ອາເມຣິກາ ກຽມຂຶ້ນພາສີສິນຄ້າຈາກຈີນ 10% ເລິ່ມ 1 ກັນຍາ ເປັນຕົ້ນໄປ

92

ປະທານາທິບໍດີໂດນັລ ທຣຳ ປະກາດ ກຽມຂຶ້ນພາສີ 10% ຕໍ່ຜະລິດຕະພັນຂອງຈີນ ມູນຄ່າເກືອບ 2,6 ລ້ານຕື້ກີບ ຕັ້ງແຕ່ວັນທີ 1 ກັນຍາ ຫຼັງຈາກການເຈລະຈາຢູ່ຊຽງໄຮ້ “ບໍ່ຄືບໜ້າ” ແລະ ຜູ້ນຳສະຫະລັດ ໄດ້ກ່າວຫາລັດຖະບານປັກກິ່ງ ເປັນຝ່າຍ “ຜິດສັນຍາ” ກ່ຽວກັບການຊື້ສິນຄ້າກະສິກຳ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນທີ 1 ສິງຫາ ວ່າ ປະທານາທິບໍດີໂດນັລ ທຣຳ ໄດ້ຂຽນຂໍ້ຄວາມລົງໃນທະວິດເຕີ ສື່ສັງຄົມອອນໄລນ໌ ເມື່ອວັນພະຫັດ ວ່າ ນັບຕັ້ງແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ ສິນຄ້າທີ່ນຳເຂົ້າຈາກປະເທດຈີນ ມູນຄ່າ 300 ຕື້ໂດລາ (ປະມານ 2,59 ລ້ານຕື້ກີບ) ຕ້ອງໄດ້ເສຍອາກອນເພິ່ມຕື່ມ 10% ໂດຍກຳແພງພາສີດັ່ງກ່າວເປັນຄົນລະສ່ວນຈາກອັດຕາ 25% ທີ່ ບັງຄັບໃຊ້ກັບສິນຄ້ານຳເຂົ້າຈາກປະເທດຈີນ ມູນຄ່າ 250 ຕື້ໂດລາ (ປະມານ 2,16 ລ້ານຕື້ກີບ) ເຊິ່ງ ທຣໍາ ໃຫ້ເຫດຜົນໃນການກຽມຂຶ້ນພາສີສິນຄ້າຂອງຈີນອີກ ວ່າ  ເປັນຍ້ອນການເຈລະຈາຄັ້ງຫຼ້າສຸດ ທີ່ນະຄອນຊຽງໄຮ້ ໃນອາທິດນີ້ “ເກືອບບໍ່ມີຄວາມຄືບໜ້າ” ແລະ ຈີນ “ເປັນຝ່າຍຜິດສັນຍາ” ໃນການເພິ່ມປະລິມານນໍາເຂົ້າສິນຄ້າກະສິກຳຈາກສະຫະລັດ.

ในภาพอาจจะมี 7 คน, คนที่ยิ้ม, สถานที่ในร่ม

ຂະນະທີ່ ບັນດານັກລົງທືນໄດ້ສະແດງປະຕິກິລິຍາທາງລົບຢ່າງຊັດເຈນ ຕໍ່ການປະກາດຂອງທຣໍາ ທີ່ໄດ້ກ່າວດ້ວຍວ່າ “ສະຫະລັດຄວນເຮັດແນວນີ້ ກັບຈີນມາຕັ້ງແຕ່ດົນແລ້ວ” ເນື່ອງຈາກເຊື່ອວ່າລັດຖະບານປັກກິ່ງຈະຕ້ອງຕອບໂຕ້ “ໃນລະດັບດຽວກັນ” ແລະ ທຣໍາ ກັບ ປະທານປະເທດສິ ຈິ້ນຜິງ ຫາກໍ່ຕົກລົງ “ສະຫງົບສົງຄາມການຄ້າ” ຮອບໃໝ່ ເມື່ອທ້າຍເດືອນມິຖຸນາ ຜ່ານມາ. ໂດຍດັດຊະນີອຸດສາຫະກຳ ດາວໂຈນສ໌ ປິດຕະຫຼາດຊື້-ຂາຍຫຼຸດລົງ 1% ສ່ວນດັດຊະນີ ເອັສແອນພີ 500 ປິດຕະຫຼາດຫຼຸດລົງເກືອບ 1% ສ່ວນສັນຍາຊື້-ຂາຍນໍ້າມັນດິບເບຣນທະເລເໜືອລອນດອນ ລາຄາຕົກໄລຍະໜຶ່ງຂອງການຊື້-ຂາຍ ຫຼາຍເຖິງ 7% ຕໍ່າທີ່ສຸດ ນັບຕັ້ງແຕ່ເດືອນກຸມພາ ປີ 2016.

ในภาพอาจจะมี 3 คน

ດ້ານສະພາການຄ້າຂອງສະຫະລັດ ອາເມຣິກາ ເຊິ່ງມີສະມາຊິກເປັນຜູ້ປະກອບການ ຕັ້ງແຕ່ທະລຸກິດຂະໜາດໃຫຍ່ ໄປຈົນເຖິງຂະໜາດຍ່ອຍ ຫຼາຍກວ່າ 3 ລ້ານແຫ່ງໃນປະເທດ ອອກຖະແຫຼງການຄັດຄ້ານທຣໍາ ທີ່ປະກາດກຽມຂຶ້ນພາສີສິນຄ້າຈາກຈີນ ວ່າ ຜູ້ຜະລິດຈາກທຸກຂະແໜງ ໂດຍສະເພາະຂະແໜງກະສິກໍາ ແລະ ຜູ້ບໍລິໂພກ ໃນສະຫະລັດກໍ່ຈະໄດ້ຮັບຜົນກະທົບເຊັ່ນກັນ ພ້ອມທັງຈະສົ່ງຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດຂອງສະຫະລັດ ຫຼັງຈາກທະນາຄານກາງສະຫະລັດ (Fed) ໄດ້ປັບຫຼຸດອັດຕາດອກເບ້ຍນະໂຍບາຍເປັນຄັ້ງທຳອິດ ໃນຮອບເກືອບ 11 ປີ ເມື່ອວັນພຸດ ຫຼຸດລົງ 0.25% ເຫຼືອຢູ່ລະຫວ່າງ 2.0% – 2.25% ແລະ ໃຫ້ເຫດຜົນດ້ວຍ ວ່າ ຄວາມຂັດແຍ່ງທາງການຄ້າ ລະຫວ່າງ ສະຫະລັດ ກັບ ຈີນ ຖືເປັນໜຶ່ງໃນປັດໄຈສຳຄັນ.

ในภาพอาจจะมี 1 คน, ท้องฟ้า และสถานที่กลางแจ้ง