ທະນາຄານກາງອິນໂດເນເຊຍ ປັບຫຼຸດອັດຕາດອກເບ້ຍ ຫວັງກະຕຸ້ນເສດຖະກິດ

81

ທະນາຄານກາງອິນໂດເນເຊຍປັບຫຼຸດອັດຕາດອກເບ້ຍນະໂຍບາຍເປັນຄັ້ງທໍາອິດ ໃນຮອບເກືອບ 2 ປີເພື່ອຫວັງກະຕຸ້ນເສດຖະກິດ ແລະ ບັນເທົາຜົນກະທົບຈາກສົງຄາມການຄ້າລະຫວ່າງ ອາເມຣິກາ ກັບ ຈີນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນສຸກ ທີ 19 ກໍລະກົດ ວ່າ ທະນາຄານກາງອິນໂດເນເຊຍ ອອກຖະແຫຼງການ ເມື່ອວັນພະຫັດ ການປັບຫຼຸດອັດຕາດອກເບ້ຍນະໂຍບາຍລົງ 0,25% ເຫຼືອ 5,75% ຖືເປັນຄັ້ງທໍາອິດ ໃນຮອບເກືອບ 2 ປີ ຫຼື ນັບຕັ້ງແຕ່ເດືອນກັນຍາ 2017 ທີ່ທະນາຄານກາງອິນໂດເນເຊຍປັບຫຼຸດອັດຕາດອກເບ້ຍພື້ນຖານ ແລະ ເປັນການຕັດສິນໃຈ ກ່ອນມະຕິຂອງທະນາຄານກາງສະຫະລັດ (FED) ທີ່ຫຼາຍຝ່າຍເຊື່ອວ່າ ຈະປະກາດປັບຫຼຸດອັດຕາດອກເບ້ຍໄລຍະທ້າຍເດືອນນີ້ ຫຼັງປັບເພິ່ມຫຼາຍເຖິງ 4 ຄັ້ງ ເມື່ອປີຜ່ານມາ ໂດຍອັດຕາດອກເບ້ຍນະໂຍບາຍຂອງເຟດ ໃນປັດຈຸບັນ ຢູ່ລະຫວ່າງ 2,25% ເຖິງ 2,5% ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ແກ່ປະທານາທິບດີໂດນັລ ທຣໍາ ຈົນເກີດການຕອບໂຕ້ກັນຫຼາຍຄັ້ງກັບ ທ່ານເຈໂຣມ ພາວເວລ ປະທານເຟດ.

ຂະນະດຽວກັນ ລາຍງານຂອງທະນາຄານກາງອິນໂດເນເຊຍ ເປີດເຜີຍການເຕີບໂຕຂອງຜະລິດພັນມວນລວມໃນປະເທດ (GDP) ໃນໄຕມາດທໍາອິດຂອງປີນີ້ ເມື່ອທຽບກັບໄລຍະເວລາດຽວກັນຂອງປີ ຜ່ານມາ ວ່າ ເພິ່ມຂຶ້ນ 5,07% ເປັນຜົນມາຈາກລາຄາສິນຄ້າອຸປະໂພກບໍລິໂພກທີ່ສໍາຄັນຖືກລົງ ລວມເຖິງປາມນ້ໍາມັນ ແລະ ຖ່ານຫີນ ຕະຫຼອດຈົນສະຖານະການເສິກການຄ້າ ລະຫວ່າງ ອາເມຣິກາ ກັບຈີນ ທີ່ຍັງຍາກຕໍ່ການປະເມີນແນວໂນ້ມ. ຢ່າງໃດກໍ່ຕາມລັດຖະບານຈາກາຕ້າ ຫວັງວ່າການປັບຫຼຸດອັດຕາດອກເບ້ຍໃນຄັ້ງນີ້ ຈະເປັນການກະຕຸ້ນເສດຖະກິດ ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ໄດ້ແດ່.