ກຸ່ມ BRICS ກຽມຕັ້ງກອງທຶນສຳຮອງ ລະຫວ່າງປະເທດ ຫວັງຫຼຸດເພິ່ງພາເງິນໂດລາ

817

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີ ວາລາດີເມຍ ປູຕິນ ຂອງຣັດເຊຍ ກ່າວວ່າ: ກຸ່ມ BRICS ປະກອບດ້ວຍ ບຣາຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກກາໃຕ້ ກຳລັງດຳເນີນການຈັດຕັ້ງກອງທຶນສຳຮອງລະຫວ່າງປະເທດຂຶ້ນມາ ບົນພື້ນຖານສະກຸນເງິນຂອງກຸ່ມ ເພື່ອຫຼຸດຜ່ອນການເພິ່ງພາເງິນໂດລາສະຫະລັດ ເຊິ່ງຂະນະນີ້ກຸ່ມ BRICS ຍັງຢູ່ໃນລະຫວ່າງການພັດທະນາກົນໄກທາງເລືອກທີ່ມີຄວາມໜ້າເຊື່ອຖື ສຳລັບການຊຳລະເງິນລະຫວ່າງປະເທດ.

ໃນຂະນະດຽວກັນບັນດາປະເທດສະມາຊິກ ກໍເພີ່ມການໃຊ້ສະກຸນເງິນທ້ອງຖິ່ນ ເພື່ອຊຳລະສະສາງໃນການຊື້ – ຂາຍ ເຊິ່ງກັນ ແລະ ກັນຫຼາຍຂຶ້ນ.

ໃນຂະນະທີ່ສຳນັກຂ່າວ Global Time ຂອງຈີນ ລາຍງານວ່າ: ບັນດາຜູ້ຄ້າ ( ຜູ້ນຳ ເຂົ້າ – ສົ່ງອອກ ) ໃນສະມາຊິກກຸ່ມ ຕ່າງກໍເຫັນຄວາມເປັນໄປໄດ້ໃນການນຳໃຊ້ສະກຸນເງິນທ້ອງຖິ່ນຂອງປະເທດສະມາຊິກ ໂດຍສະເພາະເງິນຢວນ ເປັນອີກໜຶ່ງສະກຸນເງິນຫຼັກໃນການຊື້ – ຂາຍແລກປ່ຽນ ຫຼື ເຮັດທຸລະກຳທາງການຄ້າຂ້າມແດນລະ ຫວ່າງກັນ ແລະ ກັນ ເປັນສ່ວນໜຶ່ງໃນຄວາມພະຍາຍາມຫາທາງເລືອກໃໝ່ທີ່ຈະມາທົດແທນໃນການນຳໃຊ້ສະກຸນເງິນໂດລາສະຫະລັດ.