ລັດ ກຽມສ້າງນິຕິກຳ ຄຸ້ມຄອງເຕັກໂນໂລຊີຂໍ້ມູນຂ່າວສານທີ່ເປັນຊ່ອງວ່າງ

36

ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການ ເຄື່ອນໄຫວປະຈຳ 6 ເດືອນຕົ້ນປີ 2019 ຂຶ້ນໃນວັນທີ 9 ກໍລະກົດ ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄຄອຊ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທີ່ປະຊຸມມີທິດຊີ້ນໍາຂະແໜງການກ່ຽວຂ້ອງສ້າງ ແລະ ນໍາໃຊ້ບັນດານິຕິກຳທີ່ກ່ຽວຂ້ອງເພື່ອໃຊ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວບຄຸມ ແລະ ຈຳກັດການນຳໃຊ້ສື່ສັງຄົມອອນລາຍໄປໃນທາງທີ່ຜິດ.

 

 

ໃນທີ່ປະຊຸມໄດ້ຮັບຟັງບົດສະຫຼຸບໃນໄລຍະ 6 ເດືອນທີ່ຜ່ານມາ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໃຫ້ຮູ້ວ່າຊ່ວງໄວລາ 6 ເດືອນນີ້ເປັນໄລຍະທີ່ມີຫຼາຍເຫດການເກີດຂຶ້ນ ແລະ ພົ້ນເດັ່ນທີ່ສຸດກໍແມ່ນຫາງສຽງສັງຄົມທີ່ຖືກເຜີຍແຜ່ທາງອິນເຕີເນັດທີ່ໄດ້ເຮັດໃຫ້ເຫັນເຖິງຄວາມສຳຄັນໃນການຄຸ້ມຄອງອິນເຕີເນັດ, ເວົ້າສະເພາະກໍ່ແມ່ນສື່ສັງຄົມອອນລາຍ, ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດໄດ້ຊີ້ນໍາຂະແໜງການກ່ຽວຂ້ອງເອົາໃຈໃສ່ແກ້ໄຂບັນຫາດ້ວຍຮູບການຕ່າງໆຢ່າງມີປະສິດທິພາບ, ເປັນຕົ້ນແມ່ນການສ້າງ ແລະ ນໍາໃຊ້ບັນດານິຕິກຳທີ່ກ່ຽວຂ້ອງກັບການຄຸ້ມຄອງອິນເຕີເນັດໂດຍສະເພາະ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງຄອມພິວເຕີ ແລະ ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດທີ່ຖືວ່າເປັນປາຍແຫຼມຄົມ ແລະ ຖືກນຳໃຊ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວບຄຸມ ແລະ ຈຳກັດການນຳໃຊ້ສື່ສັງຄົມອອນລາຍໄປໃນທາງທີ່ຜິດ.

 

ເປັນພຽງພາບປະກອບຂ່າວ

 

ໃນການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າວຽກງານບໍລິຫານລັດ ປັດຈຸບັນບາງຂະແໜງການ ກໍໄດ້ນໍາໃຊ້ຊ່ອງທາງອອນລາຍເພື່ອເຮັດໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າເພື່ອກ້າວໄປສູ່ການສ້າງລັດຖະບານເອເລັກໂຕຣນິກໃນອະນາຄົດເປັນຕົ້ນກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ເປັນຫຼັກໃນການສະໜອງລະບົບອີເມວ, ລະບົບກອງປະຊຸມທາງໄກ ແລະ ລະບົບເອກະສານເອເລັກໂຕຣນິກໃຫ້ບັນດາກະຊວງຕ່າງໆພ້ອມນັ້ນໃນວຽກງານຈັດເກັບລາຍຮັບຂອງຂະແໜງ ການເງິນ, ການທະນາຄານກໍມີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອເຮັດໃຫ້ການເກັບລາຍຮັບມີຄວາມໂປ່ງໃສ, ມີຄວາມສະດວກວ່ອງໄວ ແລະ ເກັບລາຍຮັບໄດ້ຫຼາຍຂຶ້ນ.

ເປັນພຽງພາບປະກອບຂ່າວ

 

ສະນັ້ນ ເພື່ອສືບຕໍ່ເສີມຂະຫຍາຍນະໂຍບາຍໃນການນຳໃຊ້ຂໍ້ມູນຂ່າວສານທາງອອນລາຍຢ່າງມີປະສິດທິຜົນ ທັງຄຸ້ມຄອງຂໍ້ມູນທີ່ບໍ່ປະໂຫຍດຕໍ່ສັງຄົມບ້ານເມືອງ ໃນຕໍ່ໜ້າຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດຈະສືບຕໍ່ສ້າງນິຕິກຳ, ດຳລັດລຸ່ມກົດໝາຍກ່ຽວກັບວຽກງານຄຸ້ມຄອງເຕັກໂນໂລຊີຂໍ້ມູນຂ່າວສານທີ່ຍັງເປັນຊ່ອງວ່າງ ໂດຍສະເພາະນິຕິກຳຄຸ້ມຄອງ, ການຄ້າອອນລາຍ, ສື່ສັງຄົມອອນລາຍເພື່ອໃຫ້ກວມເອົາຊ່ອງທາງ, ວິທີການໃໝ່ທີ່ເກີດຂຶ້ນ ແລະ ຖືກນໍາໃຊ້ຫຼາຍໃນສັງຄົມເປັນແຕ່ລະໄລຍະ, ສືບຕໍ່ຊຸກຍູ້ສົ່ງເສີມ ວຽກງານສ້າງຈິດສຳນຶກ, ການເຜີຍແຜ່ຕອບຕ້ານ, ກວດກາຕິດຕາມຫາງສຽງສັງຄົມຜ່ານສື່ຕ່າງໆ, ສືບຕໍ່ເຄື່ອນໄຫວຖອດຖອນບົດຮຽນ ແລະ ກໍ່ສ້າງບຸກຄະລາກອນໃຫ້ມີຄວາມສາມາດສູງຂຶ້ນໃນວຽກງານຄຸ້ມຄອງອິນເຕີເນັດ, ສືບຕໍ່ຊຸກຍູ້ໃຫ້ວຽກງານເຕັກນິກທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຜົນສຳເລັດ ແລະ ປະກົດຜົນເປັນຈິງ.

 

ເປັນພຽງພາບປະກອບຂ່າວ