ຄິດເປັນຊີວິດປ່ຽນ, ສຸຂະພາບຈິດດີ ໃຫ້ປະຕິບັດຕາມ 5 ປັດຊະຍາຊີວິດນີ້

252

ຄົນໆໜຶ່ງນັ້ນ ລ້ວນໄດ້ຜ່ານຊ່ວງເວລາທີ່ແຕກຕ່າງກັນໃນຊີວິດ ບໍ່ວ່າຈະ ສຸກ ທຸກ ເຈັບໄຂ້ໄດ້ປ່ວຍ ມີທັງໂຊກດີ ໂຊກຮ້າຍ ເຫດການອື່ນໆ ມີຊ່ວງເວລາທີ່ຕ້ອງທໍ້ແທ້, ຜິດຫວັງ ເສຍໃຈ ບວກກັບຜູ້ຄົນອ້ອມຂ້າງ ທີ່ມີທັງດີ ແລະ ບໍ່ດີໃຫ້ປະປົນກັນ ສາລະພັດຄໍາວິຈານຕຳໜິທີ່ໄດ້ຍິນ ເມື່ອເຮົາຕ້ອງຕົກໃນສະຖານະການແບບນັ້ນ ແນ່ນອນເຈັບສະໝອງ, ການໃຊ້ຊີວິດໃນແຕ່ລະມື້ອາດບໍ່ມີຄວາມສຸກ ແຕ່ເຊື່ອບໍ່ພຽງເຮົາລອງປ່ຽນຄວາມຄິດ ປ່ຽນການໃຊ້ຊີວິດ ເຮົາຈະສາມາດຜ່ານມັນໄປໄດ້ ແລະຢູ່ໄດ້ຢ່າງມີຄວາມສຸກ ຜູ້ໃດຢາກເຮັດປະຕິບັດຕາມຫຼັກປັັດຊະຍາຊີວິດຕໍ່ໄປນີ້:

1 ໃຫ້ຄິດວ່າ ມີພຽງເຮົາເທົ່ານັ້ນທີ່ລິຄິດຊີວິດເຮົາ: ການທີ່ເຮົາມີໂອກາດເກີດມາແລ້ວ ມີຮ່າງກາຍເປັນຂອງເຮົາ, ຈິດວິນຍານກໍເປັນຂອງເຮົາ ເຮົາເທົ່ານັ້ນທີ່ມີສິດໃຊ້ຮ່າງກາຍ ສະໝອງ ແລະ ຄວາມຄິດຈັດການກັບບັນຫາທີ່ຕ້ອງພົບພໍ້ໃນແຕ່ລະມື້, ຫາກມັນບໍ່ກ່ຽວກັບເຮົາກໍຢ່າເອົາຕົວເຂົ້າໄປຫຍຸ້ງ ແຕ່ຖ້າແມ່ນບັນຫາຂອງເຮົາໃຫ້ຄິດວ່າ ມັນເປັນພຽງບົດພິສູດຄວາມເຂັ້ມແຂງ ເປັນພຽງສິ່ງທ້າທາຍທີ່ເຮົາຕ້ອງຂ້າມຜ່ານ ແລະ ຈົ່ງມີຄວາມສຸກກັບການແກ້ໄຂບັນຫາຕ່າງໆທີ່ເຂົ້າມາ ເພາະບໍ່ມີໃຜທີ່ຈະມີຊີວິດທີ່ດີ ແລະ ສະບາຍຢຸູ່ຕະຫຼອດ ແລ້ວເຮົາກໍຈະຜ່ານມັນໄປໄດ້ທຸກເທື່ອ ແລະ ເຂັ້ມແຂງໄດ້ດ້ວຍຕົວຂອງເຮົາເອງ.

2 ໃຫ້ເຂົ້າໃຈວ່າຊີວິດຕ້ອງມີການປ່ຽນແປງຕະຫຼອດ: ໂລກເຮົາກໍມີການປ່ຽນແປງຢູ່ຕະຫຼອດເຊັ່ນກັນ ຢ່າຄິດວ່າການປ່ຽນແປງ ຫຼື ປ່ຽນໄປເປັນສິ່ງບໍ່ດີ ບາງຄັ້ງເຮົາຄິດວ່າຄວາມຮູ້ຄວາມສາມາດເຮົາຫຼາຍແລ້ວ ພຽງພໍແລ້ວ ແຕ່ຄວາມຈິງເຮົາຍັງຕ້ອງຫາສິ່ງໃໝ່ມາເພີ່ມເຕີມ ຫຼື ສ້າງຄວາມຮູ້ໃໝ່ໆຢູ່ສະເໝີ ແລະ ຕ້ອງຍອມຮັບການປ່ຽນແປງຂອງຍຸກປະຈຸບັນພ້ອມ.

3 ບໍ່ມີໃຜເປັນຫ່ວງເຮົາທໍ່ຕົວເຮົາ: ຕົວເຮົາເອງນິລະທີ່ເປັນທີ່ເພິ່ງຂອງຕົນ ໃນຍຸກປັດຈຸບັນເປັນຍຸກຂອງຄົນເກັ່ງ ຄົນມີຄວາມສາມາດ ເຮົາຕ້ອງຮູ້ຫາເງິນ ຫາຄວາມຮູ້ ສ້າງຄວາມໝັ້ນຄົງໃຫ້ຕົວເອງ ບໍ່ວ່າຈະເປັນຜູ້ຍິງ ຫຼື ຜູ້ຊາຍກໍຕາມ.

4 ຢຸດປຽບທຽບຕົນເອງກັບຜູ້ອື່ນ: ຍຸກນີ້ເປັນຍຸກແຫ່ງໂລກອອນລາຍ ບາງຄົນກະຂີ້ໂມ້, ຂີ້ອວດ ສ້າງພາບໃຫ້ໂຕເອງດູດີກັນທັງນັ້ນ ບາງເລື່ອງອາດແມ່ນຄວາມຈິງ ແຕ່ບາງເລື່ອງທີ່ເຮົາຮູ້ເຮົາເຫັນອາດບໍ່ແມ່ນຄວາມຈິງ ເພາະສະນັ້ນເຮົາຢ່າໄປນໍາກະແສ ຫຼື ປຽບທຽບຊີວິດເຮົາກັບບຸກຄົນອື່ນໆ ເພາະຄົນເຮົາມີທັງຂໍ້ດີ ແລະ ຂໍ້ບໍ່ດີ ປະປົນກັນຢູ່ແລ້ວ ບາງຢາງເຮົາອາດບໍ່ມີຄືເຂົາ ແລະ ບາງຢ່າງເຂົາອາດບໍ່ມີຄືເຮົາແບບນີ້.

5 ຢ່າຄິດວ່າຈະມີໃຜຟັງຄໍາແນະນໍາຂອງເຮົາ: ຄົນສ່ວນຫຼາຍມັກລະບາຍ ແຕ່ບໍ່ມັກຮັບຟັງຄໍາທີ່ເຮົາແນະນໍາດອກ ເມື່ອໃດທີ່ເຂົາມີບັນຫາເຂົາພຽງຫາໃຜຈັກຄົນທີ່ຟັງເຂົາເທົ່ານັ້ນ ບໍ່ໄດ້ຢາກຂໍຄໍາເຫັນ ຫຼື ຄໍາແນະນໍາໃດໆ ເພາະເຂົາເອງອາດມີວິທີແກ້ບັນຫານັ້ນແລ້ວ.

ນີ້ຄືປັດຊະຍາ 5 ຂໍ້ໃນການໃຊ້ຊີວິດໃຫ້ງ່າຍຂຶ້ນ ທ່ານຜູ້ອ່ານລອງໄປຄິດທົບທວນເບິ່ງ ແລ້ວລອງປະຕິບັດຕາມ ແລ້ວທ່ານຈະເຂົ້າໃຈໂລກຂອງຄວາມຈິງ ແລະ ຢູ່ໃນໂລກແຫ່ງຄວາມຈິງນີ້ໄດຢ່າງມີຄວາມສຸກ.