ບັນຫາຂີ້ເຫຍື້ອ ທຸກພາກສ່ວນຕ້ອງຮ່ວມກັນແກ້ໄຂ

206

ອັດຕາການຂະຫຍາຍຕົວທາງດ້ານປະຊາກອນ ແລະ ດ້ານການພັດທະນາເພີ່ມສູງຂຶ້ນກໍຍິ່ງເພີ່ມປະລິມານຂີ້ເຫຍື້ອ ສູງຂຶ້ນນັບມື້ ສະເພາະຢູ່ໃນນະຄອນຫຼວງ ມີປະມານ 500 – 600 ໂຕນຕໍ່ວັນ ຖ້າຢາກຫຼຸດຜ່ອນຂີ້ເຫຍື້ອ, ມົນລະພິດ,  ອັນຊ່ວຍໃຫ້ບ້ານເມືອງມີຄວາມສະອາດ ແລະ ຮັກສາສິ່ງແວດລ້ອມໄດ້ຫຼາຍພາກສ່ວນ ຕ້ອງມີສ່ວນຮ່ວມໂດຍສະເພາະພາກລັດຕ້ອງເຂັ້ມງວດໃນການປະຕິບັດລະບຽບ, ນິຕິກຳ, ໜ່ວຍງານກ່ຽວຂ້ອງທຸກພາກສ່ວນ ຕ້ອງລົງໂຄສະນາເຜີຍແຜ່, ປູກຈິດສຳນຶກໃຫ້ທົ່ວສັງຄົມ.

ໃນວັນທີ 8 ພຶດສະພາ 2019 ກົມຂະບວນການຊາວໜຸ່ມ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ( ສຊປລ ) ຮ່ວມກັບ ໂຄງການວຽງຈັນ ສີຂຽວ ຈັດກອງປະຊຸມປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາຂີ້ເຫຍື້ອ, ການຫຼຸດຜ່ອນການໃຊ້ຢາງພລາສຕິກ ເພື່ອຮັກສາຄວາມສະອາດ ແລະ ຮັກສາສິ່ງແວດລ້ອມ ຂຶ້ນທີ່ຫ້ອງປະຊຸມ ສຊປລ ໂດຍການເຂົ້າຮ່ວມຂອງ ທ່ານ      ແສງດາວ ແກ້ວຂາວມະນີ ຄະນະພັກ ຫົວໜ້າກົມກວດກາ ສຊປລ; ທ່ານ ສຸລິຍາ ແກ້ວພິລາວົງ ຄະນະບໍລິຫານງານ ສຊປລ ຫົວໜ້າກົມຂະບວນການຊາວໜຸ່ມ, ບັນດາຕາງໜ້າຈາກໂຄງການວຽງຈັນສີຂຽວ, ພ້ອມດ້ວຍບັນດາຕາງໜ້າຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງດາວ ແກ້ວຂາວມະນີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມສຳຄັນຕໍ່ກັບຊາວໜຸ່ມຂອງພວກເຮົາໃນຂອບເຂດທົ່ວປະເທດ ທີ່ຫຼາຍພາກສ່ວນຈະຕ້ອງໄດ້ມີສ່ວນຮ່ວມພ້ອມກັນແກ້ໄຂ ເພື່ອຫຼຸດຜ່ອນລົງເທື່ອລະໜ້ອຍ ຈະມອບໃຫ້ພາກສ່ວນໃດພາກສ່ວນໜຶ່ງເຮັດຜູ້ດຽວກໍບໍ່ໄດ້ ເພາະຄືດັ່ງທີ່ພວກເຮົາເຫັນນຳກັນແລ້ວວ່າຢູ່ໃນນະຄອນຫຼວງວຽງຈັນ ຢູ່ຕາມແຄມຖະໜົນຫົນທາງ, ບ່ອນດິນເປົ່າຫວ່າງ, ຕາມຄອງຊົນລະປະທານບັນຫາຂີ້ເຫຍື້ອກໍຍັງມີຫຼາຍ ກໍ່ໃຫ້ເກີດມົນລະພິດທຳລາຍສິ່ງແວດລ້ອມ ແລະ ທຳລາຍສຸຂະພາບພາໃຫ້ເກີດພະຍາດຕ່າງໆ. ສະນັ້ນ, ຖ້າພວກເຮົາບໍ່ພ້ອມກັນແກ້ໄຂບັນຫາຮ່ວມກັນຈະເຮັດໃຫ້ປະເທດຊາດບໍ່ມີຄວາມສະອາດຈົບງາມ ແລະ ບໍ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນປະເທດໄດ້ ແລະ ຈະສົ່ງຜົນໃຫ້ລາຍຮັບແຫ່ງຊາດຫຼຸດລົງ.

ທ່ານ ສຸລິຍາ ແກ້ວພິລາວົງ ກ່າວວ່າ: ສຳລັບການປູກຈິດສຳນຶກຫຼຸດຜ່ອນການນໍາໃຊ້ຖົງຢາງພລາສຕິກ ສົ່ງເສີມໃຫ້ຊາວໜຸ່ມເຍົາວະຊົນຮັບຮູ້ ແລະ ຮັກສາສິ່ງແວດລ້ອມ ກໍເປັນຂະບວນການໜຶ່ງທີ່ ສຊປລ ໄດ້ເປັນເຈົ້າການໃນການປຸກລະດົມຂົນຂວາຍ, ສ້າງຈິດສຳນຶກໃຫ້ຊາວໜຸ່ມເຍົາວະຊົນໃຫ້ມີສ່ວນຮ່ວມ, ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍກ່ຽວກັບບັນຫາຂີ້ເຫຍື້ອ ເຊິ່ງຜ່ານມາພວກເຮົາກໍໄດ້ຈັດຕັ້ງປະຕິບັດຢູ່ໃນຫຼາຍກິດຈະກຳ ເພາະຂີ້ເຫຍື້ອເປັນຂອງໝົດທຸກຄົນ ແຕ່ເວລາຕົກອອກຈາກມືໄປແລ້ວບໍ່ມີໃຜຮັບຜິດຊອບ ເຊິ່ງເຫັນໄດ້ຈາກທຸກສະຖານທີ່ທີ່ເປັນດິນຫວ່າງ, ຕາມຫ້ວຍນໍ້າ, ຖະໜົນຫົນທາງຕ່າງໆກໍລ້ວນແລ້ວແມ່ນຂີ້ຫຍື້ອທີ່ເກີດຈາກການກະທຳພວກເຮົາ. ດັ່ງນັ້ນ, ຜ່ານມາພວກເຮົາກໍໄດ້ຮ່ວມກັບໂຄງການວຽງຈັນສີຂຽວ ອອກແຮງງານຕາມເສັ້ນທາງ, ສະຖານທີ່ຕ່າງໆ ເຊິ່ງເຫັນວ່າສັງຄົມມີສ່ວນຮ່ວມຫຼາຍພໍສົມຄວນ. ພ້ອມນີ້, ຜ່ານມາ ສຊປລ ກໍໄດ້ລະດົມເອົາແຮງງານຊາວໜຸ່ມໄປອອກແຮງເອົາຜັກຕົບຂຶ້ນຈາກຄອງນໍ້າຈຳນວນໜຶ່ງ ແລະ ກິດຈະກຳອື່ນໆທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ. ພ້ອມນີ້, ສຊປລ ກໍໄດ້ລົງສົມທົບກັບ 16 ພາກສ່ວນ ໃນການອອກລະບຽບການຕ່າງໆ, ກົດໝາຍການນໍາເຂົ້າພລາສຕິກ, ອອກຂໍ້ກຳນົດເຄື່ອງດື່ມທີ່ບັນຈຸໃສ່ກວດທີ່ບໍ່ສາມາດນໍາກັບໄປໃຊ້ໃໝ່ໄດ້ ແລະ ທີ່ສຳຄັນ ພວກເຮົາຍັງບໍ່ມີການແຍກຂີ້ເຫຍື້ອແບບເປັນຂະບວນການແທ້ໆ, ບາງໜ່ວຍງານບາງອົງກອນແຍກແລ້ວ ແຕ່ລົດມາເກັບຂີ້ເຫຍື້ອກໍຍັງເອົາຂຶ້ນລົດຄັນດຽວກັນ ແລະ ປົນກັນ ອັນນີ້ເປັນສິ່ງທີ່ພວກເຮົາຕ້ອງໄດ້ມາສຶກສາແກ້ໄຂຮ່ວມກັນ.

ທ່ານກ່າວຕື່ມວ່າ: ເພື່ອເປັນການຫຼຸດຜ່ອນການຖິ້ມຂີ້ເຫຍື້ອຊະຊາຍ ຜ່ານມາພວກເຮົາກໍໄດ້ມີການໄປສ້າງຈຸດຊົມວິວ 2 ຈຸດ ຕາມເສັ້ນທາງເລກທີ 13 ເໜືອ ຢູ່ເມືອງຄຳ ແລະ ແຂວງຫົວພັນ ເພື່ອໃຫ້ລົດໂດຍສານໄດ້ຈອດໃຫ້ຜູ້ໂດຍສານລົງທຳທຸລະສ່ວນຕົວໃຫ້ຖິ້ມຂີ້ເຫຍື້ອໃສ່ຖັງຢ່າງເປັນລະບຽບ ແລະ ພວກເຮົາມີແຜນຈະລົງໄປສຶກສາຕາມເສັ້ນທາງ 13 ໃຕ້ ເພື່ອສ້າງເປັນຈຸດຈອດລົດໂດຍສານ.

ທ່ານ ພູດອນ ເມກສະຫວັນ ຮອງຫົວໜ້າອົງການຄຸ້ມຄອງ ແລະ ບໍລິການຕົວເມືອງ ( ອຄບຕ ) ກ່າວວ່າ: ໃນປັດຈຸບັນປະລິມານຂີ້ເຫຍື້ອຢູ່ວຽງຈັນ ເພີ່ມຂຶ້ນເປັນແຕ່ລະວັນຕາມອັດຕາສ່ວນເພີ່ມຂຶ້ນຂອງປະຊາກອນ, ການພັດທະນາມີການຂະຫຍາຍຕົວສູງເທົ່າໃດປະລິມານຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ ກໍເພີ່ມຂຶ້ນຕາມມາ, ຫາກຄິດໄລ່ຕາມສາກົນແລ້ວປັດຈຸບັນນະຄອນຫຼວງວຽງຈັນ ມີປະຊາຊົນອາໄສຢູ່ທັງໝົດ 850.000 ຄົນ ເອົາມາຄູນການຜະລິດຈຳນວນຂີ້ເຫຍື້ອຂອງປະຊາຊົນ ມື້ໜຶ່ງສະເລ່ຍ 0,700 ກິໂລກຣາມຕໍ່ຄົນຕໍ່ວັນ, ມີປະລິມານຂີ້ເຫຍື້ອມື້ໜຶ່ງ ປະມານ 500 – 600 ໂຕນຕໍ່ວັນ ເຊິ່ງໃນນີ້ຍັງບໍ່ໄລ່ນັກທ່ອງທ່ຽວ, ຄົນເຂົ້າ – ອອກໃນແຕ່ລະວັນ, ການຄູນແບບນີ້ແມ່ນຍ້ອນວ່າທຸກຄົນເປັນຜູ້ສ້າງຂີ້ເຫຍື້ອນັບແຕ່ເດັກເກີດໃໝ່ຈົນເຖິງຜູ້ອາວຸໂສ ເພາະວ່າເດັກນ້ອຍກໍໃຊ້ແພມເພີດຫຼາຍ. ດັ່ງນັ້ນ, ຈຶ່ງມີການຖິ້ມຫຼາຍ, ປະເພດຂີ້ເຫຍື້ອແມ່ນມີທັງນຳໃຊ້ໄດ້, ເປັນປະເພດເສດອາຫານທີ່ຍ່ອຍສະຫຼາຍໄດ້, ອີກປະເພດໜຶ່ງແມ່ນບໍ່ສາມາດຍ່ອຍສະຫຼາຍໄດ້ໄວ ໂດຍສະເພາະແມ່ນຖົງຢາງທຸກປະເພດ, ປະເພດໜຶ່ງແມ່ນຂີ້ເຫຍື້ອປະເພດອັນຕະລາຍທີ່ເກີດຂຶ້ນຈາກຂະແໜງສາທາລະນະສຸກ ແລະ ຂະແໜງກະສິກຳ ເປັນຕົ້ນ ແລະ ອີກປະເພດໜຶ່ງແມ່ນເສດຂີ້ເຫຍື້ອຈາກການກໍ່ສ້າງອາຄານບ້ານເຮືອນ, ຖະໜົນຫົນທາງ, ເສດຂີ້ ເຫຍື້ອຈາກໂຮງຈັກ – ໂຮງງານທີ່ເປັນຂີ້ເຫຍື້ອແບບພິເສດ ເຊິ່ງເຫັນວ່າໃນແຕ່ລະປີແມ່ນມີຈຳນວນເພີ່ມຂຶ້ນ.

[ ຂ່າວ: ຄຳນ້ອຍ; ຮູບ: ວິລະສັກ ]