ຂົວຂ້າມນໍ້າຮຸ່ງບ້ານທ່ານາ ແລະ ບ້ານນາຕໍນ້ອຍ ເມືອງໄຊຍະບູລີ ຈະສຳເລັດໃນປີ 2020

64

ຂົວຂ້າມນໍ້າຮຸ່ງເມືອງໄຊຍະບູລີສອງຈຸດຄື: ຈຸດບ້ານທ່ານາ-ບ້ານນາຍາວ ແລະ ບ້ານນາຕໍນ້ອຍ-ບ້ານນາຕໍໃຫຍ່ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນ ທັນວາ ປີ 2018 ມາຮອດປະຈຸບັນມີຄວາມຄືບໜ້າສຳເລັດແລ້ວເກືອບ 30% ແລະ ຄາດໝາຍວ່າທ້າຍປີ 2020 ແມ່ນຈະໄດ້ເປີດນຳໃຊ້ຢ່າງເປັນທາງການ, ທ່ານ ສົມບູນ ບຸນຈະເລີນ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍນ້ອຍ ໄດ້ເປີດເຜີຍຕໍ່ທີມຂ່າວແຂວງໄຊຍະບູລີ ໃນຕົ້ນເດືອນ ມິຖຸນາ ນີ້ວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງເມືອງໄຊຍະບູລີຈຸດບ້ານທ່ານາຫາບ້ານນາຍາວ ແລະ ບ້ານນາຕໍນ້ອຍຫາບ້ານນາຕໍໃຫຍ່ ແມ່ນໂຄງການບຸລິມະສິດໃນແຜນພັດທະນາຂະຫຍາຍຜັງເມືອງອອກໄປທາງທິດຕາເວັນອອກຂອງແຂວງໄຊຍະບູລີ ເພື່ອສາມາດເຮັດໃຫ້ການໄປມາຫາສູ່ ແລກປ່ຽນຄ້າຂາຍ ນັບທັງການໄປມາ ຂອງລູກຫຼານນ້ອງນັກຮຽນມີຄວາມວ່ອງໄວ ແລະ ປອດໄພດີ.

ໂຄງການກໍ່ສ້າງຂົວນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍນ້ອຍ ເປັນຂົວປະສົມເຫຼັກ ແລະ ຄອນກຣີດ ພາກສ່ວນລຸ່ມເປັນເສົາຄອນກຣີດເສີມເຫຼັກ ພາກສ່ວນເທິງເປັນຂາງເຫຼັກ ແລະ ຍຶດດ້ວຍຄອນກຣີດ ສ່ວນໜ້າຂົວປູຢາງ 2 ຊັ້ນ ລວມລວງກ້ວາງຂອງຂົວກ້ວາງ 10,5 ແມັດ, ມີ 2 ຊ່ອງຈໍລະຈອນກ້ວາງ ຊ່ອງລະ 3,75 ແມັດ, ມີທາງຄົນຍ່າງສອງເບື້ອງ ເບື້ອງລະ 1,5 ແມັດ, ລວງຍາວຂອງຂົວແຕ່ລະແຫ່ງ 103,4 ແມັດ ປະກອບມີ 3 ຊ່ວງ 2 ເສົາກາງນໍ້າ ແລະ 2 ເສົາຂອກ, ຂົວແຫ່ງນິີ້ສາມາດຮັບນໍ້າໜັກໄດ້ 50 ໂຕນ.

ເຈົ້າຂອງໂຄງການແມ່ນກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກໂຍທາແຂວງເປັນວິສະວະກອນປະຈຳສະ ໜາມ ບໍລິສັດຮັບເໝົາຫຼັກແມ່ນ mce ຈາກປະເທດ ໂອຕິດ ບໍລິສັດຮັບເໝົາຊ່ວງຕໍ່ ແມ່ນລັດວິສາຫະກິດກໍ່ສ້າງຄົມມະນາຄົມ ( secc ), ມູນຄ່າການກໍ່ສ້າງຂົວທັງສອງແຫ່ງທັງໝົດ 6.100.000 ເອີໂຣ. ໂດຍແມ່ນທຶນລັດຖະບານ ສປປ ລາວ ກູ້ຢຶມບໍ່ມີດອກເບ້ຍຈາກລັດຖະບານໂອຕິດ ຜ່ານທະນາຄານຢູ່ ເນເຄຼຍດິດ ຂອງໂອຕິດ ສັງລວມແລ້ວຂົວຂ້າມນໍ້າຮຸ່ງທັງສອງຈຸດ ແມ່ນມີຂະໜາດເທົ່າກັນ ໃຊ້ທຶນແຫຼ່ງດຽວກັນ ແລະຈະໃຫ້ສຳເລັດນຳໃຊ້ເປັນທາງການໃນວັນດຽວກັນ.


ຂ່າວ ບຸນທີ