ຮ່ວມໂຫວດໃຫ້ ຕຸຕູ່ ໄຜ່ທິດາ ຜູ້ເຂົ້າປະກວດ ນາງສາວມິດຕະພາບ 2019

53

ໃກ້ຮອດມື້ຕັດສິນແລ້ວ ສໍາລັບເວທີອັນຊົງກຽດປະກວດນາງສາວ ມິດຕະພາບສາກົນ 2019 ຫຼື Miss Friendship International 2019 ທ່ານສາມາດສົ່ງກໍາລັງໃຈໃຫ້ຕົວແທນສາວລາວໄດ້ ດ້ວຍການໂຫວດໃຫ້ ຕຸຕູ່ ໄຜທິດາ ໂພທິສານ ນາງສາວມິດຕະພາບລາວ 2019 ຊີງລາງວັນຕ່າງໆໃນການປະກວດ.
ໂດຍການ ຄຣິກໂຫວດຕາມລິ້ງຂ້າງລຸ່ມນີ້
https://pageantvote.asia/pageants/20/contestants/800

ສໍາລັບການປະກວດແມ່ນມີມາຕັ້ງແຕ່ວັນທີ 17 ກໍລະກົດ ແລະ ຈະຕັດສິນໃນມື້ອື່ນນີ້ແລ້ວ ວັນທີ 27 ກໍລະກົດ 2019 ຮ່ວມເຊຍເປັນກໍາລັງໃຈໃຫ້ສາວຕຸຕູ່ໄດ້ ແລະ ສາມາດຕິດຕາມການເຄື່ອນໄຫວຕ່າງໆຂອງ ໄຜ່ທິດາ ໄດ້ເປັນໄລຍະທີ່ນີ້ເດີ້.

ຕູ່ຕູ່ ເປັນໜຶ່ງໃນຜູ້ຮ່ວມການປະກວດ ນາງສາວລາວ 2018 ແລະ ໄດ້ເຂົ້າຮອບ 15 ຄົນສຸດທ້າຍ ພ້ອມທັງສາມາດຄວ້າລາງວັນພິເສດ ນັ້ນຄື ລາງວັນນາງສາວມິດຕະພາບ ຈາກເວທີນາງສາວລາວ.

ປັດຈຸບັນ ຕູ່ຕູ່ ອາຍຸ 25 ປິ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ລະດັບປະລິນຍາຕີ ສາຂາ ອັກສອນສາດ ພາສາຈີນ ແລະ ຕອນນີ້ ເຮັດວຽກຢູ່ທີ່ ບໍລິສັດ ເອກະຊົນ ນຳເຂົ້າ-ສົ່ງອອກ ເຄື່ອງຈັກ ແລະ ກາເຟ.

ໃນປີ 2016 ຕູ່ຕູ່ ໄດ້ເຂົ້າຮ່ວມປະກວດ ເວທີ Lao Super Model ເປັນ Top 10 ຂອງການປະກວດ, ປະສົບການເດີນແບບ 3 ປີ ເຊິ່ງ ຕູ່ຕູ່ ກໍ່ໄດ້ຮ່ວມງານເດີນແບບໃຫ້ຫຼາຍໆຫ້ອງເສື້ອ, ງານເປິດຕົວສິນຄ້າຕ່າງໆ ແລະ ຮ່ວມງາມກັບ Fashion Week ຫຼາຍເວທີ.

ແລະ ໄດ້ ລົງແຂ່ງຂັນ ນັກຊົງກາເຟຢອດ ທີ່ຈັດເປັນຄັ້ງທຳອິດຂອງປະເທດລາວ ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນ ຈາກຫຼາຍຮ້ານກາເຟທົ່ວປະເທດ ເຊິ່ງ ຕູ່ຕູ່ ກໍ່ໄດ້ ຄວ້າລາງວັນຊະນະເລີດ ນັກຊົງກາເຟຢອດ ລະດັບປະເທດ 2018 Lao National Brewers Cup 2018 ແລະ ໄດ້ເປັນຕົວແທນປະເທດລາວໄປຮ່ວມແຂ່ງໃນເວທີ່ສາກົນ ເຊິ່ງມີ 28 ກວ່າປະເທດເຂົ້າຮ່ວມແຂ່ງຂັນ ແລະ ຕູ່ຕູ່ ກໍ່ຄວ້າ ເອົາ ລາງວັນ ອັນດັບ 6 ລະດັບເອເຊຍມາຄອງ.