ເສດຖະກິດຈີນ ໄຕມາດ 2 ໃນປີນີ້ ເຕີບໂຕຕ່ໍາສຸດ ໃນຮອບ 27 ປີ

79

ລັດຖະບານຈີນເຜີຍອັດຕາການຂະຫຍາຍຕົວທາງເສດຖະກິດຂອງປະເທດໃນໄຕມາດ ທີ 2 ຂອງປີນີ້ ເຕີບໂຕພຽງ 6,2% ຕໍ່າທີ່ສຸດ ນັບຕັ້ງແຕ່ປີ 1992.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນຈັນ ທີ 15 ກໍລະກົດ ວ່າ ສໍານັກງານສະຖິຕິແຫ່ງຊາດຂອງຈີນ ລາຍງານທາງເສດຖະກິດຂອງປະເທດປະຈໍາໄຕມາດ ທີ 2 ຂອງປີນີ້ ວ່າ ຂະຫຍາຍຕົວ 6,2% ຕໍ່າທີ່ສຸດ ນັບຕັ້ງແຕ່ເດືອນມີນາ 1992 ແລະ ຫຼຸດລົງຈາກໄຕມາດທໍາອິດ ເຊິ່ງມີອັດຕາການເຕີບໂຕ 6,4% ແຕ່ລັດຖະບານປັກກິ່ງ ເຫັນວ່າ ຍັງຢູ່ໃນກອບເປົ້າໝາຍທີ່ກໍາໜົດໄວ້ຄື ລະຫວ່າງ 6,0% ເຖິງ 6,5% ຕະຫຼອດປີນີ້. ຂະນະທີ່ ອັດຕາການຂະຫຍາຍຕົວຂອງເສດຖະກິດໃນໄລຍະເຄິ່ງປີທໍາອິດ 6,3% ທຽບກັບຕະຫຼອດປີຜ່ານມາ ເຊິ່ງຂະຫຍາຍຕົວ 6,6%.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ຢ່າງໃດກໍ່ຕາມ ທ່ານເໝົາ ຊັງຫຍົງ ໂຄສົກຂອງສໍານັກງານສະຖິຕິແຫ່ງຊາດ ກ່າວວ່າ ເງື່ອນໄຂທາງເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ຍັງຜະເຊີນກັບແຮງກົດດັນຢ່າງໜັກ ເນື່ອງຈາກປັດໃຈທາງເສດຖະກິດຈາກພາຍນອກຄືຜົນລັບສໍາຄັນທີ່ເພິ່ມຄວາມໄຮ້ສະຖຽນລະພາບ ແລະ ຄວາມບໍ່ແນ່ນອນໃຫ້ກັບເສດຖະກິດຂອງຈີນ ເຊິ່ງອາດຈະເປັນການກ່າວໂດຍອ້ອມເຖິງສະຖານະການຂອງຄວາມຂັດແຍ່ງທາງການຄ້າ ລະຫວ່າງ ສະຫະລັດ ກັບ ຈີນ ທີ່ຍັງຫ່າງໄກຈາກ “ການຜ່ອນຜັນ” ເຖິງວ່າທັງສອງປະເທດຕົກລົງ “ສະຫງົບເສິກຄາມ” ຮອບສອງ ເມື່ອທາຍເດືອນມິຖຸນາ ຜ່ານມາກໍ່ຕາມ.