ຄ່າກະແສໄຟຟ້າ

66

ຄ່າກະແສໄຟຟ້າ

 

ເປັນເລື່ອງໂສເລ້ກັນໜາຫູຕາມສະພາກາເຟ ຫຼື ວ່າຕະຫຼາດຮ້ານຄ້າທົ່ວໄປ ເລື່ອງຄ່າກະແສໄຟຟ້າທີ່ແພງຂຶ້ນຫຼາຍເທົ່າ ໂດຍສະເພາະຜູ້ກິນເງິນເດືອນລັດບໍລິຫານກະທົບຫຼາຍທີ່ສຸດວ່າຊັ້ນ!.

 

 

ເພື່ອນຜູ້ອ່ານຂາປະຈຳ ຄໍລຳສ່ອງແສງມາວ່າຄັນເດືອນໃດຮ້ອນແຮງໃຊ້ແອເຢັນຫຼາຍແດ່ກໍເພີ່ມຂຶ້ນໜ້າຕົກໃຈ ເຊັ່ນວ່າເດືອນ 5/2019 ຈ່າຍ 90.000 ກີບ ເດືອນ 6/2019 ຈ່າຍເກືອບ 4 ແສນກີບ ອັນນີ້ແມ່ນຢູ່ນະຄອນຫຼວງວຽງຈັນ.

ຫາກເປັນຜູ້ສັງເກດໃບບິນຄ່າກະແສໄຟຟ້າຈະເຫັນວ່າເພິ່ນແຈ້ງຕົວເລກໃຫ້ເຫັນລະອຽດ – ຈະແຈ້ງທີ່ສຸດວ່າເຮົາໃຊ້ທໍ່ໃດ… ລາຄາທໍ່ໃດ? ແລ້ວລວມທັງໝົດເປັນຈຳນວນເງິນທໍ່ໃດ? ເວົ້າງ່າຍໆກໍແມ່ນໃຊ້ຫຼາຍກໍຈ່າຍຫຼາຍ.

ເວົ້າເລື່ອງລາຄາໄຟຟ້ານີ້ພວກເຮົາກໍໄດ້ຍິນຂ່າວດີຈາກລັດຖະບານ ວ່າ: ອາດມີການນຳໃຊ້ລາຄາດຽວຄື 700 ກີບຕໍ່ກິໂລວັດໂມງ ສຳລັບປະເພດທີ່ຢູ່ອາໄສ ພ້ອມຈະຫຼຸດລາຄາເຖິງ 50% ສຳລັບຜູ້ມີລາຍຮັບຕໍ່າ.

ໃນປັດຈຸບັນ ການຊົມໃຊ້ໄຟຟ້າປະເພດທີ່ຢູ່ອາໄສມີ 6 ຂັ້ນ ທີ່ມີລາຄາແຕກຕ່າງກັນຈາກລາຄາຕໍ່າສຸດ 348 ກີບ – 999 ກີບຕໍ່ໜຶ່ງກິໂລໂວນ.

 

 

ໃນຖານະທີ່ເປັນປະເທດຜະລິດກະແສໄຟຟ້າຫຼາຍຈົນຂາຍອອກຕ່າງປະເທດ, ລາຄາຊົມໃຊ້ພາຍໃນກໍຄວນໄດ້ເກື້ອກູນ ໂດຍສະເພາະຜູ້ຊົມໃຊ້ທຳມະດາບໍ່ໄດ້ເຮັດການຜະລິດ, ພະນັກງານລັດບໍລິຫານ ໂດຍຢ່າງໜ້ອຍລາຄາຕໍ່າສຸດກໍຄວນຢູ່ໃນລະດັບ 0 – 150 ກິໂລວັດ, ສ່ວນຂັ້ນຕອນນັ້ນຄວນຫຼຸດຈາກ 6 ລົງ 3 ຂັ້ນຕອນພໍແລ້ວ ນັ້ນແມ່ນຄຳສ່ອງແສງຈາກເພື່ອນຜູ້ອ່ານນໍ?.

 

 

ໜ້າເຫັນໃຈເພາະວ່າໄຟຟ້າລາວເຮົານີ້ມີໜີ້ສິນຄຸມເຄືອມາຫຼາຍປີແລ້ວ, ການຈັດຕັ້ງກ່ຽວຂ້ອງເພິ່ນກໍພະຍາຍາມແກ້ໄຂມາຫຼາຍປີ ອັນນີ້ສັງຄົມກໍເຫັນໃຈ ແຕ່ສັງຄົມຕັ້ງບັນຫາແມ່ນການໃຊ້ຈ່າຍບໍລິຫານຂອງຂະແໜງໄຟຟ້າມີບາງອັນຢາກສູງຖ້າທຽບໃສ່ຂະແໜງລັດບໍລິຫານ ໂດຍສະເພາະພວກເຮັດວຽກໃນຂົງເຂດວັດທະນະທຳ – ສັງຄົມບໍ່ວ່າເງິນເດືອນ, ເງິນນະໂຍບາຍ, ພາຫະນະການເດີນທາງ, ສະຫວັດດີການຕ່າງໆ ແມ່ນຢູ່ວ່າວຽກບໍ່ຄືກັນ ແຕ່ຢູ່ພາຍໃຕ້ການຄຸ້ມຄອງອັນດຽວກັນກໍຄວນໄດ້ເບິ່ງຄືນວ່າສໍ່າໃດຈຶ່ງເໝາະສົມນໍ?.

 

 

ເຖົ້າແກ່ບູຮານເຄີຍກ່າວໄວ້ວ່າ: ຕົກນໍ້າຫົວພຽງກັນຕາຍໝົດ ຕ້ອງມີຜູ້ໂປໂລຂຶ້ນແກ່ດຶງກັນເຂົ້າຕາຝັ່ງຈຶ່ງລອດ… ການບໍລິຫານກໍເຊັ່ນກັນບໍ່ແມ່ນໃຜກໍຈະມີລາຍຮັບທໍ່ກັນໝົດ ມີຫຼຸດ ມີລື່ນກັນ ແຕ່ຢ່າໃຫ້ມັນຫຼຸດໂຕນກັນຫຼາຍໂພດ ໄລຍະຫ່າງໃຫ້ພໍດີງາມກໍຮັບເອົາໄດ້.

 

ຂໍສະເໜີເປັນການແລກປ່ຽນ.

[ ທິດດີ ]