂະຫຍາຍລົງສູ່ເມືອງ ແລະ ບ້ານ.

ມາຮອດປັດຈຸບັນທົ່ວແຂວງມີສະຖານີໄຟຟ້າ 115 KV, 34,5 KV, 22 KV ທັງໝົດ 4 ແຫ່ງ. ໃນນັ້ນ, ໂຄງການໄຟຟ້າພະລັງນໍ້າ 1 ແຫ່ງ, ມີລະບົບສາຍສົ່ງຂະໜາດຕ່າງໆ ເຊັ່ນ: ສາຍສົ່ງໄຟຟ້າແຮງສູງ 115 KV ຍາວ 281 ກິໂລແມັດ, ແຮງກາງ 34,5 KV ຍາວ 74 ກິໂລແມັດ ກວ່າ ແລະ ແຮງກາງ 22 KV ຍາວ 2.119,23 ກິໂລແມັດ ທຽບໃສ່ປີຜ່ານມາຕາຂ່າຍແຮງຕໍ່າ 0,4 KV ຍາວ 1.117 ກິໂລແມັດ ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 0,44 ກິໂລແມັດ, ມີໝໍ້ແບ່ງ 1.558 ໜ່ວຍ ແລະ ມີກຳລັງຕິດຕັ້ງທັງໝົດ 179.935 ກິໂລໂວນອຳແປ ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 53 ໜ່ວຍ ມີໝໍ້ນັບໄຟຟ້າທັງໝົດ 86.091 ໜ່ວຍ.

ພ້ອມນີ້, ຍັງໄດ້ຊຸກຍູ້ຕິດຕາມກວດກາໂຄງການກໍ່ສ້າງສາຍສົ່ງພວມຈັດຕັ້ງປະຕິບັດ ຄື: ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ ຈາກສະຖານີນໍ້າຊົ້ງ ເມືອງປາກລາຍ ຫາ ເມືອງແກ່ນທ້າວ ສຳເລັດ 96,36%, ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 KV ຈາກສະຖານີນໍ້າຊົ້ງ ເມືອງປາກລາຍ ຫາ ເມືອງໄຊຍະບູລີ ສຳເລັດ 99,37%, ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 KV ຈາກໂຄງການໄຟຟ້າພະລັງນໍ້າປາກແບງ ແຂວງ ອຸດົມໄຊ ຫາ ສະຖານີວຽງແກ້ວ ເມືອງຫົງສາ ສຳເລັດ 100%.

ໂຄງການປັບປຸງ ແລະ ຂະຫຍາຍລະບົບໄຟຟ້າແຮງສູງ 115 KV ໄລຍະທີ 1 ເມືອງຫົງສາ ຫາ ເມືອງຊຽງຮ່ອນ ພວມຈັດຕັ້ງປະຕິບັດໂຄງການກໍ່ສ້າງລະບົບຕາຂ່າຍໄຟຟ້າເຂົ້າ 5 ບ້ານ ຂອງເມືອງໄຊຍະບູລີ ສຳເລັດ 53,95%; ໂຄງການຕິດຕັ້ງໄຟຟ້າໃຫ້ຄອບຄົວທຸກຍາກ ( ໂຄງການ P2P ຂອງໄຟຟ້າລາວ ) ສາມາດຕິດຕັ້ງໄຟຟ້າເຂົ້າເຮືອນປະຊາຊົນໄດ້ທັງໝົດ 9.576 ຄອບຄົວ ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 845 ຄອບຄົວ ແລະ ໂຄງການກໍ່ສ້າງຂະຫຍາຍຕາຂ່າຍໄຟຟ້າແຮງດັນກາງ 22 KV, ແຮງດັນຕໍ່າ 0,4 KV ແລະ ຕິດຕັ້ງໝໍ້ແບ່ງໄຟຟ້າ 2 ເມືອງ ( ເມືອງໄຊຍະບູລີ ແລະ ເມືອງແກ່ນທ້າວ ) ມູນຄ່າຂອງໂຄງການ 12,69 ຕື້ກີບ ພວມດຳເນີນການເປີດນຳໃຊ້.

( ຂ່າວ: ບຸນທີ )