ຍັງບໍ່ຮອດທ້າຍອາທິດ ແຕ່ຫຼາຍທທ່ານຄົງຄິດໄວ້ແນ່ແລ້ວວ່າຈະໄປທ່ຽວໃສດີໃນທ້າຍອາທິດນີ້ ແຕ່ຂໍແນະນໍາໜຶ່ງສະຖານທີ່ບັນຍາກາດແບບດີສຸດໆກາງທົ່ງນາ ເຊິ່ງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນເຮົານີ້ເອງ ນັ້ນກໍຄື ສວນອາຫານແວ່ນາ ເປັນສະຖານທີ່ພັກຜ່ອນ ກິນເຂົ້າ ຊົມວິວທິວທັດທໍາມະຊາດຕາມທ້ອງທົ່ງນາ
ບອກເລີຍວ່າເໝາະກັບສາຍອ໊າດສຸດໆ ເພາະວິວງາມ ມຸມດີ ເໝາະກັບການຖ່າຍຮູບສຸດໆ ເຊິ່ງສວນອາຫານແວ່ນາ ສະຖານທີ່ຕັ້ງຢູ່ ຖະຫນົນລະຫວ່າງໄຟແດງດົງຄຳຊ້າງຫາໂຮງງານເບຍລາວ ບ້ານນາໄຫ, ເມືອງ ຫາດຊາຍຟອງ, ນະຄອນຫລວງວຽງຈັນ ຈະເລີ່ມເປີດບໍລິການ ວັນທີ 01 ສິງຫາ 2019 ນີ້ເປັນຕົ້ນໄປ ຫາເວລາໄປໃຫ້ໄດ້ເດີ້