ຍອດສົ່ງອອກກາເຟຫຼຸດລົງ

101

ຍອດສົ່ງອອກກາເຟລາວມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ໂດຍສະເພາະ 2 ປີຜ່ານມາ ຕາມການເປີດເຜີຍຂອງສະມາຄົມກາເຟລາວ ໃນປີ 2017 ຍອດສົ່ງອອກ 32 ພັນໂຕນ ມູນຄ່າ 83 ລ້ານໂດລາ, ປີ 2018 ຍອດສົ່ງອອກຫຼຸດລົງມີພຽງແຕ່ 26 ພັນໂຕນ ມູນຄ່າ 55 ລ້ານໂດລາ ແລະ ໃນປີ 2019 ຄວາມຕ້ອງການຂອງຕະຫຼາດຢູ່ທີ່ 6 ພັນກວ່າໂຕນ ຄິດເປັນມູນຄ່າ 13,5 ລ້ານໂດລາ.

ທ່ານ ສີສຸກ ວົງພັກດີ ຄະນະບໍລິຫານງານສະມາຄົມກາເຟລາວ, ທັງເປັນອໍານວຍການ ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ເປີດເຜີຍຂໍ້ມູນເມື່ອຕົ້ນເດືອນເມສາຜ່ານມາ ວ່າ: ນັບແຕ່ໃດມາຕະຫຼາດໃນອາຊີ, ເອີຣົບ ແລະ ອາເມຣິກາ ແມ່ນຕ້ອງການກາເຟຈາກເຂດພູພຽງບໍລະເວນຫຼາຍພັນໂຕນຕໍ່ປີ; ເວົ້າສະເພາະປີ 2018 ຕະຫຼາດສົ່ງອອກໄປຍັງອາຊີ 10 ປະເທດ ຈໍານວນ 22 ພັນໂຕນ ຄິດເປັນເງິນ 48 ລ້ານໂດລາ; ສ່ວນຕະຫຼາດເອີຣົບມີ 4 ປະເທດ ໄດ້ແກ່: ເຢຍລະມັນ, ແອັດສະປາຍ, ປ໊ອກຕຸຍການ ແລະ ແບນຊິກ ລວມທັງໝົດ 3.238 ໂຕນ ມູນຄ່າ 6,6 ລ້ານໂດລາ. ສໍາລັບຕະຫຼາດອາເມຣິກາ 300 ກວ່າໂຕນ ມູນຄ່າ 968.048 ໂດລາ ລວມທັງໝົດ ເທົ່າກັບ 26 ພັນໂຕ ມູນຄ່າ 55 ລ້ານໂດລາ.

 

ສໍາລັບປີ 2019 ສົ່ງອອກໄປໄດ້ແລ້ວ6.480 ໂຕນ ມູນຄ່າ 13,5 ລ້ານໂດລາ; ໃນນີ້ສົ່ງໄປຕະຫຼາດອາຊີ 9 ປະເທດ ຈໍານວນ 5.952 ໂຕນ ຄິດເປັນເງິນ 12 ລ້ານໂດລາ; ສ່ວນຕະຫຼາດເອີຣົບຈໍານວນ 400 ກວ່າໂຕນ ລວມມູນຄ່າ 843.630 ໂດລາ. ສໍາລັບຕະຫຼາດ ອາເມຣິກາ 124 ໂຕນ ມູນຄ່າ 287.389 ໂດລາ.

ກ່ອນໜ້ານັ້ນ, ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າຫ້ອງການສະມາຄົມກາເຟລາວ ເປີດເຜີຍວ່າ: ປັດຈຸບັນເນື້ອທີ່ປູກກາເຟໃນທົ່ວປະເທດມີຢູ່ 10 ແຂວງ. ໃນນີ້, 80% ແມ່ນຢູ່ເຂດພູພຽງບໍລະເວນ ແລະ ມີສະມາຊິກທັງໝົດ 57 ຫົວໜ່ວຍທຸລະກິດ, ເນື້ອທີ່ປູກກາເຟໃນ 4 ແຂວງພາກໃຕ້ສົກປີ 2018 ມີທັງໝົດ 73.255 ເຮັກຕາ ແລະ ເນື້ອທີ່ໃຫ້ໝາກ 66.838 ເຮັກຕາ. ສໍາລັບລາຄາກາເຟຕະຫຼາດໂລກໃນປີ 2017 – 2018 ປະມານ 2.500 – 2.600 ໂດລາຕໍ່ໂຕນ. ໃນນີ້, ລາຄາທີ່ບໍລິສັດຊື້ນໍາປະຊາຊົນປະເພດກາເຟໝາກແດງ ລາຄາ 2.200 – 3.000 ກີບຕໍ່ກິໂລ ແລະ ໝາກຂາວ ລາຄາ 14.000 – 15.200 ກີບຕໍ່ກິໂລ ແລະ ສໍາລັບປີ 2018 – 2019 ລາຄາກາເຟ 2.200 – 2.300 ໂດລາຕໍ່ໂຕນ. ໃນນີ້, ປະເພດໝາກແດງ 2.000 – 2.500 ກີບຕໍ່ກິໂລ ແລະ ໝາກຂາວ 12.000 – 14.000 ກີບຕໍ່ກິໂລ.

ທ່ານອະທິບາຍຕື່ມວ່າ: ຕະຫຼາດກາເຟລາວສົ່ງອອກສ່ວນໃຫຍ່ແມ່ນ ສສ ຫວຽດນາມ ກວມ 80%, ຮອງລົງມາແມ່ນໄທ ແລະ ເອີຣົບ ຕາມລໍາລັບ ເຊິ່ງໄລຍະຜ່ານມາຕະຫຼາດເອີຣົບແມ່ນຕະຫຼາດຫຼັກຂອງກາເຟລາວ ແຕ່ເນື່ອງຈາກການຂາຍຝາກຈຶ່ງເຮັດໃຫ້ຫຼາຍບໍລິສັດຫຼຸບທຶນ ແລະ ລົ້ມລະລາຍ ຈຶ່ງເປັນເຫດຜົນທີ່ຕ້ອງສົ່ງຂາຍໃຫ້ບໍລິສັດໃນປະເທດອາຊຽນຫຼາຍກວ່າ ເພາະໄດ້ເງິນສົດ ແລະ ປະຢັດເວລາ.

ຂໍ້ມູນຂອງ ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ເຊິ່ງເປັນບໍລິສັດສົ່ງອອກກາເຟລາຍໃຫຍ່ຂອງແຂວງຈໍາປາສັກ ໃຫ້ຮູ້ຕື່ມວ່າ: ຕະຫຼາດສົ່ງອອກຫຼັກຂອງບໍລິສັດຍັງແມ່ນ ຫວຽດນາມ, ກໍາປູເຈຍ ແລະ ໄທ ເຊິ່ງໃນປີ 2018 ຜ່ານມາ ສາມາດສົ່ງອອກກາເຟໄປຍັງສາມປະເທດດັ່ງກ່າວນີ້ 3.320 ໂຕນ ຄິດເປັນມູນຄ່າ 5.118.200 ໂດລາ ຫຼື ປະມານ 40 ຕື້ກວ່າກີບ. ສໍາລັບປີ 2019 ນີ້ ຄາດວ່າຍອດສົ່ງອອກຈະຫຼຸດລົງຢູ່ທີ່ 1.251 ໂຕນ ມູນຄ່າ 2.447.520 ໂດລາ ຫຼື ປະມານ 19 ຕື້ກວ່າກີບເທົ່ານັ້ນ.

ຂໍ້ມູນຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ ເປີດເຜີຍໃນຕົ້ນປີ 2019 ຜ່ານມາ ວ່າ: ກາເຟຖືເປັນສິນຄ້າສົ່ງອອກຫຼັກ, ຮອງລົງມາແມ່ນພືດຜັກ, ໝາກໄມ້, ມັນຕົ້ນ ແລະ ອື່ນໆ; ເວົ້າສະເພາະກາເຟເມັດ ( ໝາກຊ້ອມ ) ທຽບໃສ່ແຜນປີ 2018 ປະຕິບັດໄດ້ 70%, ກວມເອົາ 40% ຂອງສິນຄ້າກະສິກຳສົ່ງອອກ ເຊິ່ງປະກອບມີ: ກາເຟນ້ອຍ ( Arabica ) 19 ພັນໂຕນ, ກາເຟກາງ ( Robusta ) 10,5 ພັນໂຕນ ແລະ ກາເຟມິກ ( Excelsa ) 1,5 ພັນໂຕນ ລວມທັງໝົດ 30.675 ໂຕນ ຄິດເປັນມູນຄ່າສົ່ງອອກ 66 ລ້ານໂດລາສະຫະລັດ.

[ ໂດຍ: ສົມສະຫວິນ ]