ການປະກາດຜົນຢ່າງເປັນທາງການ ໃນຄືນວັນທີ 31 ມີນານີ້ ສໍາລັບຜູ້ໄດ້ຮັບຕໍາແໜ່ງຮອງອັນດັບ1 ໃນການປະກວດເວທີ Miss World Laos 2021 ພອນວິໄລ ຫຼວງລາດ ຫຼື ຕຸ້ຍ W11 ສາວງາມຈາກ ນະຄອນຫຼວງວຽງຈັນ ທີ່ແຟນໆນາງງາມສົ່ງແຮງໃຈເຊຍກັນຢ່າງລົ້ນຫຼາມ ແລະ ກໍ່ບໍ່ຜິດຫວັງໄດ້ເປັນຮອງອັນດັບ1 ມິສເວີຣລາວ 2021.
ສໍາລັບ ພອນວິໄລ ເປັນແມ່ນແມ່ຍິງອີກໜຶ່ງຄົນທີ່ມີທັງຄວາມງາມ ແລະ ຄວາມສາມາດພຽບພ້ອມຫຼາຍ ເພາະທີ່ຜ່ານມານ້ອງໄດ້ເຄີຍຜ່ານການປະກວດມາແລ້ວເຖິງສອງເວທີ ແລະ ຍັງສາມາດຄວ້າຕໍາແໜ່ງມາໄດ້ທັງສອງເວທີເລີຍ ເຊິ່ງໃນ ເວທີທໍາອິດແມ່ນ ນາງສາວນະຄອນຫຼວງວຽງຈັນ ປີ 2016 ໄດ້ຕໍາແໜ່ງຮອງອັນດັບ 3 ແລະ ນາງສາວລາວປີ 2016 ໄດ້ຕໍາແໜ່ງຮອງອັນດັບ 2
ນ້ອງເຄີຍໄດ້ໃຫ້ສໍາພາດວ່າ: ຮູ້ສຶກຕື່ນເຕັ້ນຕັ້ງແຕ່ໄດ້ເຂົ້າຮອບ 20 ຄົນທຳອິດແລ້ວ ຍິ່ງເຂົ້າຮອບເລິກໆຍິ່ງຕື່ນເຈັ້ນໄປໃຫຍ່ ມັນເປັນອີຫຍັງທີ່ທ້າທາຍຫຼາຍເພາະເປັນເວທີໃຫຍ່ລະດັບສາກົນເຮົາຕ້ອງໄດ້ກຽມຄວາມພ້ອມຫຼາຍຢ່າງທັງຄວາມຮູ້ຄວາມສາມາດ ແລະ ບຸກຄະລິກກະພາບໃຫ້ມີຄວາມໂດດເດັ່ນ ແລະ ສະຫງ່າງາມ
ສໍາລັບ ໃນເວທີນີ້ໄດ້ເຮັດໃຫ້ນ້ອງໄດ້ຮຽນຮູ້ຫຼາຍຢ່າງ ບໍ່ວ່າຈະເປັນການເຂົ້າສັງຄົມ, ຮຽນຮູ້ກິລິຍາມາລະຍາດ ຂອງແມ່ຍິງລາວ ແລະ ທີ່ສໍາຄັນເວທີນີ້ໄດ້ເຮັດໃຫ້ນ້ອງໄດ້ມິດຕະພາບດີໆຈາກທຸກຄົນ ທັງຜູ້ເຂົ້າປະກວດ ແລະ ເອື້ອຍອ້າຍທີມງານຂອງກອງປະກວດທຸກຄົນ
ທີ່ສໍາຄັນ ນ້ອງຕ້ອງຂໍຂອບໃຈທາງຄະນະກໍາມະການ ແລະ ຜູ້ໃຫຍ່ເພິ່ນໃຫ້ໂອກາດ ນ້ອງໄດ້ເຮັດທຸກຢ່າງໆດີທີ່ສຸດຈິ່ງກ້າວມາສູ່ຈຸດນີ້ໄດ້ ແລະຍັງບໍ່ຢຸດເທົ່ານີ້ ຈະພັດທະນາຕົນເອງໃນທຸກໆດ້ານຕໍ່ໄປເປັນຕົ້ນແມ່ນວັດທະນະທໍາ, ອາຫານການກິນອັນເປັນມົນສະເໜ່ຂອງຄວາມເປັນລາວ.
ສ່ວນວ່າຫລັງໄດ້ຮັບຕຳແໜ່ງນ້ອງຈະເຮັດຫຍັງຕໍ່ໄປເຮົາຕ້ອງມາຕິດຕາມໃຫ້ກຳລັງໃຈ ສາວງາມຄົນນີ້ຕໍ່ໄປ ເຊື່ອວ່າຈະມີກິດຈະກຳດີໆມາຝາກບັນດາແຟນນາງງາມຕະຫຼອດໆຢູ່.