ທຫລ ຍົກລະດັບມາດຕະຖານສາກົນດ້ານການລາຍງານການເງິນ

94

ກົມບັນຊີ ແລະ ການເງິນ ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ຮ່ວມກັບ ບໍລິສັດ ເອິນແອນຢັງ ລາວ ຈຳກັດ ໄດ້ສໍາເລັດການສຳມະນາ ພາຍໃຕ້ຫົວຂໍ້ “ ມາດຕະຖານສາກົນດ້ານການລາຍງານການເງິນ ( IFRS ) ແລະ ບົດແນະນໍາການບັນທຶກບັນຊີ ” ໃນວັນທີ 10 ກໍລະກົດ 2019 ເຊິ່ງໄດ້ດໍາເນີນມາເປັນເວລາ 2 ວັນ ທີ່ສະຖາບັນການທະນາຄານ ນະຄອນຫຼວງວຽງຈັນ ໂດຍມີວິທະຍາກອນທີ່ມີຄວາມຊ່ຽວຊານຈາກບໍລິສັດ ເອິນແອນຢັງ ລາວ ຈຳກັດ ຮ່ວມກັບວິທະຍາກອນຈາກກົມບັນຊີ ແລະ ການເງິນ ທຫລ ແລະ ມີບັນດາສຳມະນາກອນທີ່ມາຈາກບັນດາກົມ/ທຽບເທົ່າກົມພາຍໃນ ທຫລ ແລະ ທະນາຄານທຸລະກິດຕ່າງໆເຂົ້າຮ່ວມ.

ການສໍາມະນາຄັ້ງນີ້ ເປັນການຮ່ວມມືລະຫວ່າງກົມບັນຊີ ແລະ ການເງິນ ທຫລ ກັບ ບໍລິສັດ ເອິນແອນຢັງ ລາວ ຈຳກັດ ໂດຍໄດ້ມີການນໍາສະເໜີ ແລະ ລົງເລິກມາດຕະຖານສາກົນດ້ານການລາຍງານການເງິນ IFRS 9: ເຄື່ອງມືທາງການເງິນ, IFRS 16: ສັນຍາເຊົ່າ, IAS 12: ອາກອນລາຍໄດ້ ແລະ ເຜີຍແຜ່ບົດແນະນໍາການຈັດຕັ້ງປະຕິບັດວຽກງານບັນຊີຈໍານວນໜຶ່ງ. IFRS 9 ແມ່ນມາດຕະຖານສາກົນດ້ານການລາຍງານການເງິນ ສະບັບໃໝ່ ທີ່ໄດ້ປະກາດໃຊ້ໃນວັນທີ 1 ມັງກອນ 2018 ໂດຍລວມແລ້ວມາດຕະຖານນີ້ຍັງມີຫຼາຍປະເທດທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງເຕັມສ່ວນ ເພາະເປັນມາດຕະຖານທີ່ມີຄວາມສັບຊ້ອນ ແລະ ຫຍຸ້ງຍາກຫຼາຍພໍສົມຄວນ ໂດຍສະເພາະແມ່ນໂມດູນການຄິດໄລ່ຕ່າງໆ, ສ່ວນຢູ່ ສປປ ລາວ ກໍຢູ່ໃນໄລຍະກະກຽມຄວາມພ້ອມ ເພື່ອຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ ໂດຍເຫັນວ່າ IFRS9 ເປັນສິ່ງທ້າທາຍທີ່ສຸດຕໍ່ຂະແໜງການເງິນ – ການທະນາຄານ ເຊິ່ງຂະແໜງດັ່ງກ່າວພວມມີບົດບາດສໍາຄັນໃນການເຊື່ອມໂຍງເສດຖະກິດຂອງພາກພື້ນ ແລະ ສາກົນ ເພື່ອຮັບປະກັນເຮັດໃຫ້ເອກະສານລາຍງານການເງິນມີຄວາມໜ້າເຊື່ອຖື ແລະ ຄວາມສາມາດປຽບທຽບກັນໄດ້ຂອງຂໍ້ມູນທາງດ້ານເສດຖະກິດ – ການເງິນ.

ປັດຈຸບັນ, ວຽກງານບັນຊີ ແລະ ການເງິນ ຖືເປັນວຽກງານທີ່ມີບົດບາດສໍາຄັນໃນການດໍາເນີນເຄື່ອນໄຫວທຸລະກິດ ແລະ ເປັນຂໍ້ມູນສໍາຄັນໃຫ້ແກ່ຜູ້ນໍາໃຊ້ຂໍ້ມູນທາງການເງິນ ເພື່ອຮັບປະກັນເຮັດໃຫ້ວຽກງານບັນຊີມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການ ໂດຍສະເພາະການຈັດຕັ້ງປະຕິບັດຕາມມາດຕະຖານສາກົນດ້ານການລາຍງານການເງິນ ( IFRS ). ສະນັ້ນ, ກົມບັນຊີ ແລະ ການເງິນ ທຫລ ຈຶ່ງໄດ້ກະກຽມຄວາມພ້ອມໃຫ້ແກ່ບັນດາທະນາຄານທຸລະກິດໃນການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ ເຊິ່ງໃນໄລຍະຜ່ານມາໄດ້ຈັດສໍາມະນາທັງພາຍໃນ ແລະ ຕ່າງປະເທດຈໍານວນຫຼາຍຄັ້ງ ເພື່ອສ້າງຄວາມເຂົ້າໃຈ ແລະ ຍົກສູງ ຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານ ໂດຍສະເພາະພະນັກງານບັນຊີ ແລະ ການເງິນຢູ່ໃນຂົງເຂດທະນາຄານ.

[ ຂ່າວ: ຣັດສະໝີ ດວງສັດຈະ ]

( ພາບ: ສົມພິດ ທໍາມະວົງ )