2 ໂຄງການຫຼຸດຜ່ອນຄວາມທຸກຍາກໄດ້ຮັບທຶນ 52 ລ້ານໂດລາ

184

ໂຄງການຫຼຸດຜ່ອນຄວາມທຸກ ຍາກ ແລະ ການຂາດສານອາຫານໃນຊົນນະບົດຂອງຂະແໜງປົກປ້ອງສັງຄົມ ແລະ ໂຄງການຂະຫຍາຍນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ທີ່ຈະຈັດຕັ້ງປະຕິບັດຢູ່ແຂວງພາກເໜືອໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ມູນຄ່າ 52 ລ້ານໂດລາ.

ດັ່ງນັ້ນ, ໃນຕອນບ່າຍຂອງວັນທີ 9 ພຶດສະພາ 2019 ຈຶ່ງໄດ້ເຊັນສັນຍາ 2 ໂຄງການໃໝ່ດັ່ງກ່າວ ຕາງໜ້າລັດຖະບານແຫ່ງ ສປປ ລາວ ໂດຍແມ່ນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີ ທ່ານ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ    ສິດທິສອນ ເທບພາສີ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ, ຮອງຫົວໜ້າຫ້ອງການກະຊວງການເງິນ, ຫ້ອງການທະນາຄານໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສອງໂຄງການໃໝ່ນີ້ ເປັນການແກ້ໄຂບັນຫາການຂາດສານອາຫານຊໍ້າເຮື້ອທີ່ມີອັດຕາສູງຢູ່ເຂດພາກເໜືອຂອງ ສປປ ລາວ ໂດຍສະເພາະໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດຂອງຂະແໜງປົກປ້ອງສັງຄົມ, ເປັນການວາງລະບົບການປົກປ້ອງທາງສັງຄົມແຫ່ງຊາດ ແລະ ສະໜັບສະໜູນການໂອນເງິນແບບມີເງື່ອນໄຂແມ່ນຂຶ້ນກັບການຫັນປ່ຽນພຶດຕິກຳຂອງກຸ່ມຄົວເຮືອນເປົ້າໝາຍ ເພື່ອປັບປຸງໂພຊະນາການໃຫ້ດີຂຶ້ນ ໂດຍສະເພາະໃນ 1.000 ມື້ທຳອິດຂອງຊີວິດ, ສ່ວນໂຄງການຂະຫຍາຍນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຈະເປັນການເຂົ້າເຖິງນໍ້າ, ສຸຂາພິບານ ແລະ ອະນາໄມທີ່ດີຂຶ້ນ ໂດຍຈະຖືກຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ຄື: ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງອຸດົມໄຊ ເຊິ່ງໄດ້ຮັບຜົນກະທົບຈາກການຂາດສານອາຫານຊໍ້າເຮື້ອ ( ເຕ້ຍ ) ໃນລະດັບສູງກວ່າ 40 ສ່ວນຮ້ອຍ, ການຂາດສານອາຫານຊໍ້າເຮື້ອໃນໄວເດັກສົ່ງຜົນໃຫ້ສຸຂະພາບອ່ອນເພຍ, ເຮັດໃຫ້ເດັກນ້ອຍພັດທະນາການຊ້າ, ມີຜົນຕໍ່ການຮຽນຕໍ່າ ແລະ ໃນທີ່ສຸດເຮັດໃຫ້ໂອກາດໃນການຖືກຈ້າງງານຫຼຸດລົງ. ສະນັ້ນ, ຈຶ່ງເຮັດໃຫ້ຊຸມຊົນບໍ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ.

ທຶນສະໜັບສະໜູນດັ່ງກ່າວໄດ້ແບ່ງໃຫ້ໂຄງການຫຼຸດຜ່ອນຄວາມທຸກ ຍາກ ແລະ ການຂາດສານອາຫານໃນຊົນນະບົດຂອງຂະແໜງປົກປ້ອງສັງຄົມ ຈຳນວນ 27 ລ້ານໂດລາສະຫະລັດ ແລະ ໃຫ້ໂຄງການຂະຫຍາຍນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ລວມມູນຄ່າ 25 ລ້ານໂດລາສະຫະລັດ.

ທ່ານຫົວໜ້າທະນາຄານໂລກ ປະຈຳລາວ ກ່າວວ່າ: ເດັກນ້ອຍທີ່ເກີດໃນ ສປປ ລາວ ສະເລ່ຍຈະມີປະສິດທິຜົນພຽງແຕ່ 45% ຖ້າທຽບໃສ່ປະສິດທິຜົນອັນເຕັມສ່ວນ ໃນກໍລະນີໄດ້ຮັບການສຶກສາ ແລະ ບໍລິການສຸຂະພາບເຕັມທີ່ ການລົງທຶນເຂົ້າໃນການປັບປຸງໂພຊະນາການໝາຍເຖິງການສ້າງທຶນມະນຸດຂອງປະເທດ ເຊິ່ງຈະຊ່ວຍໃນການເຕີບໃຫຍ່ທາງດ້ານເສດຖະກິດຂອງປະເທດໃນອະນາຄົດ.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນວ່າ: ຍາມໃດພັກ – ລັດຖະບານເຫັນຄວາມສໍາຄັນຂອງການສະໜັບສະໜູນຈາກທະນາຄານໂລກເປັນຢ່າງດີ ໂດຍສະເພາະໃນຂົງເຂດການພັດທະນາຊົນນະບົດ ແລະ ຊັບພະຍາກອນມະນຸດ ເຊິ່ງຈະຊ່ວຍໃຫ້ການປັບປຸງສະພາບການດຳລົງຊີວິດຂອງປະຊາຊົນດີຂຶ້ນເທື່ອລະກ້າວ, ການຫຼຸດຜ່ອນຄວາມທຸກຍາກດ້ວຍການຂະຫຍາຍການເຂົ້າເຖິງນໍ້າສະອາດ, ສຸຂາພິບານ ແລະ ສຸຂານາໄມ ລວມທັງການສ້າງຕາໜ່າງປົກປ້ອງສັງຄົມຜ່ານວຽກງານໂພຊະນາການທາງອ້ອມສຳລັບຄົວເຮືອນທີ່ທຸກຍາກ ແລະ ດ້ອຍໂອກາດ.

( ຂ່າວ: ກະຊວງການເງິນ )