ບໍ່ມີເງິນ” ຕະຫຼອດໆຖ້າໃຜເປັນລອງປ່ຽນພຶດຕິກໍາການໃຊ້ຈ່າຍຕາມນີ້ເບິ່ງ

133

ຫຼາຍໆຄົນຄົງເຄີຍເປັນ ແລະ ເປັນຢູ່ ເຮັດວຽກມາໝົດເດືອນ ພໍເງິນເດືອນອອກ ເງິນກໍໝົດນໍາ ຕາມນັກເສດຖະສາດການເງິນບອກວ່າ: “ຫາກທ່ານເປັນພະນັກງານ ເຮັດວຽກໄດ້ແຕ່ເງິນເດືອນຢ່າງດຽວ ຕົ້ນບໍ່ຈຸປາຍຖືວ່າຢູ່ໃນສະພາວະທີ່ສ່ຽງທີ່ສຸດ, ຖ້າຫາກບໍ່ມີເງິນພໍໃຊ້ໃນທຸກໆເດືອນ ຫຼື ບໍ່ມີວີ່ແວວຈະດີຂຶ້ນນັ້ນ, ໝາຍຄວາມວ່າ ນອກຈາກທ່ານຈະບໍ່ມີເງິນໃນກະເປົາແລ້ວ ທ່ານຍັງມີບໍ່ພໍຄ່າໃຊ້ຈ່າຍນໍາອີກ”

ດັ່ງນັ້ນ, ທ່ານຄວນແບ່ງເງິນທີ່ໄດ້ມາອອກເປັນແຕ່ລະສ່ວນ ແລະ ຕັດລາຍການທີ່ບໍ່ຈໍາເປັນອອກ ໂດຍເຮັດແບບນີ້ທຸກຄັ້ງທີ່ໄດ້ເງິນມາ ທ່ານຈຶ່ງຈະມີເງິນໃຊ້ຈ່າຍໃນຍາມຈໍາເປັນ ແລະ ມີເງິນເກັບອີກ ລອງປະຕິບັດດັ່ງນີ້:

1 ທ່ານຕ້ອງເລີ່ມທ້ອນເງິນ ໂດຍການຄຸມການໃຊ້ຈ່າຍ, ຫັກຄ່າໃຊ້ຈ່າຍຕ່າງໆທີ່ບໍ່ຈໍາເປັນອອກໃຫ້ໝົດ.

2 ແຍກສ່ວນເງິນທີ່ຈະຕ້ອງທ້ອນ ກັບ ເງິນທີ່ຕ້ອງຈ່າຍພາຍໃນມື້, ເດືອນນັ້ນໆ ຫຼື ຈົດເປັນຕາຕະລາງໄວ້ວ່າເດືອນນີ້ຈະໃຊ້ຈ່າຍຫຍັງແນ່ ເຊັ່ນ ຄ່ານໍ້າ ຄ່າໄຟ ຄ່າເຂົ້າ ນໍ້າ ຕ່າງໆ … ແລ້ວຫັກເງິນສ່ວນນັ້ນອອກ ເຫຼືອທໍ່ໃດ ໃຫ້ເກັບໄວ້.

3 ເອົາເງິນຕິດໂຕໃຫ້ໜ້ອຍທີ່ສຸດ: ເຄີຍເປັນແມ່ນບໍ່ເວລາທີ່ເຮົາມີເງິນ ເຮົາກໍຈະມັກຈ່າຍເທົ່າທີ່ເຮົາມີ ລອງປ່ຽນຖືເງິນຕິດໂຕໃຫ້ໜ້ອຍລົງລອງເບິ່ງ ແລ້ວຈະພົບວ່າເຮົາໃຊ້ຈ່າຍໜ້ອຍລົງແນ່ນອນ.

4 ເອົາຊະນະໃຈຕົວເອງ ບໍ່ຕ້ອງນໍາສະໄໝ: ໂດຍສະເພາະໄວໜຸ່ມສ່ວນໃຫຍ່ ທີ່ຍັງມີຄວາມຕ້ອງການຫຼາຍໆຢ່າງທີ່ເປັນກະແສຢຸູ່ ເຮົາຄວນຫ້າມໃຈຕົວເອງໃນຄວາມຕ້ອງການຢາກໄດ້ໃນສິ່ງໃໝ່ທີ່ບໍ່ໄດ້ເກີດປະໂຫຍດກັບເຮົາ ເຊັ່ນ: ກະເປົາ ເກີບ ເສື້ອຜ້າມາໃໝ່ ແລະ ອື່ນໆທີ່ເປັນການສິ້ນເປືອງ ຕໍ່ໃຫ້ງາມ ແລະ ຢາກໄດ້ສໍ່າໃດກໍ່ຕ້ອງໄດ້ອົດເອົາ.

5 ເຮົາຕ້ອງເກັບເງິນ ຫຼື ທ້ອນເງິນກັບບັນຊີຝາກປະຫຍັດໃດໜຶ່ງ ເມື່ອທ່ານທ້ອນເງິນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໄດ້ເງິນທ້ອນຂອງທ່ານກໍ່ເລີ່ມອອກຜົນ: ມີເງິນໃນບັນຊີແລ້ວນັ້ນ ຜົນຕາມມາແມ່ນອັດຕາດອກເບ້ຍທີ່ເຮົາໄປຝາກນໍາສະຖາບັນການເງິນນັ້ນໆ ກໍຈ່າຍດອກໃຫ້ເຮົາທຸກເດືອນແບບອັດຕະໂນມັດ ຖ້າຫາກວ່າເຮົາມີເງິນທ້ອນຫຼາຍຂຶ້ນ ກໍຈະເຮັດໃຫ້ບັນຊີເພີ່ມຂຶ້ນເຊັ່ນກັນ.

6 ເມືອເຮົາມີເງິນເກັບ ແລະ ເງິນທ້ອນເຮົາກໍຈະສາມາດເອົາເງິນໄປລົງທຶນໃຫ້ໄດ້ຜົນຕອບແທນ: ລອງທົບທວນໂຕເອງເບິ່ງວ່າ ດຽວນີ້ເຮົາມີ້ເງິນໃນບັນຊີເທົ່າໃດ ? ແລ້ວຈະເອົາໄປເຮັດຫຍັງ ຫຼື ມີແລ້ວຕ້ອງການເທົ່າໃດເພີ່ມ ແລ້ວກໍລອງເລີ່ມຕົ້ນເຮັດທຸລະກິດຈາກເງິນທີ່ເຮົາມີເບິ່ງ ເພື່ອຕໍ່ຍອດໃຫ້ເງິນໃນບັນຊີເຮົາເພີ່ມຂຶ້ນເລື້ອຍໆ.

ເຊິ່ງການທີ່ເຮົາເຮັດແບບນີ້ ບໍ່ແມ່ນວ່າເຮົາຈະເປັນເດັກນ້ອຍ ໄວໜຸ່ມ ຫຼື ໃຜກໍແລ້ວແຕ່ ຫາກທ່ານປ່ຽນວິທີການໃຊ້ເງິນ ມາເປັນເກັບເງິນຕັ້ງແຕ່ຕອນນີ້ ທ່ານອາດມີເງິນໃຊ້ຈ່າຍເຫຼືອເຟືອ ມີເງິນສ້າງທຸລະກິດເປັນຂອງຕົວເອງກໍ່ເປັນໄດ້ ແລະ ຈະບໍ່ມີຄໍາວ່າເງິນບໍ່ມີ ບໍ່ມີເງິນອີກຕໍ່ໄປ.