ກໍາລັງຄຶກຄື້ນສໍາລັບກອງປະກວດ ນາງສາວລາວ 2019 ມື້ນີ້ຂໍແນະນໍາອີກໜຶ່ງສາວງາມໝາຍເລກ ML1 1ແສງມະນີ ພູວັນໂນ ຕົວແທນແຂວງເຊກອງ
ແສງມະນີ ພູວັນໂນ BaBie Phouvanno ອາຍຸ 24ປີ ຢູ່ບ້ານວັດຫຼວງ ເມືອງ ລະມາມ ແຂວງເຊກອງ ເຮັດວຽກຢູ່ທີ່ ປກສ ແຂວງ
ສູງ167ຊັງຕີແມັດ ສັດສ່ວນ30-24-34
ປັດຈຸບັນຈັບການສຶກສາ ຢູ່ຄະນະນິຕິສາດ-ລັດຖະສາດ ພາກວິຊາ ນິຕິສາດ ມະຫາວິທະຍາໄລຈໍາປາສັກ
ເຫດຜົນທີ່ມາປະກວດແມ່ນມີຄວາມໄຝ່ຝັນຢາກມາປະກວດເວທີນີ້ແຕ່ດົນແລ້ວ ພວມມີໂອກາດ ແລະ ຄິດວ່ານ້ອງພ້ອມເປັນເວລາທີ່ເໝາະສົມ ແລ້ວທີ່ສໍາຄັນແມ່ນຢາກມາຫາປະສົບການ ຮຽນຮູ້ ແລະ ແລກປ່ຽນຮີດຄອງປະເພນີວັດທະນະທໍາແຕ່ລະແຂວງກັບໝູ່ເພື່ອນທີ່ມາປະກວດນໍາກັນເຊິ່ງມີຄົບທຸກແຂວງທົ່ວປະເທດ
.
ເຄັດລັບໃນການຮັກສາສຸຂະພາບ ແມ່ນກິນອາຫານໃຫ້ຄົບ 5 ໝູ່ ອອກກຳລັງກາຍທິດລະ 3 ຄັ້ງ ແລະ ພັກຜ່ອນໃຫ້ພຽງພໍໂດຍການນອນໃຫ້ຄົບ8ຊົ່ວໂມງຕໍ່ມື້
.
ຄວາມສາມາດທີ່ມີ ແມ່ນການຟ້ອນ
ເປົ້າໝາຍໃນຊີວິດແມ່ນຢາກປະຕິບັດໜ້າທີ່ຮັບໃຊ້ຊາດຮັບໃຊ້ສັງຄົມ ຢາກປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຢາກເປັນສ່ວນໜຶ່ງໃນການຊ່ວຍເຫຼືອເດັກນ້ອຍທີ່ທຸກຍາກ ຂາດເຂີນໂດຍສະເພາະເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກ