ນໍ້າຖ້ວມ 7 ບ້ານ ເມືອງນານ ເສຍຫາຍໜັກ

96

ຝົນທີ່ຕົກແຮງຫຼາຍຊົ່ວໂມງ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນຢູ່ 7 ບ້ານ ລຽບຕາມລ້ອງແມ່ນ້ຳນານ ເມືອງນານ ແຂວງ ຫຼວງພະບາງ ເມື່ອວັນທີ 30 ກໍລະກົດ 2019 ບາງຄອບຄົວໄດ້ພຽງເຄື່ອງນຸ່ງຄາຄີງ ແລະ ກຳລັງປະເຊີນກັບສະພາບການຂາດສະບຽງອາຫານ ແລະ ເຄື່ອງນຸ່ງຫົ່ມ. ສ່ວນອຳນາດການປົກຄອງເມືອງໄດ້ສົ່ງກຳລັງປະຈຳເພື່ອໃຫ້ການຊ່ວຍເຫຼືອປະຊາຊົນຢ່າງເຕັມທີ່. ດ້ານອຸຕຸນິຍົມແຈ້ງເຕືອນປະຊາຊົນທົ່ວທຸກພາກກຽມຮັບມືກັບສະພາບຝົນຕົກໜັກອາດເຮັດໃຫ້ເກີດນ້ຳຖ້ວມ, ດິນເຈື່ອນ ແລະ ລົມພັດແຮງໄລຍະ 30 ກໍລະກົດ ຫາ 4 ສິງຫານີ້.

ຕໍ່ກັບເຫດການດັ່ງກ່າວທີມຂ່າວພວກເຮົາໄດ້ຕິດຕໍ່ສຳພາດ ທ່ານ ບຸນທີ ມະນີວົງ ຮອງເຈົ້າເມືອງໆນານ ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ຕໍ່ກັບເຫດການນໍ້າຖ້ວມຄັ້ງນີ້ ເບື້ອງຕົ້ນທາງອົງການປົກຄອງເມືອງໄດ້ສົ່ງກໍາລັງເຈົ້າໜ້າທີ່ທະຫານ – ຕໍາຫຼວດເຂົ້າຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງຢູ່ໃນເຮືອນ, ພ້ອມທັງຊ່ວຍປ້ອງກັນຜົນກະທົບໃຫ້ບາງຄອບຄົວ ແລະ ຈັດຕັ້ງການປ້ອງກັນເວນຍາມເຝົ້າລະວັງຕະຫຼອດ 24 ຊົ່ວໂມງ, ຊ່ວຍອະນາໄມບ້ານເຮືອນຂອງປະຊາຊົນເຂດທີ່ລະດັບນໍ້າຫຼຸດລົງ ເຊິ່ງປັດຈຸບັນນໍ້າກໍເລີ່ມຫຼຸດລົງຕາມລໍາດັບ ຄຽງຄູ່ກັບປະກອບສ່ວນດ້ານສະບຽງອາຫານເທົ່າທີ່ຈະສາມາດເຮັດໄດ້. ພ້ອມດຽວກັນນັ້ນ, ກໍເລັ່ງເກັບກໍາຂໍ້ມູນຄວາມເສຍຫາຍເພື່ອຊ່ວຍເຫຼືອດ້ານອື່ນໆອີກ. ເຖິງຢ່າງໃດກໍຕາມ, ເຫດການນໍ້າຖ້ວມໃນຄັ້ງນີ້ຖືວ່າໜັກ ກວ່າຫຼາຍປີຜ່ານມາ ໂດຍມີປະຊາຊົນທີ່ອາໄສຢູ່ລ້ອງແມ່ນໍ້ານານ ຈໍານວນ 9 ບ້ານ ແຕ່ທີ່ໄດ້ຮັບຜົນກະທົບໜັກສຸດມີ 7 ບ້ານ ຄື: ບ້ານໂພນຫີນ, ບ້ານນາຝາຍ, ບ້ານປ່າໄຜ່, ບ້ານສີບຸນເຮືອງ, ບ້ານສີມຸງຄຸນ, ບ້ານນາເລົາ ແລະ ບ້ານນາເຄິນ; ຈາກການລາຍງານເບື້ອງຕົ້ນແມ່ນຍັງບໍ່ມີຜູ້ເສຍຊີວິດ ແລະ ສູນຫາຍ ເຊິ່ງມີພຽງບາດເຈັບເລັກໜ້ອຍເທົ່ານັ້ນ.

ທ່ານ ຄໍາສອນ ເທບວິໄລຈິດ ປະຊາຊົນບ້ານສີບຸນເຮືອງ ເມືອງນານ ໃຫ້ຮູ້ວ່າ: ລະດັບນໍ້ານານເລີ່ມສູງຂຶ້ນ ແລະ ໄຫຼຖ້ວມເຮືອນປະຊາຊົນໃນເຂດບ້ານສີບຸນເຮືອງ ຢ່າງກະທັນຫັນ, ຮຸນແຮງໃນເວລາປະມານ 9:00 ໂມງເຊົ້າ ຂອງວັນທີ 30 ກໍລະກົດ 2019 ເນື່ອງມາຈາກຝົນຕົກໜັກຕັ້ງແຕ່ເວລາປະມານ 3:00 ໂມງເຊົ້າ ໂດຍບໍ່ຂາດສາຍເປັນເວລາດົນ. ນໍ້າຖ້ວມໃນຄັ້ງນີ້ແມ່ນວ່າໜັກທີ່ສຸດ ເພາະທີ່ຜ່ານມານໍ້າຈະຂຶ້ນສູງ ຫຼື ຖ້ວມສະເພາະເຮືອນຂອງປະຊາຊົນທີ່ອາໄສຢູ່ໃກ້ແຄມແມ່ນໍ້າເທົ່ານັ້ນ, ດ້ານຄວາມເສຍຫາຍທຸກຄອບຄົວພາຍໃນບ້ານແມ່ນໄດ້ຮັບຜົນກະທົບທັງໝົດ, ບາງຄອບຄົວແມ່ນໄດ້ພຽງເຄື່ອງນຸ່ງຕິດຕົວອອກຈາກເຮືອນ ເຊິ່ງປັດຈຸບັນແມ່ນມີຄວາມຕ້ອງການສະບຽງອາຫານ ແລະ ນໍ້າດື່ມ ເພື່ອບັນເທົ່າໄພເບື້ອງຕົ້ນ.

ຈາກການລາຍງານປະລິມານນ້ຳຝົນຕົກ 24 ຊົ່ວໂມງ ຂອງວັນທີ 29 ກໍລະກົດ ໃນເວລາ 7:00 ໂມງເຊົ້າ ຂອງວັນທີ 30 ກໍລະກົດ 2019 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ມີດັ່ງນີ້:

ນອກຈາກນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ມີຄຳເຕືອນເຖິງອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາແຂວງ: ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ກຽມຮັບມືກັບສະພາບຝົນຕົກໜັກ ອາດເຮັດໃຫ້ເກີດນ້ຳຖ້ວມ, ດິນເຈື່ອນ ແລະ ລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ຫຼັງຄາເຮືອນເປ່ເພ ໄລຍະວັນທີ 30 ກໍລະກົດ ຫາ 4 ສິງຫາ 2019 ເນື່ອງຈາກວັນທີ 30 ກໍລະກົດ ຫາ 4 ສິງຫານີ້ ຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ບໍລິເວນທະເລຈີນໃຕ້ ຈະມີທ່າອ່ຽງເພີ່ມກຳລັງແຮງຂຶ້ນ ກາຍເປັນພາຍຸດິເປຊັນ ຄາດວ່າຈະເຄື່ອນຜ່ານເກາະໄຫໜານເຂົ້າສູ່ພາກເໜືອຂອງປະເທດຫວຽດນາມ ເຊິ່ງວົງລັດສະໝີຂອງພາຍຸຫົວນີ້ ຈະກວມເອົາພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງພັດປົກຄຸມ ແລະ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຂໍໃຫ້ພໍ່ແມ່ປະຊາຊົນຕິດຕາມສະພາບອາກາດ ແລະ ໃຫ້ມີສະຕິກຽມຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດໄລຍະນີ້ດ້ວຍ.

( ຂ່າວ: ສັນຕິ + ເອຢິບ )