ພະນັກງານກະຊວງ ອຄ ຮຽນຮູ້ການສະກັດກັ້ນ ແລະ ຕ້ານອັກຄີໄພ

165

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຈັດກອງປະຊຸມຝຶກອົບຮົມກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ແກ່ພະນັກງານພາຍໃນກະຊວງ ໃຫ້ເຂົ້າໃຈຄວາມຮູ້ພື້ນຖານທີ່ຈໍາເປັນເພື່ອສາມາດປ້ອງກັນການເກີດອັກຄີໄພ ແລະ ສາມາດແກ້ໄຂສະຖານະການສຸກເສີນເບື້ອງຕົ້ນໄດ້ເມື່ອເກີດເຫດ.

ຊຸດອົບຮົມດັ່ງກ່າວຈັດຂຶ້ນໃນວັນທີ 4 ກໍລະກົດ 2019 ທີ່ກະຊວງ ອຄ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອນ ຮອງຫົວໜ້າຫ້ອງການກະຊວງ ອຄ, ທ່ານ ພັນໂທ ບໍລິວົງ ວົງຫຼວງລາດ ຮອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເຊິ່ງມີສໍາມະນາກອນຕາງໜ້າຈາກບັນດາກົມ, ສະຖາບັນເສດຖະກິດອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ 40 ທ່ານ.

ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ກ່າວວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ກໍເພື່ອໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຮູ້ໄດ້ ແລະ ເຂົ້າໃຈແຈ້ງກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ເຫັນໄດ້ຜົນຮ້າຍ ແລະ ອັນຕະລາຍທີ່ເກີດຂຶ້ນຈາກອັກຄີໄພ, ເຂົ້າໃຈຄວາມຮູ້ພື້ນຖານທີ່ຈໍາເປັນເພື່ອສາມາດປ້ອງກັນການເກີດອັກຄີໄພ ແລະ ສາມາດແກ້ໄຂສະຖານະການສຸກເສີນໄດ້ເມື່ອເກີດມີອັກຄີໄພ.

ທ່ານ ພັນໂທ ບໍລິວົງ ວົງຫຼວງລາດ ກ່າວວ່າ: ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃນລາວເຮົາຍັງຢູ່ໃນໄລຍະເລີ່ມຕົ້ນ, ການຈັດຕັ້ງຍັງບໍ່ທັນແໜ້ນໜາ, ການເຄື່ອນໄຫວວຽກງານຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ການຜັນຂະຫຍາຍ ແລະ ການເຜີຍແຜ່ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພຍັງບໍ່ທັນກວ້າງຂວາງ – ເລິກເຊິ່ງ, ລະດັບຄວາມຮັບຮູ້ຂອງປະຊາຊົນຕໍ່ວຽກງານນີ້ຍັງຈໍາກັດ. ດັ່ງນັ້ນ, ຈຶ່ງຈໍາເປັນຕ້ອງມີການຝຶກອົບຮົມໃນຫົວຂໍ້ “ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ”.

ຊຸດອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການອະທິບາຍລະອຽດ ກ່ຽວກັບທິດສະດີຄວາມຮູ້ພື້ນຖານຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ພ້ອມດຽວກັນນັ້ນ, ກໍໄດ້ທົດລອງຕົວຈິງລະບົບເຕືອນໄພຂອງກະຊວງ ອຄ ແລະ ສາທິດວິທີມອດໄຟໄໝ້ນໍ້າມັນ, ອາຍແກ໊ສ ແລະ ການໜີໄຟ ( ລະບົບເຕືອນໄຟລາມ ) ເຊິ່ງເຫັນໄດ້ວ່າຜູ້ເຂົ້າຮ່ວມມີຄວາມສົນໃຈຕໍ່ກັບສິ່ງທີ່ໄດ້ຮຽນຮູ້ ໂດຍມີການຕັ້ງຄຳຖາມ, ແລກປ່ຽນຄໍາຄິດເຫັນນໍາວິທະຍາກອນຫຼາຍບັນຫາ.

( ຂ່າວ: ເອຢິບ, ຮູບ: ວິລະສັກ )