ສະບາຍດີວັນເສົາ ວັນພັກຜ່ອນຂອງຫຼາຍໆຄົນ, ມື້ນີ້ແອັດມິນນ້ອຍ ຈະມາອັບເດດວົງການປະກວດ Miss World Laos 2021 ທີ່ປັດຈຸບັນກຳລັງເກັບຕົວຢ່າງເຂັ້ມຂຸ້ນ.
ມື້ນີ້ຈະມາແນະນຳອີກໜຶ່ງສາວງາມຈາກເວທີດັ່ງກ່າວນັ້ນຄື ເນັ້ນ ສຸດດາລາ ສີລາວົງ Soutdala Sylavong ອາຍຸ 20 ປີ ສຶກສາຢູ່ ສປ ຈີນ ປີ 2 ສາຂາ ຄຸ້ມຄອງບໍລີຫານ ແຕ່ເນື່ອງຈາກສະພາບໂຄວິດ 19 ເຮັດໃຫ້ໄດ້ກັບມາລາວຍາວເລີຍ ແລະ ກຳລັງຖ້າເຂົ້າສຶກສາຢູ່ລາວຕໍ່ ທີ່ນະຄອນຫຼວງວຽງຈັນ.
.
ເນັ້ນ ສຸດດາລາ ສີລາວົງ ມາຈາກບ້ານພູຟ້າ ແຂວງຜົ້ງສາລີ ເມືອງຜົ້ງສາລີ ສ່ວນສູງ 172 ຊັງຕີແມັດ
.
ປັດຈຸບັນເປັນນາງແບບ, ພີເຊັນເຕີ ສັງກັດ VL Modeling Agency LNT
ອາໄສຢູ່ ບ້ານ ສີດຳດວນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
.
ຜົນງານຜ່ານມາ ເຄີຍຄວ້າລາງວັນ ນາງສາວໜ້າອ່ອນກວ່າໄວ ຈາກເວທີນາງສາວລາວ 2020, ໄດ້ຮອງອັນດັບ 2 ຈາກເວທີ ໝຸ່ມໜັ້ນຮຽນ – ສາວຮຽນຮູ້ ຂອງມະຫາວິທະຍາໄລ ສຸກສະຫວັດ ຫວ່າງຕົ້ນເດືອນຜ່ານມາ.
.