ລິດດາ ສີຊານົນ ອາຍຸ 21 ປີ ໜຶ່ງໃນສະມາຊິກວົງ wizhG ເຊິ່ງເປັນກຸ່ມສິລະປິນສາວ ສັງກັດ Alisth.
ລິດດາ ສີຊານົນ ຍັງມີຜົນງານໃນວົງການບັນເທີງຫຼາຍຢ່າງ ທັງເປັນນາງແບບ, ນັກສະແດງ, ເຄີຍເຂົ້າປະກວດນາງສາວນະຄອນຫຼວງວຽງຈັນ, ມິສອິນເຕີເນຊັນນອລລາວ. ນອກນັ້ນ, ຍັງສະແດງຮູບເງົາເລື່ອງໄຂ່ຂວັນ.
ເຄັດລັບໃນການຮັກສາສຸຂະພາບແມ່ນບໍ່ກິນເຜັດ ບໍ່ກິນຂອງມັນ ຂອງດອງ ທີ່ສຳຄັນແມ່ນໝັ່ນອອກກຳລັງກາຍ.
ເປົ້າໝາຍໃນອະນາຄົດຄືໄດ້ເຮັດວຽກໃນສິ່ງທີ່ຕົນເອງມັກ, ຢາກໃຫ້ຄອບຄົວມີ ຄວາມສຸກ ແລະ ສະບາຍ.
[ ພາບໂດຍ: flower wedding ]