ດີແທ້!!!ໂຮງງານຖ່ານຂາວຄຳມ່ວນ ປູກໄມ້ປີລະ 10 ເຮັກຕາທົດແທນໄມ້ທີ່ຕັດໄປ

44

ປະເທດເຮົາຫຼາຍເຂດແຂວງກຳລັງເລີ່ມຂຸດຄົ້ນທ່າແຮງຂອງທ້ອງຖິ່ນ ເພື່ອສ້າງລາຍຮັບສູ່ຄອບຄົວ ແລະຊຸມຊົນທ້ອງຖິ່ນ, ຫຼາຍບ່ອນກໍ່ມີຫຼາຍແນວຂາຍ ສຳລັບແຂວງຄຳມ່ວນນອກຈາກຈະເປັນແຂວງອູ່ເຂົ້າອູ່ປາຜະລິດເຂົ້າເປັນສະບຽງອາຫານສະໜອງໃຫ້ຄວາມຕ້ອງການຂອງສັງຄົມແລ້ວ ປະຈຸບັນເຫັນໄດ້ວ່າຖ່ານຂາວກໍ່ກຳລັງເປັນທ່າແຮງໃໝ່ທີ່ໄດ້ຮັບຄວາມສົນໃຈຈາກຕະຫຼາດຍີ່ປຸ່ນ.

ຕາມລາຍງານໃນໂອກາດທີ່ ທ່ານ ທອງໄຊ ມັງໜໍ່ເມກຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຄໍາມ່ວນພ້ອມດ້ວຍຄະນະໄດ້ລົງຕິດຕາມຂະບວນການຜະລິດຖ່ານຂາວຢູ່ໂຮງງານຜະລິດຖ່ານຂາວງໍໄຊຍະວົງ ສ່ວນບຸກຄົນຢູ່ບ້ານໂພນເຮຍນ້ອຍ ເມືອງທ່າແຂກ ແຂວງຄໍາມ່ວນ ທ່ານ ງໍ ໄຊຍະວົງເຈົ້າຂອງໂຮງງານ ໄດ້ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນວ່າ : ກ່ອນຈະມາເຮັດກິດຈະການຖ່ານຂາວເບື້ອງຕົ້ນແມ່ນເລີ້ມເຮັດກິດຈະການໂຮງສີເຂົ້າໃນປີ 2004 ຕໍ່ມາຈິ່ງຫັນອາຊີບຈາກໂຮງສີເຂົ້າມາຜະລິດຖ່ານດໍາໃນປີ 2007 ເຊິ່ງໃນໄລຍະດໍາເນີນກິດຈະການຜະລິດຖ່ານດໍາ ສົ່ງອອກຕະຫຼາດ ແລະ ໄດ້ພົບກັບນາຍທຶນຈີນຫຼັງຈາກນັ້ນກໍ່ໄດ້ມີການຮ່ວມລົງທຶນນໍາກັນຈົນໄດ້ມີຕັ້ງໂຮງງານແຫ່ງນີ້ຂຶ້ນຮອດປະຈຸບັນໃນວົງເງິນຈົດທະບຽນ 800 ລ້ານກີບ.

ໂດຍໃນຂະບວນການຜະລິດຖ່ານຂາວແມ່ນໄດ້ມີການເພີ່ມຈໍານວນເຕົາເຜົາເຖິງ 03 ຄັ້ງຄື : ຄັ້ງທີ 01 ມີຈໍານວນ 26 ເຕົາເຜົາເມື່ອເຫັນວ່າຈໍານວນການສັ່ງຊື້ ຫຼື ຍອດຊື້ຂອງລູກຄ້າເພີ້ມຂຶ້ນຈິ່ງໄດ້ເພີ້ມຈໍານວນເຕົາເຜົາຂຶ້ນອີກເປັນຄັ້ງທີ 02 ເພີ້ມຂຶ້ນ 11 ເຕົາເຜົາເປັນ 37 ເຕົາເຜົາ ແລະ ຄັ້ງທີ 03 ເພີ້ມຈໍານວນເຕົາເຜົາຂຶ້ນອີກ 36 ເຕົາເຜົາເປັນ 73 ເຕົາເຜົາໃນປະຈຸບັນ.

ທ່ານ ງໍໄດ້ກ່າວວ່າ : ໃນດ້ານວັດຖຸດິບເພື່ອສະໜອງເຂົ້າໂຮງງານແມ່ນໄດ້ຮັບໂຄຕາຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງໃນປີໜຶ່ງແມ່ນ 1.500 – 2.500 ຫຼ້າ ໂດຍໄດ້ມີການສໍາຫຼວດເຂດທີ່ຈະຂຸດຄົ້ນໄມ້ຕິ້ວຢູ່ເມືອງເຊບັ້ງໄຟ ( ບ້ານນາທານ , ບ້ານເຊນ້ອຍ , ບ້ານສອກເບາະ , ບ້ານຖໍ້າພະ ) ໃນເມື່ອໄດ້ໂຄຕາແລ້ວກໍ່ໄດ້ມີການຊື້ຈາກປະຊາຊົນເຊິ່ງໃນຮອບໜຶ່ງສະເລ່ຍແລ້ວສາມາດຜະລິດໄດ້ 52 ໂຕນ ໂດຍປີໜຶ່ງຈະມີຢູ່ 8-9 ເດືອນນອກນັ້ນແມ່ນເປັນລະດູຝົນເຊິ່ງເຮົາບໍ່ສາມາດຈະເອົາໄມ້ເຂົ້າສູ່ໂຮງງານໄດ້.

ສໍາລັບຕະຫຼາດຈໍາໜ່າຍຖ່ານຂາວຫຼັກໆແມ່ນສົ່ງໄປປະເທດຢີ່ປຸ່ນພຽງປະເທດດຽວເຊິ່ງກໍາມະວິທີການຜະລິດແມ່ນໃຊ້ສູດຢີ່ປຸ່ນພາຍຫຼັງເຜົາສໍາເລັດແລ້ວແມ່ນໄດ້ຕັດເປັນແທ່ງແລ້ວຫຸ່ມຫໍ້ໃສ່ແກັດເພື່ອບັນຈຸເຂົ້າສູ່ຕູ້ຄອນເທນເນີ້ໂດຍລໍາລຽງຂົນສົ່ງໄປຕາມເສັ້ນ ທາງເລກທີ 12 ອອກສູ່ດ່ານນາເພົ້າ – ຈາຫຼໍໄປເຖິງທ່າເຮືອຫວຸງອາງ.

ໃນອະນາຄົດທາງໂຮງງານແມ່ນຍັງຈະຮັກສາຄຸນນະພາບ ແລະ ປະລິມານເດີມໄວ້ຢູ່ເນື່ອງຈາກວ່າຜູ້ສັ່ງຊື້ໂດຍກົງ ແລະ ລູກຄ້າຫຼັກໆຍັງແມ່ນປະເທດຢີ່ປຸ່ນ .ຈາກນັ້ນຍັງໄດ້ຮັບການເອົາໃຈໃສ່ຕິດຕາມ, ຄຸ້ມຄອງຈາກພະແນກການທີ່ກ່ຽວຂ້ອງເຊັ່ນ : ພະແນກກະສິກໍາ – ປ່າໄມ້ແຂວງ , ພະແນກອຸດສາຫະກໍາ ແລະ ການຄ້າແຂວງ , ພະແນກການເງິນແຂວງ ພ້ອມກັນນັ້ນທາງໂຮງງານຍັງໄດ້ມີການປູກທົດແທນຈໍານວນໄມ້ຕິ້ວທີ່ຖືກຕັດໃນປີໜຶ່ງໃຫ້ໄດ້ 10 ເຮັກຕາເພື່ອເຮັດໃຫ້ມີວັດຖຸດິບປ້ອນໂຮງງານຢ່າງຍືນຍົງ.